ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 645 ຈັດຕັ້ງສັກຢາວັກຊິນ ປ້ອງກັນພະຍາດໂຄວິດ-19
ເວລາອອກຂ່າວ: 2021-04-07 11:36:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 117 | ຄວາມນິຍົມ:



ໃນວັນທີ 01 ເມສາ 2021 ນີ້, ກອງພັນໃຫຍ່ 645 ໄດ້ຈັດ ຕັ້ງ ສັກຢາວັກຊີນ ປ້ອງກັນພະ ຍາດໂຄວິດ-19 ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພັນໂທ ສຸລິຍະພອນ ຄຳວົງສົດ ຫົວ ໜ້າພະແນກພະລາ ກອງພັນ ໃຫຍ່ 645, ມີ ສະຫາຍ ດຣ ບົວລາ ພົມມະຈັກ ຮອງຫົວໜ້າ ຂະແໜງອະນາໄມ ແລະ ສົງ ເສີມສຸຂະພາບ ສາທາລະນະສຸກ ແຂວງຈຳປາສັກ ພ້ອມຄະນະ, ມີພະນັກງານແພດ-ໝໍ ຈາກ ໂຮງໝໍ 20 ຕຽງ ກອງພັນໃຫຍ່ 645 ແລະ ພະນັກງານ-ນັກ ຮົບເຂົ້າຮ່ວມ. ສະຫາຍ ນາງ ສຸດທະເກສີ ແດງກາຍະພິຈິດ ຕາງໜ້າຂະ ແໜງ ສຸຂະພາບ ສຸຂະສຶກສາ ພະແນກສາທາລະນະສຸກ ແຂວງ ຈຳປາສັກ ໄດ້ຂຶ້ນກ່າວຈຸດປະ ສົງ, ຄວາມໝາຍ, ຄວາມສຳ ຄັນ ຂອງການສັກຢາວັກຊີນ ປ້ອງກັນພະຍາດໂຄວິດ-19 ໃນຄັ້ງນີ້, ສຳລັບຢາທີ່ນຳມາ ສັກມີຊື່ວ່າ: ຊີໂນຟາມ, ເປັນຢາ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ສປ ຈີນ ແລະ ກໍເປັນການສັກ ຄັ້ງທີ 1, ສ່ວນຄັ້ງທີ 2 ຄາດວ່າ ຈະສັກອີກໃນທ້າຍເດືອນ ເມສາ 2021 ນີ້, ເປົ້າໝາຍສັກຢາວັກ ຊີນ ປ້ອງກັນພະຍາດໂຄວິດ-19 ໃນຄັ້ງນີ້, ແມ່ນຈະສັກໃຫ້ພະ ນັກງານ-ນັກຮົບທີ່ມີຄວາມ ສ່ຽງ ແລະ ໃນຕໍ່ໜ້າແມ່ນຈະ ສືບຕໍ່ສັກຢາວັກຊີນປ້ອງກັນ ພະຍາດໂຄວິດ-19 ໃຫ້ພະນັກ ງານ-ນັກຮົບ ໃນທົ່ວກອງພັນ ໃຫຍ່ 645.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ