ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າແຂວງໆຄຳມ່ວນ ລົງຢ້ຽມຢາມປະຊາຊົນ ຊຸກຍູ້ການຜະລິດຢູ່ເມືອງຍົມມະລາດ
ເວລາອອກຂ່າວ: 2021-04-07 11:25:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:



ໃນວັນທີ 2 ເມສາ 2021, ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງໆຄຳມ່ວນພ້ອມດ້ວຍຄະ ນະ ໄດ້ລົງເຄື່ອນໄຫວເຮັດວຽກ ຊຸກຍູ້ການຜະລິດລະດູແລ້ງ ທີ່ ເມືອງຍົມມະລາດ ໂດຍມີທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງໆຍົມມະລາດ ໃຫ້ການຕ້ອນຮັບ ແລະ ຕິດຕາມຮ່ວມ. ໃນການລົງຊຸກຍູ້ເຄື່ອນໄຫວ ຄັ້ງນີ້ ແມ່ນໄດ້ລົງ 2 ຈຸດຄື: ຈຸດ ບ້ານແກ້ງມ່ວງ ເຊິ່ງປະກອບມມີ 3 ບ້ານເຂົ້າຮ່ວມຄື: ບ້ານທ່າໂຈນ, ບ້ານຈະກ້ວນ, ບ້ານແກ້ງມ່ວງ, ຈຸດທີ 2 ມີບ້ານໂພນແກ້ວ ແລະ ບ້ານຫາດຊອນ. ແຕ່ລະຈຸດ ນາຍ ບ້ານກໍໄດ້ລາຍງານສະພາບການ ດໍາລົງຊີວິດການເປັນຢູ່ຂອງພໍ່ ແມ່ປະຊາຊົນ, ຂໍ້ສະເໜີຕ່າງໆ ຈາກອໍານາດການປົກຄອງ ເພື່ອ ຂໍທິດຊີ້ນໍາຂອດແກ້ໄຂ ເຊິ່ງບ້ານ ດັ່ງກ່າວປະຊາຊົນສ່ວນຫຼາຍ ແມ່ນຊົນເຜົ່າບູລູ, ເຮືອນຊານບ້ານ ຊ່ອງຕັ້ງຢູ່ແຄມສາຍນໍ້າເຊບັ້ງ ໄຟ, ປະຊາຊົນໃນເຂດນີ້ ຈໍານວນ ຫຼາຍແມ່ນຍັງມີບັນຫາທາງ ດ້ານເຂົ້າກິນ, ການຜະລິດໃນ ລະດູຝົນເກີດມີສະພາບນໍ້າຖ້ວມ ເນື່ອງຈາກໄຮ່ນາຮົ້ວສວນຂອງ ປະຊາຊົນແມ່ນຢູ່ລຽບຕາມແຄມ ນໍ້າ ແລະ ເປັນຈຸດຕໍ່າ, ດັ່ງນ້້ນ ຂໍ້ ສະເໜີສ່ວນໃຫຍ່ຈາກອໍານາດ ປົກຄອງໃນແຕ່ລະບ້ານ ແມ່ນສະ ເໜີໃຫ້ສ້າງຊົນລະປະທານເພື່ອ ເຮັດການຜະລິດລະດູແລ້ງ. ໂອກາດນີ້ ທ່ານເຈົ້າແຂວງໆ ຄໍາມ່ວນ ຍັງໄດ້ໂອ້ລົມຕໍ່ພໍ່ແມ່ປະ ຊາຊົນທີ່ເຂົ້າຮ່ວມ ໂດຍທ່ານໄດ້ ເນັ້ນໃຫ້ທຸກພາກສ່ວນ, ພະແນກການທີ່ເຂົ້າຮ່ວມຊອກຊ່ອງທາງຮ່ວມກັນເພື່ອແກ້ໄຂຊີວິດການ ເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາ ເຜົ່າເພື່ອຫຼຸດພົ້ນຈາກຄວາມທຸກ ຍາກສ້າງລາຍຮັບມີຄວາມກຸ້ມ ຢູ່ກຸ້ມກິນ ພ້ອມກັນນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ເອົາໃຈໃສ່ສັ່ງສອນລູກຫຼານຕົນ ເອງ ໃຫ້ຫ່າງໄກຈາກສິ່ງເສບຕິດ ມືນເມົາທີ່ເປັນໄພອັນຕະລາຍ ຕໍ່ຄອບຄົວ ແລະ ສັງຄົມ. ໃນໂອ ກາດດຽວກັນ ທ່ານເຈົ້າແຂວງໆ ຄໍາມ່ວນຍັງໄດ້ນໍາເອົາເຂົ້າສານ ຈໍານວນ 5 ໂຕນ ແລະ ເຄື່ອງນຸ່ງ ຫົ່ມຈໍານວນໜຶ່ງ ລວມມູນຄ່າ 50 ລ້ານກວ່າກີບ ມາມອບໃຫ້ພໍ່ແມ່ ປະຊາຊົນ ໂດຍມີອໍານາດການປົກຄອງບ້ານແຕ່ລະບ້ານຕາງໜ້າຮັບ ແລະ ທ່ານຍັງໄດ້ເຄື່ອນ ໄຫວລົງຕິດຕາມເບິ່ງເນື້ອທີ່ທົ່ງ ນາຂອງເມືອງຍົມມະລາດທີ່ ນອນຢູ່ໃນໂຄງການປະຕູນໍ້າປ່ອງ 1 ທີ່ມີເນື້ອທີ່ 2 ພັນກວ່າເຮັກຕາ. ນອກນັ້ນ ທ່ານເຈົ້າແຂວງ ພ້ອມ ດ້ວຍຄະນະ ໄດ້ຕິດຕາມເບິ່ງຂົວ ຂ້າມນໍ້າພີດ ທີ່ບ້ານໂຄກສະຫວ່າງ ເມືອງຍົມມະລາດ ເຊິ່ງຂົວດັ່ງ ກ່າວເປັນຂົວໄມ້ປະຊາຊົນນໍາໃຊ້ ມາ 10 ກວ່າປີ, ເຊິ່ງໄດ້ເປ່ເພຫັກ ລົງໃນວັນທີ 8 ມີນາ 2021 ຜ່ານ ມາ ໃນການຕິດຕາມຄັ້ງນີ້ທ່ານ ເຈົ້າແຂວງໄດ້ແນະນໍາໃຫ້ພາກ ສ່ວນກ່ຽວຂ້ອງ, ຫ້ອງການໂຍທາ ທິການ ແລະ ຂົນສົ່ງເມືອງ ສົມທົບ ກັບແຂວງ ແລະ ພ້ອມກັນແກ້ໄຂ ໂດຍສະເພາະແມ່ນການສັນຈອນ ໄປມາຂອງລູກຫຼານທີ່ຂ້າມໄປ ໂຮງຮຽນປະຈໍາວັນໃຫ້ມີຄວາມ ສະດວກປອດໄພໃນສະເພາະ ໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ