ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການສົນທະນາທາງໂທລະສັບ ລະຫວ່າງ ການນຳຂັ້ນສູງ ລາວ-ຫວຽດນາມ
ເວລາອອກຂ່າວ: 2021-04-07 11:34:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 158 | ຄວາມນິຍົມ:



ໃນວັນທີ 5 ເມສາ 2021, ທີ່ ທຳນຽບປະທານປະເທດ, ສະ ຫາຍ ທອງລຸນ ສີສຸລິດ, ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ສົນ ທະນາທາງໂທລະສັບກັບ ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະ ເທດ ແຫ່ງ ສສ ຫວຽດນາມ, ເພື່ອ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບການ ເລືອກຕັ້ງ ເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນກອງປະ ຊຸມສະໄໝສາມັນ ເທື່ອທີ 11 ຂອງສະພາແຫ່ງຊາດ ຊຸດທີ XIV ທີ່ພວມດຳເນີນຢູ່ໃນປັດຈຸບັນ. ການສົນທະນາດັ່ງກ່າວ ແມ່ນ ໄດ້ຈັດຂຶ້ນໃນທ່າມກາງບັນຍາ ກາດທີ່ສອງພັກໄດ້ສໍາເລັດກອງ ປະຊຸມໃຫຍ່ຂອງຕົນ, ສະພາແຫ່ງ ຊາດລາວ ກໍສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຊຸດທີ IX ດ້ວຍ ຜົນສໍາເລັດອັນຈົບງາມ ແລະ ສະ ພາແຫ່ງຊາດຫວຽດນາມ ກໍກໍາ ລັງດໍາເນີນ ກອງປະຊຸມສະໄໝ ສາມັນ ເທື່ອທີ 11 ຊຸດທີ XIV. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມ ດີໃຈທີ່ຈະໄດ້ສືບຕໍ່ເຮັດວຽກກັບ ສະຫາຍ ຫງວຽນ ຊວັນ ຟຸກ ຢ່າງ ໃກ້ຊິດສະໜິດສະໜົມ ເພື່ອເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດ ໃຫ້ມີປະສິດທິ ຜົນສູງສຸດ. ພ້ອມດຽວກັນນີ້, ສະ ຫາຍປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຊື່ອ ໝັ້ນເປັນຢ່າງຍິ່ງວ່າ ພາຍໃຕ້ການ ຊີ້ນໍາ-ນໍາພາ ຂອງ ສະຫາຍ ຫງວຽນ ຊວັນ ຟຸກ, ຫວຽດນາມ ຈະສືບຕໍ່ໄດ້ຮັບການພັດທະນາ ຢ່າງຮອບດ້ານ ເຮັດໃຫ້ຊື່ສຽງ ແລະ ຖານະບົດບາດຂອງ ສສ ຫວຽດນາມ ຈະສືບຕໍ່ພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ, ໃນຂະນະດຽວກັນ ການພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ- ຫວຽດນາມສືບຕໍ່ຂະຫຍາຍຕົວ ເຂົ້າສູ່ລວງເລິກ, ມີປະສິດທິຜົນ ຕົວຈິງ ແລະ ແຕກດອກອອກຜົນ ຍິ່ງຂຶ້ນ. ນອກຈາກນີ້, ສອງຝ່າຍ ຍັງຕີລາຄາສູງຕໍ່ການເຮັດວຽກ ຮ່ວມກັນໃນໄລຍະຜ່ານມາ ໃນ ການເສີມຂະຫຍາຍການພົວພັນ ພິເສດ ລາວ-ຫວຽດນາມ ໂດຍ ສະເພາະການຊຸກຍູ້ການຈັດຕັ້ງ ປະຕິບັດການຕົກລົງຕ່າງໆທີ່ ສອງພັກ-ສອງລັດ ໄດ້ຕົກລົງ ຮ່ວມກັນເປັນຕົ້ນແມ່ນສັນຍາ ແລະ ຂໍ້ຕົກລົງຕ່າງໆ ລວມທັງ ການຜັນຂະຫຍາຍຜົນກອງປະ ຊຸມສອງກົມການເມືອງ ແລະ ຜົນ ກອງປະຊຸມ ຄະນະກໍາມະການ ຮ່ວມມືສອງຝ່າຍ ຄັ້ງທີ 43 ທີ່ ຮ່າໂນ້ຍ ໃນທ້າຍປີ 2020 ກໍຄື ຜົນການພົບປະທີ່ດານັງ ໃນ ເດືອນກໍລະກົດ 2020 ຜ່ານມາ, ເຊິ່ງເຫັນວ່າໄດ້ມີຜົນສຳເລັດ ເປັນຢ່າງດີ. ໃນການສົນທະນາ ຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ ການຮ່ວມມືສໍາລັບການຊ່ວຍເຫຼືອ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ໄພພິບັດຕ່າງໆ ແລະ ພິເສດແມ່ນ ການຮັບມືກັບພະຍາດໂຄວິດ-19 ເຊິ່ງ ສສ ຫວຽດນາມ ກໍເປັນປະ ເທດທໍາອິດທີ່ເຂົ້າມາຊ່ວຍເຫຼືອ. ພ້ອມນັ້ນ, ຍັງໄດ້ສະແດງຄວາມ ຂອບໃຈໃນການຊ່ວຍເຫຼືອໂຄງ ການສະພາແຫ່ງຊາດ ເຊິ່ງໂດຍ ພື້ນຖານກໍສໍາເລັດ ແລະ ທັນຮັບ ໃຊ້ໃຫ້ແກ່ກອງປະຊຸມຄັ້ງປະຖົມ ມະລຶກຂອງສະພາແຫ່ງຊາດຊຸດ ທີ IX ແລະ ຈະມີການມອບຮັບ ໂຄງການດັ່ງກ່າວໃນກາງປີ 2021 ນີ້. ໃນໂອກາດດຽວກັນ, ສອງ ຝ່າຍຍັງໄດ້ປຶກສາຫາລືກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງໄດ້ຊຸກຍູ້ໃຫ້ສືບຕໍ່ແລກປ່ຽນ ຄະນະຜູ້ແທນນໍາກັນ ໃນທຸກລະ ດັບຕາມທິດກະທັດຮັດ, ມີປະສິດ ທິຜົນ; ສືບຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາການຕົກລົງຂອງການນໍາ ຂັ້ນສູງສອງປະເທດ ກໍຄືບັນດາເອ ກະສານທີ່ສອງຝ່າຍໄດ້ລົງນາມ ຮ່ວມກັນ; ຮ່ວມກັນຈັດຕັ້ງສະເຫຼີມ ສະຫຼອງປີສາມັກຄີມິດຕະພາບ ໃນປີ 2022 ກໍຄື ວັນສ້າງຕັ້ງສາຍ ພົວພັນການທູດ ລາວ-ຫວຽດ ນາມ ຄົບຮອບ 60 ປີ ແລະ ວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດ ຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຄວາມສຳຄັນ ເພື່ອໃຫ້ຄົນຮຸ້ນໜຸ່ມທີ່ເປັນຜູ້ສືບ ທອດໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ສາຍ ພົວພັນພິເສດສອງປະເທດ; ສືບ ຕໍ່ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນຕອນທ້າຍ, ສະຫາຍເລຂາ ທິການໃຫຍ່ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ສະຫາຍ ຫງວຽນ ຊວັນ ຟຸກ ພ້ອມດ້ວຍພັນລະຍາ ມາຢ້ຽມຢາມ ສປປ ລາວ ໃນເວ ລາອັນເໝາະສົມ ແລະ ໄດ້ອວຍ ພອນໃຫ້ການພົວພັນມິດຕະພາບ ອັນຍິ່ງໃຫຍ່ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງ ທະນົງແກ່ນຕະຫຼອດກາລະນານ ແລະ ເນື່ອງໃນໂອກາດປີໃໝ່ລາວ ທີ່ຈະມາເຖິງນີ້ ສະຫາຍ ຫງວຽນ ຊວັນ ຟຸກ ໄດ້ອວຍພອນໃຫ້ ສະຫາຍ ທອງລຸນ ສີສຸລິດ ພ້ອມຄອບຄົວ ຈົ່ງມີແຕ່ຄວາມຜາສຸກ ແລະ ປະ ສົບຜົນສໍາເລັດໃນໜ້າທີ່ວຽກ ງານທີ່ຍິ່ງໃຫຍ່ກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ