ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 3 ສະຫຼຸບວຽກງານພະລາທິການ
ເວລາອອກຂ່າວ: 2021-04-07 12:17:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 308 | ຄວາມນິຍົມ:



ໃນວັນທີ 26 ມີນາ 2021 ນີ້, ກອງພົນທີ 3 ໄດ້ເປີດກອງປະ ຊຸມສະຫຼຸບວຽກງານພະລາທິ ການ ປະຈຳປີ2020 ແລະ ວາງທິດ ທາງແຜນການປະຈຳປີ2021 ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ໄຊຍະວົງ ໄຊນາມ ທິລາດ ຫົວໜ້າການທະຫານກອງ ພົນ, ມີຄະນະພັກ-ຄະນະບັນຊາ ກອງພົນ, ຄະນະຫ້ອງການ, ພະ ແນກ, ກອງພັນໃຫຍ່ 301, 302, ກອງພັນນ້ອຍ, ກອງຮ້ອຍເອກະ ລາດ ໃນທົ່ວກອງພົນທີ 3 ເຂົ້າ ຮ່ວມ. ສະຫາຍ ພັນໂທ ພອນແກ້ວ ສຸລິວົງ ຮອງຫົວໜ້າຫ້ອງພະລາ ທິການ ກອງພົນທີ3 ໄດ້ຜ່ານ ບົດສະຫຼຸບວຽກງານພະລາທິ ການປະຈຳປີ 2020 ຍົກໃຫ້ ເຫັນເງື່ອນໄຂຂໍ້ສະດວກ, ຜົນງານ ທີ່ຍາດມາໄດ້ໃນຂົງເຂດວຽກ ງານພະລາທິການ ເປັນຕົ້ນແມ່ນ ໂດຍໄດ້ຮັບການຊີ້ນຳ-ບັນຊາ ຂອງຄະນະພັກ-ຄະນະບັນຊາຫ້ອງ ພະລາທິການເພື່ອແກ້ໄຂຊີວິດ ການເປັນຢູ່ ຂຸດຄົ້ນທ່າແຮງບົ່ມ ຊ້ອນ ສາມາດກຸ່ມຕົນເອງ, ເຊິ່ງ ໄດ້ສະແດງອອກແຕ່ລະກົມກອງ ກໍໄດ້ມີການປັບປຸງອາຄານສະ ຖານທີ່ຄ້າຍຄູຢ່າງແໜ້ນໜາຖາ ວອນ, ມີການທຳການຜະລິດ ໂດຍອາໄສທຶນຮອນຂອງຕົນເອງ ປະຕິບັດຄຳຂວັນທີ່ວ່າ: ເພິ່ງຕົນ ເອງ ກຸ່ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງ ດ້ວຍຕົນເອງ; ວຽກງານອົບຮົມ-ຫັດແອບ ແລະ ກຽມພ້ອມສູ້ຮົບເປັນຕົ້ນແມ່ນ ມີລົດຂົນສົ່ງລຳລຽງ, ສະບຽງ ອາຫານ, ຢາປິ່ນປົວພະຍາດ, ເຄື່ອງນຸ່ງຫົ່ມ ແລະ ວັດຖຸຮັບ ໃຊ້ຕ່າງໆ ສາມາດຮັບປະກັນ ໄດ້ເວລາ, ຕະຫຼອດໄລຍະຜ່ານ ມາກົມກອງມີຄວາມຮັບປະກັນ ໃນການເບີກຈ່າຍເງິນເດືອນ, ເງິນກິນ, ເຂົ້າ, ເຄື່ອງນຸ່ງຫົ່ມນ້ຳ ມັນເຊື້ອໄຟຕາມລະບົບອັດຕາ ງົບປະມານທີ່ຂັ້ນເທິງຕອບສະ ໜອງໃຫ້ໄດ້ 100%, ການ ຈັດຕັ້ງກິນເຂົ້າເຮືອນລວມໝູ່ ເປັນປົກກະຕິ ມີເຮືອນຄົວລວມ ທັງໝົດ 85 ຫຼັງ, ມື້ໜຶ່ງອ້າຍນ້ອງ ໄດ້ກິນເຂົ້າ 3 ຄາບ, ມີອາຫານ 3 ເຍື່ອງຂຶ້ນໄປ, ວຽກງານຮັບປະ ກັນສຸຂະພາບ: ພະນັກງານແພດໝໍໄດ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວິຊາສະເພາະຂອງຕົນຕາມ ການມອບໝາຍຂອງຂັ້ນເທິງໃນ ນີ້ໃນ 1 ປີຜ່ານມາສາມາດປິ່ນປົວ ຄົນເຈັບໄດ້ທັງໝົດ 6.966 ເທື່ອ ຄົນ, ປະຊາຊົນ 2.353 ເທື່ອ ຄົນ, ປິ່ນປົວດີ 822 ຄົນ, ສົ່ງຕໍ່ ໂຮງໝໍອື່ນ 71 ຄົນ ພະນັກງານ- ນັກຮົບທົ່ວກົມກອງມີສຸຂະພາບ ແຂງແຮງໄດ້98%, ວຽກງານ ປັບປຸງສະຖານທີ່ຄ້າຍຄູລວມ ມີ 3 ໂຄງການຄື: ໂຄງການກໍ່ ສ້າງກອງພັນໃຫຍ່ 302 ດຳເນີນ ສຳເລັດ 25,10%, ລວມມູນ ຄ່າການກໍ່ສ້າງທັງໝົດ 107 ຕື້ ກວ່າກີບ, ໂຄງການກໍ່ສ້າງຫ້ອງ ການກອງພົນເປັນອາຄານ 2 ຊັ້ນສຳເລັດ 29%, ລວມມູນຄ່າ ການກໍ່ສ້າງ 13 ຕື້ກວ່າກີບ, ໂຄງ ການກໍ່ສ້າງກອງພັນ 364 ສຳ ເລັດ 85,35%, ລວມມູນຄ່າ ການກໍ່ສ້າງ16 ຕື້ກວ່າກີບ, ນອກ ນີ້ບັນດາພະແນກ ການ, ກົມກອງ ຍັງໄດ້ປັບປຸງອາຄານສະຖານ ທີ່ຂອງຕົນຕາມເງື່ອນໄຂທີ່ມີຂອງ ກົມກອງຕື່ມອີກ;ວຽກງານຜະລິດ ແກ້ໄຂຊີວິດການເປັນຢູ່ທົ່ວກົມ ກອງມີເນື້ອທີ່ປູກພືດຜັກຕ່າງໆ 16,8ເຮັກຕາ ໃນນີ້, ສາມາດເກັບ ກູ້ໄດ້ 167542 ກິໂລ, ມີເນື້ອທີ່ ນາ 11,1 ເຮັກຕາ ເກັບກູ້ໄດ້ 25.315 ກິໂລ, ປູກສາລີ, ໝາກ ເດື່ອຍ13,3 ເຮັກຕາ ເກັບກູ້ໄດ້ 44.264 ກິໂລ, ມີສັດລ້ຽງປະ ເພດຕ່າງໆ ຄື: ຄວາຍ 12 ໂຕ, ງົວ 455 ໂຕ, ແບ້ 463 ໂຕ, ໝູ 335 ໂຕ, ສັດປີກ 370.636 ໂຕ, ມີໜອງປາ 63 ໜອງປ່ອຍປາ 81.300 ໂຕ, ຜະລິດນ້ຳດື່ມໄດ້ 49.311 ຕຸກ, ປັ້ນດິນບັອກສາ ມາດສ້າງລາຍຮັບໄດ້ 17 ລ້ານ ກວ່າກີບ, ສາມາດສ້າງລາຍຮັບ ໄດ້ທັງໝົດ5.187.880.000 ກີບ ໃນປີ2020 ພ້ອມນີ້ຍັງໄດ້ ຜ່ານທິດທາງແຜນການຄາດ ໝາຍສູ້ຊົນປະຈຳປີ2021 ຕື່ມ ອີກ. ໂອກາດດັ່ງກ່າວຜູ້ເຂົ້າ ຮ່ວມໄດ້ປະກອບຄຳເຫັນໃສ່ບົດ ສະຫຼຸບ ແລະ ທິດທາງແຜນການ ໃຫ້ຖືກຕ້ອງແທດເໝາະກັບສະ ພາບເງື່ອນໄຂຕົວຈິງຂອງກົມ ກອງ ເພື່ອເຮັດໃຫ້ວຽກງານ ແກ້ໄຂຊີວິດການເປັນຢູ່ຂອງ ກົມກອງປະຈຳປີ 2021 ໄດ້ ຮັບໝາກຜົນສູງ ແລະ ບັນລຸຕາມ ຄາດໝາຍທີ່ວາງໄວ້. ໂດຍ: ທອງເລື່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ