ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານນະຄອນຫຼວງວຽງຈັນ ມອບເງິນອຸດໜູນໃຫ້ຄອບຄົວພະນັກງານ ຜູ້ທີ່ເສຍຊີວິດ
ເວລາອອກຂ່າວ: 2021-04-07 09:37:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 82 | ຄວາມນິຍົມ:



ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດ ຕັ້ງມອບເງິນອຸດໜູນເສຍຊີວິດ ເທື່ອດຽວໃຫ້ແກ່ຄອບຄົວພະ ນັກງານຜູ້ທີ່ເສຍຊີວິດຢູ່ທີ່ກອງ ພັນ 512 ແລະ ໂຮງໝໍທະຫານນະ ຄອນຫຼວງວຽງຈັນ ໃນວັນທີ 01 ເມສາ 2021 ນີ້ ໂດຍມີສະຫາຍ ພັນໂທ ບຸນແປງ ສຸນີໄຊ ຮອງຫົວ ໜ້າຫ້ອງຫານເມືອງ ທະຫານນະ ຄອນຫຼວງວຽງຈັນ, ມີບັນດາ ພະ ແນກການທີ່ກ່ຽວຂ້ອງພ້ອມດ້ວຍຄອບຄົວຜູ້ເສຍຊີວິດເຂົ້າຮ່ວມ. ອີງຕາມການເສຍຊີວິດຂອງ ສະຫາຍ ພັນໂທ ບຸນທ່ຽງ ພົງສົງ ກາ ໃນຄັ້ງວັນທີ 13/10/ 2020 ກອງປະຈໍາໂຮງໝໍ 30 ຕຽງສະນັ້ນພະແນກປະກັນສັງຄົມ ກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ ພ້ອມດ້ວຍຄະ ນະກຳມະການຊາປະນະກິດສົບ, ຄະນະພັກ-ຄະນະບັນຊາ ກົມກອງ ໄດ້ພ້ອມກັນ ມອບ-ຮັບເງິນອຸດ ໜູນໃຫ້ຄອບຄົວຜູ້ເສຍຊີວິດ ຈຳ ນວນ 95.822.100 ກີບ (ເກົ້າ ສິບຫ້າລ້ານແປດແສນຊາວ ສອງ ພັນໜຶ່ງຮ້ອຍກີບ) ແລະ ມອບ ເງິນໃຫ້ກັບຄອບຄົວສະຫາຍ ຮ້ອຍໂທ ແບະ ພົມເນົາ ໃນວັນທີ 11/11/2020 ກອງປະຈຳ ກອງ ພັນນ້ອຍ 512 ເປັນຈຳນວນ 73.449.420 ກີບ (ເຈັບສິບ ສາມລ້ານສີ່ແສນສີ່ສິບເກົ້າສີ່ຮ້ອຍ ຊາວກີບ )ໃນຄັ້ງນີ້ເພື່ອ ໃຫ້ຖືກ ຕ້ອງຕາມນະໂຍບາຍທີ່ຂັ້ນເທິງ ວາງອອກຢ່າງເຂັ້ມງວດ. ໂອກາດດັ່ງກ່າວຕາງໜ້າຄອບ ຄົວຜູ້ເສຍຊີວິດ ໄດ້ກ່າວສະແດງ ຄວາມຂອບໃຈເປັນຢ່າງສູງຕໍ່ ການນຳພັກ-ລັດ ກໍຄືການຈັດຕັ້ງ ຂັ້ນເທິງ ທີ່ໄດ້ສະແດງຄວາມເປັນ ຫ່ວງເປັນໄຍ, ເຫັນໄດ້ຄວາມ ໝາຍ, ຄວາມສຳຄັນຕໍ່ວຽກ ງານນະໂຍບາຍ ແລະ ໃຫ້ການ ຊ່ວຍເຫຼືອຕໍ່ຄອບຄົວ ຂອງຕົນມາ ໂດຍຕະຫຼອດ, ພ້ອມນັ້ນຄອບຄົວ ຜູ້ເສຍຊີວິດຍັງໄດ້ໃຫ້ຄຳໝັ້ນ ສັນຍາອີກວ່າ ຈະນຳເອົາເງິນຈຳ ນວນດັ່ງກ່າວນີ້ ໄປໝູນໃຊ້ເຂົ້າໃນ ຄອບຄົວຢ່າງຖືກຕ້ອງ ແລະ ໃຫ້ ເກີດເປັນປະໂຫຍດອັນລໍ້າຄ່າທີ່ ສຸດ ເພື່ອແນໃສ່ເຮັດໃຫ້ຄອບຄົວ ຂອງຕົນໃນອະນາຄົດຕໍ່ໜ້າໃຫ້ ເປັນຄອບຄົວທີ່ມີຄວາມສົມບູນ ພູນສຸກຕະຫຼອດໄປ. ໂດຍ: ຮທ ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ