ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວປກ ປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ
ເວລາອອກຂ່າວ: 2021-04-05 15:08:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5596 | ຄວາມນິຍົມ:



ໃນວັນທີ 01 ເມສາ 2021 ນີ້, ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງ ປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ( 5/4/1961-5/4/2021) ໂດຍການປາຖະກະຖາຂອງ ສະ ຫາຍ ພົນຈັດຕະວາ ວັນເຮືອງ ນັນທະຈັກ ອະດີດກໍາມະການ ຄະນະພັກກະຊວງປ້ອງກັນ ຄວາມສະຫງົບ, ອະດີດຜູ້ອໍາ ນວຍການວິທະຍາຄານສັນຕິ ບານປະຊາຊົນ, ມີ ສະຫາຍ ພັນເອກ ສົມພອນ ສີສຸວັນນະ ຄະນະປະຈຳພັກ, ຮອງຫົວໜ້າ ການເມືອງ ວິທະຍາຄານປ້ອງ ກັນຊາດໄກສອນພົມວິຫານ, ຄະນະພັກ-ຄະນະບັນຊາ, 19 ຫົວ ໜ່ວຍກົມກອງ, ຕະຫອດຮອດຄູ-ອາຈານ, ພະນັກງານ-ນັກຮັບທົ່ວ ວິທະຍາຄານເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວັນເຮືອງ ນັນທະຈັກ ໄດ້ໃຫ້ກຽດເລົ່າຫວນຄືນມູນເຊື້ອການກຳເນີດຂອງກຳ ລັງ ປ້ອງກັນ ຄວາມສະຫງົບປະຊາ ຊົນແມ່ນມີຄວາມໝາຍສໍາຄັນ ທາງດ້ານການເມືອງອັນໃຫຍ່ ຫຼວງ ໃນປະຫວັດສາດຂອງຊາດ ລາວ; ພາຍຫຼັງໄດ້ຮັບການ ສ້າງ ຕັ້ງກຳລັງປ້ອງກັນຄວາມສະ ຫງົບໄດ້ເຄື່ອນໄຫວປ້ອງກັນ, ຝຶກແອບຮໍ່າຮຽນ, ປັບປຸງກໍາລັງ, ເພີ່ມພູນຜະລິດຜົນ, ສ້າງພະລາ ທິການກັບ ແລະ ລົງຂົນຂວາຍ-ກໍ່ສ້າງຮາກຖານ ເຊິ່ງໄດ້ທີ່ຮັບ ຄວາມຮັກແພງອຸ້ມຊູຊ່ວຍເຫຼືອ ຈາກປະຊາຊົນຕະຫຼອດມາ; ເຖິງ ວ່າໃນເບື້ອງຕົ້ນກຳລັງພວກເຮົາ ຍັງອ່ອນນ້ອຍ, ການປະກອບ ອາວຸດພາຫະນະຫຼ້າສະໄໝ, ລະດັບເຕັກນິກວິທະຍາສາດບໍ່ ທັນສູງ, ແຕ່ຍ້ອນຄວາມຮຽກ ຮ້ອງຕ້ອງການຂອງ ປະເທດ ຊາດ, ກໍາລັງປ້ອງກັນຄວາມສະ ຫງົບໄດ້ເດັດດ່ຽວເສີມຂະຫຍາຍ ນໍ້າໃຈ ຮັກຊາດ, ຄວາມເປັນເອກະ ລາດ ແລະ ຜືນແຜ່ນດິນອັນອຸດົມ ຮັ່ງມີຂອງຕົນ, ບໍ່ຍອມເປັນຂ້ອຍ ຂ້າໃຫ້ແກ່ຊາດອື່ນ ໄດ້ພ້ອມກັບ ກອງທັບ ແລະ ປະຊາຊົນລາວ ບັນດາເຜົ່າຕໍ່ສູ້ຕ້ານການຮຸກ ຮານຂອງ ຈັກກະພັດພາຍນອກ ແລະ ລູກແຫຼ້ງຕີນມືຂາຍຊາດ.ສາມາດຍາດໄດ້ໄຊຊະນະ ແລະ ສະຖາປານາ ສປປ ລາວ ຢ່າງສະ ຫງ່າຜ່າ ເຜີຍ ໃນວັນທີ 2 ທັນວາ 1975. ຕະຫຼອດ 60 ປີ ແຫ່ງການກໍາ ເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງປ້ອງກັນຄວາມສະ ຫງົບ, ພາຍໃຕ້ການນຳພາຂອງ ພັກ ປະຊາຊົນປະຕິວັດລາວ ແມ່ນ ປະຫວັດສາດແຫ່ງການທົດສອບ ອັນໃຫຍ່ຫຼວງໃນການຕໍ່ສູ້ອັນຍືດ ເຍື້ອຍາວນານ ເພື່ອຍາດເອົາ ຄວາມເປັນເອກະລາດແຫ່ງ ຊາດໃນການປະຕິບັດໜ້າທີ່ການ ເມືອງ, ທັງປະສານ ແລະ ຕໍ່ສູ້ຢ່າງ ພິລະອາດຫານຕິດພັນກັບການ ອອກແຮງປັບປຸງ-ກໍ່ສ້າງກໍາລັງ ຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ. ຜ່ານການປະຕິບັດໜ້າທີ່ການ ເມືອງຂອງ ກໍາລັງປ້ອງກັນຄວາມ ສະຫງົບປະຊາຊົນຕະຫຼອດໄລຍະ ທີ່ຜ່ານ ພວກເຮົາກໍ່ໄດ້ມີຄວາມ ພະຍາຍາມຢ່າງຕັ້ງໜ້າ, ມີຄວາມ ສູ້ຊົນບຸກບືນ, ມີຄວາມຮັບຜິດ ຊອບສູງໃນການຊີ້ນໍາ-ນໍາພາ ປະກອບສ່ວນເຂົ້າໃນການປົກ ປັກຮັກສາ ແລະສ້າງສາພັດທະນາ ປະເທດຊາດ , ສືບຕໍ່ຮັບປະກັນ ສະຖຽນລະພາບ ແລະ ຄວາມໝັ້ນ ຄົງຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ໜັກແໜ້ນ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ