ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດລາວ ໄອເຮັດຈໍຊີ ແລະ ສະຕາໂທລະຄົມ ມອບເງິນໃຫ້ແກ່ ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2018-12-26 09:59:18 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ຕອນບ່າຍຂອງວັນທີ 24 ທັນ ວາ 2018 ນີ້, ບໍລິສັດ ລາວ ໄອ ເຮັດຈ໌ຊີ ຈຳກັດຜູ້ດຽວໄດ້ນຳ ເອົາ ເງິນຈຳນວນ 900 ລ້ານກີບແລະ ບໍລິສັດສະຕາໂທລະຄົມໄດ້ນຳ ເອົາ ເງິນຈຳນວນ 1.500.000 ໂດ ລາມາມອບໃຫ້ກະຊວງປ້ອງກັນ ປະເທດ ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ(20/1/1949-20/ 12019) ກ່າວມອບໂດຍ ທ່ານ ຫຼີໄຄ ປະທານບໍລິສັດລາວໄອເຮັດ ຈ໌ຊີ ຈຳກັດຜູ້ດຽວ ແລະ ທ່ານ ລິວ ແມ່ງຮ່າ ຜູ້ອຳນວຍການໃຫຍ່ບໍລິ ສັດ ສະຕາໂທລະຄົມ ເຊິ່ງກ່າວຮັບ ໂດຍ ທ່ານ ພົນຕີອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ ກັນ ປະເທດ,ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະ ເທດ ແລະ ຄະນະນຳ 4 ກົມໃຫຍ່ ເຂົ້າຮ່ວມ. ໂອກາດນີ້ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດໄດ້ຕາງ ໜ້າໃຫ້ຄະນະນຳກະຊວງປ້ອງກັນ ປະເທດ ໄດ້ສະແດງຄວາມຂອບ ອົກຂອບໃຈ ແລະ ຕີລາຄາສູງ ຕໍ່ປະທານບໍລິສັດລາວໄອເຮັດຈ໌ຊີ ຈຳກັດຜູ້ດຽວ ແລະ ບໍລິສັດຢູ່ນີ ເທວ ທີ່ເຫັນໄດ້ຄວາມໝາຍຄວາມ ສໍາຄັນຂອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ເຊິ່ງໄດ້ຊຸກຍູ້ເງິນຈໍານວນດັ່ງ ກ່າວໃນຄັ້ງນີ້ອັນຈະເປັນການ ປະກອບສ່ວນອັນສໍາຄັນເຂົ້າໃນ ການສະເຫຼີມສະຫຼອງວັນດັ່ງກ່າວ ໃຫ້ເປັນຂະບວນການຟົດຟື້ນ ກວ້າງຂວາງ ແລະ ຈົບງາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ