ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນທະຫານຊາຍແດນ 712 ບໍລິຈາກເລືອດຊ່ວຍເຫຼືອສັງຄົມ
ເວລາອອກຂ່າວ: 2021-03-05 18:55:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1250 | ຄວາມນິຍົມ:



ໃນຕົ້ນເດືອນ ມີນາ 2021 ນີ້, ສູນເລືອດແຫ່ງຊາດອົງການ ກາແດງລາວໄດ້ເຄື່ອນໄຫວບໍ ລິຈາກເລືອດຢູ່ ໂຮງຮຽນທະ ຫານຊາຍແດນ 712, ເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ພັນໂທ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານໂຮງຮຽນ, ຕະຫຼອດຮອດພະນັກງານ-ນັກ ຮົບທົ່ວໂຮງຮຽນເຂົ້າຮ່ວມ. ສະຫາຍ ພັນໂທ ສົມສັກ ໄຊສະຖຽນ ຕາງໜ້າຈາກກົມເສ ນາຮັກໄດ້ກ່າວຈຸດປະສົງໃນ ການເຄື່ອນໄຫວຮັບບໍລິຈາກ ເລືອດໃນຄັ້ງນີ້, ໂດຍປະຕິບັດ ຕາມແຜນການ, ແຈ້ງການຂອງ ນາຍົກລັດຖະມົນຕີ ວ່າດ້ວຍ ການ ຄວບຄຸມ ແລະ ສະກັດກັ້ນ ການ ແຜ່ລະບາດຂອງພະຍາດອັກ ເສບປອດສາຍພັນໃໜ່ໂຄວິດ-19 ແລະ ພະຍາດໄຂ້ເລືອດອອກ ທີ່ກຳລັງແຜ່ລາມຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງປັດຈຸບັນນີ້ມີອຸບັດຕິເຫດຕ່າງໆ ທີ່ເກີດຂຶ້ນ ມີຄົນເຈັບຈໍານວນຫຼວງຫຼາຍ ທີ່ ນອນປິ່ນປົວຢູ່ຕາມໂຮງໜໍແຫ່ງ ຕ່າງໆ ທີ່ຕ້ອງການເລືອດ ເພື່ອ ເກັບກູ້ເອົາຊີວິດເພື່ອນມວນມະ ນຸດດ້ວຍກັນ ນອກຈາກຊ່ວຍ ເຫຼືອເອົາຊີວິດຄົນທີ່ເຈັບຢູ່ຕາມ ໂຮງໜໍກັບຄືນໃຫ້ມີຊີວິດໃໜ່ ຍັງສາມາດກວດພະຍາດຂອງ ຜູ້ກ່ຽວ ແລະ ຮູ້ໝວດເລືອດ ຂອງຕົນເອງນຳອີກ, ໃນນັ້ນມີ ຜູ້ເຂົ້າຮ່ວມສະໜັກບໍລິຈາກ ເລືອດເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ດ້ວຍຄວາມສະໜັກໃຈ ໂດຍບໍ່ຫວັງຜົນຕອບແທນໃດໆ ຈໍານວນ 18 ສະຫາຍ ແລະ ໄດ້ເລືອດຈຳນວນ 18 ຖົງ. ໂດຍ: ສົມພອນ ດວງສີລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ