ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫຼຸບຖອດຖອນບົດຮຽນການປ້ອງກັນໂຄງການກໍ່ສ້າງທາງລົດໄຟລາວ - ຈີນ
ເວລາອອກຂ່າວ: 2021-03-07 17:38:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 101 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກ ງານການປ້ອງກັນຄວາມປອດໄພ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ- ຈີນ ປະຈໍາປີ 2020 ແລະ ກໍານົດທິດທາງແຜນການປະຈໍາ ປີ 2021 ໄດ້ຈັດຂຶ້ນໃນວັນທີ 3 ມີນາ 2021 ນີ້, ຢູ່ທີ່ກອງບັນຊາ ການທະຫານແຂວງຫຼວງພະ ບາງ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງ ເຈ້ຍຊ້າ ກໍາມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບ ທັງເປັນຫົວ ໜ້າຄະນະຊີ້ນໍາໂຄງການກໍ່ສ້າງ ເສັ້ນທາງລົດໄຟລາວ-ຈີນ, ມີຜູ້ ຕາງໜ້າກົມສູ້ຮົບ, ຄະນະອະນຸກໍາ ມະການຮັບຜິດຊອບປ້ອງກັນ ໂຄງການກໍ່ສ້າງເສັ້ນທາງລົດ ໄຟລາວ-ຈີນຈາກກອງພົນທີ I, ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ, ແຂວງວຽງ ຈັນ, ແຂວງຫຼວງພະບາງ, ແຂວງ ອຸດົມໄຊ ແລະ ກອງບັນຊາການທະຫານແຂວງຫຼວງນໍ້າທາເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການ ສະຫຼຸບລາຍງານ ຜ່ານການເຄື່ອນ ໄຫວປ້ອງກັນຄວາມປອດໄພໃຫ້ ແກ່ໂຄງການກໍ່ສ້າງເສັ້ນທາງລົດ ໄຟລາວ-ຈີນ ປະຈໍາປີ 2020 ຂອງບັນດາກົມກອງທີ່ຮັບຜິດ ຊອບຕາມແຕ່ລະຈຸດ, ຍົກໃຫ້ເຫັນ ສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ, ສະຫາຍ ພັນ ເອກ ວົງມະນີຈັນ ສາມະວົງ ຮອງ ຫົວໜ້າກົມສູ້ຮົບກົມໃຫຍ່ເສນາ ທິການກອງທັບ ໄດ້ກ່າວວ່າ: ໂຄງ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເປັນເສັ້ນທາງແຫ່ງ ມິດຕະພາບ, ເປັນເສັ້ນທາງຕົວ ແບບ, ເສັ້ນທາງແຫ່ງຄວາມຂາວ ສະອາດ ແລະ ເປັນບູລິມະສິດຂອງ ລັດຖະບານລາວ-ຈີນໃຫ້ຄວາມ ສໍາຄັນ ເຊິ່ງນອນໃນຍຸດທະສາດ ໜຶ່ງແລວທາງໜຶ່ງເສັ້ນທາງໃນ ອາຊີຕາເວັນອອກ. ເປັນໂຄງການ ລົງທຶນຂະໜາດໃຫຍ່ທີ່ຫຼາຍປະ ເທດໃນໂລກໃຫ້ຄວາມສົນໃຈ, ໂຄງການດັ່ງກ່າວແມ່ນນອນຢູ່ໃນ ແຜນການຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ຄັ້ງທີ X ຂອງ ພັກ ເພື່ອສູ້ຊົນເຮັດໃຫ້ປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ແລະ ເຮັດໃຫ້ປະ ເທດຊາດໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ໂດຍສະເພາະໃນຂົງ ເຂດວຽກງານປ້ອງກັນຊາດພວກ ເຮົາແມ່ນໄດ້ສຸມໃສ່ຈັດຕັ້ງປະຕິ ບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ຢ່າງມີຜົນສໍາເລັດ ເຮັດໃຫ້ກອງທັບໄດ້ຮັບການປັບ ປຸງດີຂຶ້ນດ້ວຍບາດກ້າວທີ່ໜັກ ແໜ້ນ, ສາມາດເຮັດສໍາເລັດໜ້າ ທີ່ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສ້າງໄດ້ ຄວາມເຊື່ອໝັ້ນໄວ້ວາງໃຈ ຈາກ ພາກພື້ນ ແລະ ສາກົນ ເຮັດໃຫ້ນັກ ລົງທຶນຈາກຕ່າງປະເທດໄດ້ເຂົ້າ ມາລົງທຶນພາຍໃນປະເທດໃຫ້ ນັບມື້ເພີ່ມຂຶ້ນ. ສໍາລັບວຽກງານປ້ອງກັນ ຄວາມປອດໄພໂຄງການດັ່ງກ່າວ ເປັນວຽກງານທີ່ສໍາຄັນ ເຊິ່ງມີ ຈຸດປ້ອງກັນທັງໝົດ 83 ຈຸດ, ໃນ ນັ້ນ, ກອງພົນທີ I ຮັບຜິດຊອບ 10 ຈຸດ, ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ 6 ຈຸດ, ທະຫານແຂວງວຽງຈັນ 19 ຈຸດ, ທະຫານແຂວງຫຼວງພະບາງ 22 ຈຸດ, ທະຫານແຂວງອຸດົມໄຊ 21 ຈຸດ ແລະ ກອງບັນຊາການທະ ຫານແຂວງຫຼວງນໍ້າທາ 5 ຈຸດ. ຜ່ານການເຄື່ອນໄຫວໃນໄລຍະ ຜ່ານມາສາມາດຮັບປະກັນໄດ້ ຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະ ຊຸມຍັງໄດ້ພ້ອມກັນຄົ້ນຄວ້າການ ສໍາຫຼວດອອກແບບກໍ່ສ້າງເຮືອນ ຢູ່, ເຮືອນນອນ ແລະ ປ້ອມຍາມ ຢູ່ບັນດາຈຸດຕ່າງໆ ໃຫ້ມີຄວາມ ແໜ້ນໜາຖາວອນ. ໂອກາດນີ້, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ໄດ້ຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງທີ່ຮັບຜິດຊອບ ປ້ອງກັນໂຄງການດັ່ງກ່າວຫັນເອົາກຳລັງລົງກໍ່ສ້າງຮາກຖານ ການເມືອງຕິດພັນກັບປະຊາຊົນ ທີ່ຢູ່ລຽບຕາມເສັ້ນທາງລົດໄຟ, ສົມທົບກັບອໍານາດການປົກ ຄອງບ້ານ ແລະ ເມືອງເຮັດວຽກ ງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ປະຊາຊົນບັນ ດາເຜົ່າຢ່າງຕໍ່ເນື່ອງແນໃສ່ເຮັດ ໃຫ້ເຂົາເຈົ້າຮັບຮູ້ເຊື່ອມຊຶມຕໍ່ ແນວທາງແຜນນະໂຍບາຍປ່ຽນ ແປງໃໝ່ຂອງພັກ, ເປັນເຈົ້າການ ເຂົ້າຮ່ວມເຮັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢ່າງຕັ້ງໜ້າ, ສືບຕໍ່ສຶກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ ພະນັກງານ-ນັກຮົບ ທີ່ປະຈໍາການ ຢູ່ຈຸດຕ່າງໆຮັບຮູ້ເຂົ້າໃຈຢ່າງ ເລິກເຊິ່ງ ແລະ ເຄື່ອນໄຫວຕາມ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ, ມີການປະສານສົມທົບ ກັນລະຫວ່າງກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃນແຕ່ລະຈຸດ ເພື່ອພ້ອມກັນແກ້ ໄຂບັນຫາປະກົດການຫຍໍ້ທໍ້ທີ່ ອາດຈະເກີດຂຶ້ນໃຫ້ທັນກັບສະ ພາບການ. ໃນພິທີ, ຍັງໄດ້ມອບລົດກະ ບະ 4 ປະຕູຈໍານວນ 5 ຄັນ ໃຫ້ບັນ ດາກົມກອງທີ່ຮັບຜິດຊອບປ້ອງ ກັນໂຄງການກໍ່ສ້າງເສັ້ນທາງ ລົດໄຟລາວ-ຈີນ ເພື່ອນໍາໃຊ້ເຂົ້າ ໃນການເຄື່ອນໄຫວເຮັດໜ້າທີ່ ປ້ອງກັນຄວາມປອດໄພໃຫ້ມີ ຄວາມສະດວກວອງໄວຂຶ້ນຕື່ມ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ