ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມທາງໄກ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 14
ເວລາອອກຂ່າວ: 2021-04-05 15:22:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5665 | ຄວາມນິຍົມ:



ວັນທີ 30 ມີນາ-01 ເມສາ 2021 ນີ້, ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິ ທະຍາສາດ-ປະຫວັດສາດການ ທະຫານໄດ້ເຂົ້າຮ່ວມກອງປະຊຸມ ທາງໄກປະຈຳປີ 2021 ເຄືອຂ່າຍ ສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 14 (NADI Annual Meeting 14th), ພາຍໃຕ້ການເປັນປະທານຂອງ ນາງ ອຳພວນ ຢູລາ ກາຊຸມາ ວາຕີ ດາໂຕ ພາດູກາ ຮາຈີແອັດ ນັນ, ຮັກສາການຫົວໜ້າອຳນວຍ ການສະຖາບັນຄົ້ນຄວ້າຍຸດທະ ສາດປ້ອງກັນຊາດ ສຸລາຕານ ຮາ ຈິ ຮັດຊັນນໍ ໂບນເກຍ, ກະຊວງ ປ້ອງກັນປະເທດ ບຣູໄນ ດາລູຊາ ລາມ, ມີບັນດາຫົວໜ້າສະຖາບັນ ປ້ອງກັນຊາດ ແລະ ວິຊາການດ້ານ ຄວາມໝັ້ນຄົງ ຈາກ 9 ປະເທດ ສະມາຊິກອາຊຽນເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ນາດີ ປະຈຳປີ ຄັ້ງທີ 14 (NADI Annual 14th) ຄັ້ງນີ້ແມ່ນຈະ ໄດ້ເນັ້ນໜັກໃນການປຶກສາຫາ ກ່ຽວກັບ, ສະພາບຄວາມໝັ້ນຄົງ ຂອງພາກພື້ນ ແລະ ທົບທວນຄືນ ກ່ຽວກັບການຮ່ວມມື ແລະ ຜົນສຳ ເລັດຂອງກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ ເພື່ອເສີມສ້າງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນໃນອະນາ ຄົດ. ໂອກາດນີ້, ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ປະກອບຄຳ ເຫັນຕໍ່ກອງປະຊຸມມີເນື້ອໃນວ່າ: ປັດຈຸບັນພາກພື້ນຍັງສືບຕໍ່ປະເຊີນ ໜ້າກັບບັນຫາສິ່ງທ້າທາຍທາງ ດ້ານຄວາມໝັ້ນຄົງມັນໄດ້ສ້າງ ຄວາມວິຕົກກາງວົນໃຫ້ແກ່ຫຼາຍ ປະເທດ ແລະ ເປັນສາເຫດທີ່ເຮັດ ໃຫ້ຫຼາຍປະເທດໃນພາກພື້ນເພີ່ມ ງົບປະມານເຂົ້າໃສ່ດ້ານການທະ ຫານ ເພື່ອຈັດຊື້ອາວຸດທີ່ທັນສະ ໄໝເຂົ້າໃນກອງທັບຕົນ ແລະ ເພື່ອເປັນການກຽມພ້ອມໃນຮັບມື ໄພຂົ່ມຂູ່ດ້ານຄວາມໝັ້ນຄົງ. ນອກຈາກນັ້ນຍັງຈະໄດ້ປະເຊີນ ໜ້າກັບນະໂຍບາຍການຫັນປ່ຽນ ດ້ານຍຸດທະສາດຂອງບັນດາປະ ເທດມະຫາອຳນາດ ແລະ ການ ຍາດແຍ່ງກັນໃນການສະແດງອິດ ທິພົນຂອງພວກເຂົາໃນຂົງເຂດເອ ເຊຍປາຊີຟິກ. ບັນຫາຂໍ້ຂັດແຍ່ງ ແລະ ຄວາມເຄັ່ງຕຶງຄວາມສຳພັນ ຂອງບັນດາປະເທດມະຫາອຳ ນາດໄດ້ສ້າງບັນຫາ ແລະ ສົ່ງຜົນ ກະທົບຕໍ່ດ້ານເສດຖະກິດ, ການ ເມືອງ ແລະ ຄວາມໝັ້ນຄົງພາຍ ໃນອາຊຽນ ແລະ ພາກພື້ນ. ທ່ານຍັງໄດ້ກ່າວເຖິງການແຜ່ ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ຫຼາຍປະເທດໃນ ພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ການພັດທະນາເສດຖະກິດ, ວັດ ທະນະທຳ-ສັງຄົມ, ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນຍໍ້າວ່າ: ປະຊາຄົມອາ ຊຽນ ຕ້ອງໄດ້ເອົາໃຈໃສ່ຮ່ວມມື ກັນຢ່າງຈິງຈັງໃນການແກ້ໄຂບັນ ຫາທ້າທາຍທາງດ້ານຄວາມໝັ້ນ ຄົງ ແລະ ທາງດ້ານການທະຫານ ເພື່ອເຮັດໃຫ້ອາຊຽນມີຄວາມເຂັ້ມແຂງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ