


![]()
ໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ປະຈຳປີ 2020
ເວລາອອກຂ່າວ: 2021-04-07 09:29:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4 | ຄວາມນິຍົມ:
ໃນວັນທີ 5 ເມສາ 2021
ນີ້, ໂຄງການສື່ສານຮັບໃຊ້ການ ນຳ ແລະ ພາກລັດບໍລິຫານ ໄດ້
ຈັດກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານຮອບ ດ້ານ ປະຈຳປີ 2020 ແລະ ວາງ ທິດທາງແຜນການ ປະຈຳປີ 2021 ໂດຍການປະທານຂອງ ສະຫາຍ ພົນຈັດຕະວາ ຄໍາຄິດ ໄຊສົງຄາມ ຫົວໜ້າກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ມີຄະນະຫ້ອງການເມືອງກົມໃຫຍ່ ເສນາກອງທັບ, ມີຄະນະພັກ-ຄະ
ນະບັນຊາໂຄງການສື່ສານ, ຈາກໃຈກາງ ຕະຫຼອດເຖິງບັນດາພະນັກງານຫຼັກແຫຼ່ງທົ່ວໂຄງການສື່ສານ ກໍຄື ບໍລິສັດລັດສະກາຍໂທລະຄົມເຂົ້າຮ່ວມ.
ສະຫາຍ ພັນເອກ ສຸບັນ ພັນທະວີ ຫົວໜ້າໂຄງການສື່ສານ ຜູ້ອໍານວຍການໃຫຍ່ ບໍລິສັດລັດ ສະກາຍໂທລະຄົມ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານວຽກງານ ຮອບດ້ານໃນໄລຍະ 1 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານ ຮອບດ້ານໃນໄລຍະຜ່ານມາ ເຊິ່ງຄະນະພັກ-ຄະນະບັນຊາ ແຕ່
ລະຂັ້ນໄດ້ຖືສຳຄັນຕໍ່ວຽກງານ ສຶກສາອົບຮົມການເມືອງ-ນຳ ພາແນວຄິດໃຫັສະມາຊິກພັກ, ພະນັກງານ-ນັກຮົບມີຄວາມ ຮັບຮູ້, ເຊື່ອມຊຶມຕໍ່ມະຕິແນວທາງ ແຜນນະໂຍບາຍຂອງພັກ, ລະ ບຽບວິໄນຂອງກອງທັບ, ມະຕິ-ຄຳສັ່ງຂອງຂັ້ນເທິງ ແລະ ໜ້າ ທີ່ຂອງກົມກອງເປັນປົກກະຕິ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ເພື່ອເຮັດໃຫ້ກົມ ກອງມີຄວາມພ້ອມໃນການຮັບ ປະກັນໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໜາຍ ເວົ້າລວມ, ເວົ້າສະເພາະ ແມ່ນ
ການປັບປຸງແບບແຜນວິທີເຮັດ ວຽກໃຫ້ສອດຄ່ອງກັບຈຸດພິເສດ ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງແຕ່ລະກົມກອງ, ເປັນຕົ້ນ ແມ່ນທາງດ້ານວິຊາສະເພາະ ເຕັກນິກຂອງພວກເຮົາ ໃນໄລຍະ 1 ປີຜ່ານມາຄະນະພັກ-ຄະນະ
ບັນຊາ ຕະຫຼອດຮອດພະນັກ
ງານ-ນັກຮົບພວກເຮົາໄດ້ເອົາໃຈ ໃສ່ໃນການບໍລິການວຽກງານ
ເຄືອຂ່າຍສາຍໄຍແສງຕິດຕາມ
ການຄຸ້ມຄອງການນຳໃຊ້ຄໍສາຍ ແລະ ລົງທະບຽນຄໍສາຍໃນທົ່ວ ປະເທດ ປະຈໍາປີ 2020 ຈຳນວນ 87 ສູນສະຖານີ 12 ຄັ້ງ ແລະ ປະສານສົມທົບພາກສັງລວມຂໍ້ມູນຈຸດທີ່ຈະສ້ອມແປງຄອງສາຍ ແລະ ສາຍຖາວອນໃນທົ່ວປະ ເທດ ປະຈໍາປີ 2020 ຈຳນວນ 2 ຄັ້ງ, ວຽກງານສາຍສົ່ງໄດ້ຕິດ ຕາມ ລະບົບສາຍສົ່ງ SD11 ສະພາບທີ່ເກີດຂຶ້ນ 34 ຄັ້ງ, ເປີດເສັ້ນທາງການເຊື່ອມຕໍ່ຂອງ ຊ່ອງສັນຍານ 148 ຈຸດ, ເພີ່ມ ເສັ້ນທາງການເຊື່ອມຕໍ່ຊ່ອງສັນ ຍານ 11 ລາຍ, ຫຼຸດເສັ້ນທາງ ການເຊື່ອມຕໍ່ຂອງຊ່ອງສັນຍານ 3 ລາຍ ແລະ ຂີດເສັ້ນທາງການ ເຊື່ອມຕໍ່ຂອງຊ່ອງສັນຍານ 3 ລາຍ ແລະ ວຽກງານອື່ນໆ ຄື
ວຽກງານໄອທີ, ວຽກງານ ກໍ່
ສ້າງໂຄງລ່າງພື້ນຖານ, ວຽກ
ງານຕິດຕັ້ງ-ສ້ອມແປງພາກລັດ ແລະ ພາກທົ່ວໄປ ແລະ ວຽກງານປັບປຸງອົງການທີ່ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາ ເພື່ອເຮັດສໍາເລັດ ໜ້າທີ່ການເມືອງຂອງຕົນທີ່ ໄດ້ຮັບມອບໝາຍຈາກຂັ້ນເທິງ ເຊິ່ງໃນນີ້ໂຄງການສື່ສານ ປະ ກອບມີ I ຄະນະພັກຮາກຖານ, ມີ 7 ໜ່ວຍພັກ, ມີ 46 ຈຸພັກຂຶ້ນກັບ, ມີສະມາຊິກພັກ ທັງໝົດ 392 ສະຫາຍ, ໃນນີ້ສາມາດຕີລາຄາ ແບ່ງຄຸນນະພາບສະມາຊິກພັກ ແຂງ 317 ສະຫາຍ, ກາງ 15
ສະຫາຍ, ມີໜ່ວຍພັກໄດ້ຮັບນາມ ມະຍົດ ເປັນໜ່ວຍພັກປອດໃສ ແຂັ້ມແຂງ ໜັກແໜ້ນ 7 ໜ່ວຍພັກ.
ໂອກາດດຽວກັນນີ້, ກອງປະຊຸມ ຍັງໄດ້ຜ່ານບົດສະຫຼຸບວຽກງານ 3 ປອດ ປະຈຳສົກປີ 2019-2020 ພ້ອມທັງໄດ້ມອບໃບຢັ້ງຢືນກອງ ປອດໃສ ປອດໄພ ປອດຄະດີ ໃຫ້ບັນດາພະແນກ ແລະ ສາຂາ ທີ່ຂຶ້ນກັບໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ ປະເພດ I ປະຈຳປີ 2019-2020 ຈໍານວນ 26 ກົມກອງ.
ໂດຍ: ອາຫວຸ້ນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ