ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານອາກາດ ຕ້ອນຮັບການເຂົ້າອວຍພອນປີໃໝ່ ຂອງທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ
ເວລາອອກຂ່າວ: 2021-04-07 11:23:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 112 | ຄວາມນິຍົມ:



ໃນວັນທີ 1 ເມສາ 2021 ນີ້, ຢູ່ທີ່ຫ້ອງຮັບແຂກກອງບັນຊາ ການທະຫານອາກາດ ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ເລຂາຄະນະພັກ ຫົວໜ້າການ ເມືອງ ກອງບັນຊາການທະຫານ ອາກາດ ພ້ອມດ້ວຍຄະນະ ໄດ້ ຕ້ອນຮັບການເຂົ້າອວຍພອນຂອງ ສະຫາຍ ພັນໂທ ຟາມແອງຢຸງ ຮອງຫົວໜ້າທີ່ປຶກສາທູດປ້ອງ ກັນຊາດ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດປີ ໃໝ່ ລາວ ພສ 2564 ທີ່ຈະມາ ເຖິງນີ້. ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ໄດ້ສະແດງຄວາມ ຂອບໃຈຢ່າງອົບອຸ່ນ ແລະ ຈິງໃຈ ພ້ອມມັງໄດ້ຕີລາຄາສູງໃນການ ປະຕິບັດໜ້າທີ່ການທູດຝ່າຍປ້ອງ ກັນຊາດ ສສ ຫວຽດນາມ ປະຈໍາ ລາວທັງເປັນການປະກອບສວນ ທີ່ສໍາຄັນໃນການເສີມຂະຫຍາຍ ສາຍພົວພັນ ແລະ ການຮ່ວມມື ສອງປະເທດອ້າຍນ້ອງ ລາວ-ຫວຽດນາມ-ຫວຽດນາມ-ລາວ ໂດຍສະເພາະ ກອງບັນຊາການທະຫານອາກາດກອງທັບປະຊາຊົນລາວກັບກອງທັບປະຊາຊົນ ຫວຽດນາມ ໃຫ້ຄວາມສໍາພັນຮັດ ແໜ້ນຄວາມສາມັກຄີກົມກຽວ ມີມູນເຊື້ອຊ່ວຍເຫຼືອມາແຕ່ຍາວ ນານໃນການຕໍ່ສູ້ກູ້ຊາດ ແລະ ທັງໄດ້ຊ່ວຍເຫຼືອທາງດ້ານການ ທະຫານ, ວິຊາສະເພາະເຕັກນິກ, ກໍ່ສ້າງບໍາລຸງພະນັກງານ-ນັກຮົບ ແລະ ແລກປ່ຽນບົດຮຽນການ ສຶກສາ, ການອົບຮົມໃຫ້ນັບມື້ຂະຫຍາຍກວ້າງຂວາງເປັນກ້າວໆ. ໂອກາດນີ້, ສະຫາຍ ພັນໂທ ຟາມແອງ ຊຸງ ທີ່ປຶກສາທູດຝ່າຍ ປ້ອງກັນຊາດ ສສ ຫວຽດນາມ ປະຈໍາລາວ ກໍໄດ້ສະແດງຄວາມ ຂອບໃຈຕໍ່ ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ພ້ອມດ້ວຍ ນາຍ ແລະ ພົນທະຫານ ທົ່ວກອງ ບັນຊາການຈົ່ງມີສຸຂະພາບເຂັ້ມ ແຂງ, ພ້ອມກັນປະຕິບັດໜ້າທີ່ ວຽກງານປ້ອງກັນນານຟ້າໃຫ້ມີ ຄວາມສະຫງົບ ແລະ ພ້ອມໃຫ້ຄໍາ ສັນຍາວ່າຈະສືບຕໍ່ຮ່ວມມືສາຍ ພົວພັນໃຫ້ເຕີບໃຫຍ່ ເຂັ້ມແຂງ ທັນສະໄໝຍິ່ງໆຂຶ້ນ. ໂດຍ: ສີທາ ສີສົມບັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ