ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງບໍລິຄຳໄຊປິດຊຸດອົບຮົມ - ຫັດແອບການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດທີ I
ເວລາອອກຂ່າວ: 2021-03-05 09:38:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ໃນວັນທີ 26 ກຸມພາ 2021 ນີ້, ຢູ່ທີ່ໂຮງຮຽນການທະຫານ ທ້ອງຖິ່ນທະຫານແຂວງບໍລິຄຳ ໄຊ ໄດ້ປິດຊຸດອົບຮົມ-ຫັດແອບ ການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ l, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ຄຳ ແດງ ແພງພົງພັນ ຮອງເລຂາ ຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ບໍລິຄຳໄຊ, ແລະ ການເຂົ້າຮ່ວມ ຂອງ ທ່ານ ສາຍຄຳ ວົງຄຳທອງ ຮອງຫົວໜ້າຫ້ອງວ່າການປົກ ຄອງແຂວງບໍລິຄຳໄຊ, ມີຄະນະ ຫ້ອງ, ພະແນກກ່ຽວຂ້ອງ, ຄະນະ ອຳນວຍການໂຮງຮຽນ, ອຳນາດ ການປົກຄ້ອງບ້ານອ້ອມຂ້າງ ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນພາຍໃນໂຮງຮຽນເຂົ້າ ຮ່ວມ. ສະຫາຍ ພັນໂທ ຕິດ ໄຊປັນ ຍາ ຫົວໜ້າການທະຫານໂຮງ ຮຽນການທະຫານທ້ອງຖິ່ນທະ ຫານແຂວງບໍລິຄຳໄຊ ໄດ້ຜ່ານ ບົດສະຫຼຸບການອົບຮົມ-ຫັດ ແອບການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດທີ l ເປັນ ຕົ້ນ: ຊຸດອົບຮົມ-ຫັດແອບຄັ້ງນີ້ ມີນັກຮຽນ 49 ສະຫາຍ, ໂດຍ ໄດ້ປະຕິບັດຕາມຫຼັກສູດການ ຮຽນ ການສອນ ລະບົບ 6 ເດືອນ ທີ່ກົມໃຫຍ່ເສນາທິການກອງທັບ ວາງອອກ, ບົດຮຽນທີ່ນຳມາອົບ ຮົມ-ຫັດແອບປະກອບມີ 3 ພາກ ຄື: ພາກການເມືອງໄດ້ຮຽນ ແລະ ຮັບຟັງການເລົ່າມູນເຊື້ອ ຂອງກອງທັບ, ຮຽນມູນເຊື້ອຂອງ ກອງທັບ, ຮຽນມູນເຊື້ອຂອງພັກ, ຮຽນຄຸນສົມບັດສິນທຳປະຕິວັດ ແບບແຜນວິທີເຮັດວຽກຂອງ ນາຍ ແລະ ພົນທະຫານ, ຮຽນ ການເຝິກຝົນຫໍ່ຼຫຼອມຕົນເອງໃຫ້ ກາຍເປັນພະນັກງານທີ່ດີ, ຮຽນ ສິດໜ້າທີ່ຂອງພະນັກງານ, ຮຽນ ວຽກງານວັດທະນະທຳ-ສັງຄົມ, ຮຽນວຽກງານມະຫາຊົນ, ຮຽນ ເອກະສານຍົກສູງສະຕິລະວັງ ຕົວເດັດດ່ຽວຕ້ານທຸກກົນອຸບາຍ ເລລ່ຽມຂອງສັດຕູ ແລະ ຮຽນ ຄວາມຮູ້ພື້ນຖານກ່ຽວກັບກົດ ໝາຍ, ສະເຫຼ່ຍຜົນໄດ້ຮັບພາກ ການເມືອງ 87%, ພາກພະລາ ທິການ-ເຕັກນິກ ແມ່ນໄດ້ຮຽນ ເຕັກນິກພື້ນຖານການແພດ, ຮຽນ ວຽກງານສຸຂະອະນາໄມກັນພະ ຍາດ, ຮຽນການຄຸ້ມຄອງອາວຸດ, ຊັບສົມບັດ, ເຄື່ອງປະກອບຂອງ ກອງທັບ ແລະ ຮຽນວຽກງານ ເພີ່ມພູນຜະລິດຜົນ ສະເລ່ຍຜົນ ໄດ້ຮັບພາກພະລາທິການ-ເຕັກ ນິກ 83% ແລະ ພາກການທະ ຫານໄດ້ຮຽນລະບຽບ-ກີລາ ຂອງກອງທັບ, ຮຽນວຽກງານ ເສນາທິການ, ຮຽນພື້ນຖານ ບັນດາເຫຼົ່າຮົບຮັບປະກັນ, ຮຽນ ສິລະປະຍຸດທະຫານຮາບ ແລະ ຮຽນຍຸດທະວິທີທະຫານຮາບ, ສະເລ່ຍຜົນໄດ້ຮັບພາກການທະ ຫານ 85% ແລະ ສະເລ່ຍຜົນ ໄດ້ຮັບ 85%, ຈາກນັ້ນ ກໍໄດ້ ມອບໃບຢັ້ງຢືນ ໃຫ້ນັກຮຽນ ລະບົບ 6 ເດືອນ ຊຸດທີ l. ໂດຍ: ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ