ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເພີ່ມທະວີ ວຽກງານຊີ້ນຳ - ນຳພາ ໃຫ້ສູງຂຶ້ນກວ່າເກົ່າ
ເວລາອອກຂ່າວ: 2018-12-25 16:09:42 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ໃນວັນທີ 14 ທັນວາ 2018 ນີ້, ຢູ່ກອງພົນທີ 5 ໄດ້ຈັດຕັ້ງພິທີພົບປະໂອ້ລົມພະນັກງານສະມາ ຊິກພັກຫຼັກແຫ່ງໃນທົ່ວກອງພົນທີ 5 ໂດຍການເປັນປະທານຂອງພັນ ເອກ ບຸນທັນ ມາບຸດສະດີ ເລຂາ ຄະນະພັກ ຫົວໜ້າການເມືອງ ກອງພົນທີ 5 ພ້ອມຄະນະພັກ ຄະນະບັນຊາ ພະນັກງານສະມາ ຊິກພັກສົມບູນຈາກອົງການ,ກົມກອງເຂົ້າຮ່ວມ. ໃນການພົບປະໂອ້ລົມຄັ້ງນີ້ ຫົວ ໜ້າການເມືອງກອງພົນທີ 5 ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ບັນດາຄະນະພັກ-ຄະນະບັນຊາ ພະນັກງານສະມາຊິກພັກທີ່ໄດ້ ພ້ອມກັນເປັນເຈົ້າການເຂົ້າໃນ ການຄົ້ນຄວ້າສຸມທຸກເຫື່ອຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດບັນ ດາຂົງເຂດວຽກງານດ້ານຕ່າງໆ ທີ່ຂັ້ນເທິງມອບໝາຍໃຫ້ກໍຄືການຈັດຕັ້ງປະຕິບັດມະຕິ X ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງກອງພົນທີ 5 ຕິດພັນກັບການ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຂອງຄະນະພັກຮາກຖານ ແຕ່ລະກົມກອງກໍຄືການຈັດຕັ້ງ ປະຕິບັດ 4 ໜ້າໃຫຍ່ 26 ແຜນ ງານທີ່ຄະນະພັກກະຊວງປ້ອງກັນ ປະເທດວາງອອກເຮັດກົມກອງ ມີບັນຍາກາດຟົດຟື້ນ ທັງສ້າງໄດ້ ບັນດາຜົນງານຫຼາຍດ້ານທີ່ພົ້ນ ເດັ່ນພ້ອມທັງຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາ, ກົມກອງຮາກ ຖານຕ້ອງເພີ່ມທະວີວຽກງານຊີ້ ນຳ-ນຳພາໃຫ້ສູງຂຶ້ນ, ໄປຄຽງ ຄູ່ກັນນັ້ນຕ້ອງໄດ້ຍົກສູງບົດບາດ ການຊີ້ນຳໆພາເປັນແບບຢ່າງນຳ ໜ້າໃຫ້ແກ່ມະຫາຊົນເອົາໃຈໃສ່ ສຶກສາອົບຮົມຄຸນທາດ ການເມືອງ ຄຸນສົມບັດສິນທຳປະຕິວັດ ພ້ອມ ນັ້ນກໍຕ້ອງປັບປຸງແບບແຜນນຳ ພາວິທີເຮັດວຽກຂອງຄະນະພັກ ໃຫ້ມີວິທະຍາສາດ ເບິ່ງກວ້າງ ມອງໄກ ກ້າຄິດ ກ້າເຮັດ ກ້າຮັບ ຜິດຊອບ ບົນພື້ນຖານຕ້ອງມີປະ ຊາທິປະໄຕໃນໝູ່ຄະນະຕິດພັນກັບ ວຽກງານສ້າງຂະບວນການຕ້ອນ ຮັບວັນສຳຄັນຕ່າງໆຂອງຊາດ, ຂອງພັກຂອງກອງທັບ, ຍູ້ແຮງ ຂະບວນການລວມຂອງກົມກອງ ໃຫ້ມີບັນຍາກາດຟົດຟື້ນຢ່າງຕໍ່ ເນື່ອງ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ