ກອງພົນທີ 5 ສ່ອງແສງວຽກງານກວດກາພັກ-ລັດ
ເວລາອອກຂ່າວ: 2021-04-07 11:42:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ:
ໃນວັນທີ 31 ມີນາ 2021 ນີ້, ຢູ່ກອງພົນທີ 5 ໄດ້ຈັດກອງປະ
ຊຸມສ່ອງແສງວຽກງານກວດ ກາພັກ-ລັດ ປະຈຳໄຕມາດ I
ປີ 2021 ໂດຍການເປັນປະທານ
ຂອງ ສະຫາຍ ພັນເອກ ສີປະ
ເສີດ ເຜີຍຄຳສິງ ກຳມະການຄະ
ນະປະຈຳພັກ ຫົວໜ້າຫ້ອງການ
ເມືອງກອງພົນທີ 5, ມີຄະນະ
ພັກ-ຄະນະບັນຊາ ຈາກອົງການ, ກົມກອງ ພ້ອມດ້ວຍພະນັກງານວິຊາສະເພາະກວດກາເຂົ້າຮ່ວມ.
ໃນກອງປະຊຸມຄະນະພັກ-ຄະນະບັນຊາອົງການກົມກອງ ໄດ້ລາຍງານຫຍໍ້ກ່ຽວກັບຂົງເຂດ ວຽກງານທີ່ຕົນຮັບຜິດຊອບ,
ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ
ແລະ ບັນຫາຂໍ້ຄົງຄ້າງປະກົດ
ການຫຍໍ້ທໍ້ ທີ່ຈະຕ້ອງໄດ້ປັບ ປຸງແກ້ໄຂ. ໃນນີ້, ໂດຍສະເພາະ ວຽກງານກວດກາພັກ, ຄະນະ
ພັກ-ຄະນະບັນຊາອົງການ, ກົມ
ກອງ ໄດ້ພ້ອມກັນເອົາໃຈໃສ່ ສຶກສາອົບຮົມການເມືອງ-ນຳ
ພາແນວຄິດໃຫ້ພະນັກງານ-ນັກ ຮົບ ຢ່າງເປັນປົກກະຕິ ຈັດຕັ້ງ ເຊື່ອມຊຶມຂໍ້ກຳນົດກົດລະບຽບ ຂອງພັກ-ລັດ ແລະ ບັນດາເນື້ອໃນ ມະຕິຄຳສັ່ງຂອງຂັ້ນເທິງຢ່າງ ເຂັ້ມງວດ ເພື່ອສ້າງໃຫ້ພະນັກ
ງານ-ນັກຮົບມີຄວາມອຸ່ນອຽງ ທຸ່ນທ່ຽງ ເຊື່ອໜັ້ນຕໍ່ການ ນຳພາ ຂອງພັກ-ລັດໃນໄລຍະໃໝ່ ສືບຕໍ່ ປັບປຸງກໍ່ສ້າງພັກ, ພະນັກງານ ຕາມ 3 ທິດນຳ 5 ຫຼັກການຂອງພັກ ເພື່ອສ້າງໃຫ້ພະນັກງານມີຄຸນ ທາດການເມືອງໜັກແໜ້ນ, ເຂັ້ມ
ແຂງທາງດ້ານການຈັດຕັ້ງ ມີ
ສະຕິຕື່ນຕົວສູງ ປະກອບສ່ວນ
ຢ່າງຕັ້ງໜ້າເຂົ້າໃນໜ້າທີ່ວຽກ
ງານຂອງກົມກອງ ຕິດພັນກັບ ການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ.
ໂດຍ: ແສງອາທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ