ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສູນກາງ ສະຫະພັນແມ່ຍິງ ລາວ ຮັບຟັງການ ປາຖະກະຖາ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2018-12-25 16:01:26 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 132 | ຄວາມນິຍົມ:



ໃນວັນທີ 24 ທັນວານີ້, ສູນ ກາງສະຫະພັນແມ່ຍິງລາວ ໄດ້ ຈັດຕັ້ງຮັບຟັງການປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີຂຶ້ນ ໂດຍການ ປະຖະກະຖາຂອງ ທ່ານ ພົນຈັດ ຕະວາ ວັນທອງ ກອງມະນີ ກໍາ ມະການຄະນະພັກກະຊວງປ້ອງ ກັນປະເທດ, ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ໃຫ້ກຽດເຂົ້າ ຮ່ວມຮັບຟັງຂອງ ທ່ານ ນາງ ອິນ ລາວັນ ແກ້ວບຸນພັນ ກໍາມະການ ກາງພັກ, ປະທານສະຫະພັນແມ່ ຍິງລາວ, ມີພະນັກງານ-ເອື້ອຍ ນ້ອງແມ່ຍິງສູນກາງເຂົ້າຮ່ວມ. ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ໄດ້ຍົກໃຫ້ເຫັນປະ ຫວັດສາດ, ມູນເຊື້ອແຫ່ງການ ກຳເນີດເຕີບໃຫຍ່ຂະຫຍາຍຕົວ, ລວມທັງຜົນງານ ແລະ ໄຊຊະນະ ທີ່ກອງທັບເຮົາຍາດມາໄດ້ຕະ ຫຼອດໄລຍະ 70 ປີຜ່ານມາ, ໂດຍ ກອງທັບປະຊາຊົນລາວໄດ້ຮັບ ການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ຢູ່ເຂດລາວຮຸ່ງ ພຽງສາເມືອງຊຽງຄໍ້ ແຂວງຫົວ ພັນ, ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງ ຕັ້ງ ແລະ ຊີ້ນໍາບັນຊາໂດຍກົງ ນັບແຕ່ກອງທັບໄດ້ຮັບການສ້າງ ຕັ້ງຂຶ້ນກໍໄດ້ຮັບພາລະອັນໜັກ ໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກ ຮານທັງແບບເກົ່າ ແລະ ໃໝ່ທີ່ ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າແຕ່ ດ້ວຍນໍ້າໃຈຮັກຊາດເດັດດ່ຽວ ໜຽວແໜ້ນ ກອງທັບເຮົາກໍໄດ້ຕໍ່ ສູ້ຢ່າງອົງອາດກ້າຫານຍາດໄດ້ ໄຊຊະນະເປັນກ້າວໆມາ ແລະ ສາມາດປົດປ່ອຍປະເທດຊາດ ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ຢ່າງເປັນທາງການ ໃນວັນທີ 2 ທັນວາ 1975. ຈາກ ນັ້ນມາກອງທັບກໍໄດ້ເຮັດໜ້າທີ່ ເປັນກຳລັງຫຼັກແຫ່ງໃນພາລະກິດ ການປົກປັກຮັກສາປະເທດຊາດ ໃຫ້ມີຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມສ້າງເງື່ອນໄຂ ໃຫ້ປະເທດຊາດໄດ້ສ້າງສາພັດ ທະນາຮອບດ້ານ, ຊີວິດການເປັນ ຢູ່ຂອງປະຊາຊົນນັບມື້ດີຂຶ້ນເປັນ ກ້າວໆ. ການປາຖະກະຖາຄັ້ງນີ້ກໍເພື່ອ ເປັນການສຶກສາອົບຮົມໃຫ້ພະ ນັກງານ, ລັດຖະກອນ ແລະ ປະ ຊາຊົນບັນດາເຜົ່າ ເປັນຕົ້ນແມ່ນ ຄົນຮຸ່ນໜຸ່ມໃຫ້ມີຄວາມຮັບຮູ້, ເຂົ້າໃຈ, ເຊື່ອມຊຶມກຳແໜ້ນມູນ ເຊື້ອ ແລະ ເຫດການສຳຄັນຂອງ ວັນດັ່ງກ່າວດ້ວຍຮູບການຕ່າງໆ ໃຫ້ກວ້າງຂວາງເລິກເຊິ່ງ ເພື່ອ ພ້ອມກັນປຸກລະດົມເສີມຂະ ຫຍາຍມູນເຊື້ອສຳຄັນໃນການ ຕໍ່ສູ້ກູ້ຊາດເຂົ້າໃນຂະບວນການ ເຄື່ອນໄຫວຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມຂອງລັດໃຫ້ປາກົດຜົນເປັນ ຈິງ, ຕັ້ງໜ້າປັບປຸງ, ຮັດແໜ້ນ ຄວາມສາມັກຄີປອງດອງທົ່ວ ປວງຊົນພາຍໃຕ້ຮົ່ມທຸງຂອງພັກ. ຍົົກສູງສະຕິ ລະວັງຕົວຕໍ່ກົນອຸ ບາຍຫັນປ່ຽນໂດຍສັນຕິຂອງ ພວກຄົນບໍ່ດີ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ຕ່າງໆ ໃນສັງຄົມ, ເພີ່ມທະວີການຄຸ້ມ ຄອງລັດ, ຄຸ້ມຄອງສັງຄົມດ້ວຍ ກົດໝາຍໃຫ້ມີຄວາມສັກສິດ ເຊີດ ຊູນໍ້າໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ເພື່ອພັດທະນາຕົນເອງ, ຄອບຄົວ ແລະ ປະເທດຊາດຫຼຸດ ພົ້ນອອກຈາກຄວາມທຸກຍາກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ