ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອຳນາດການປົກຄອງແຂວງຈຳປາສັກຢ້ຽມຢາມ ແລະ ອວຍພອນກອງພັນ 13
ເວລາອອກຂ່າວ: 2021-03-05 09:34:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ຄະນະ ພັກ-ຄະນະບັນຊາ ກອງພັນ 13 ໄດ້ຕ້ອນຮັບການລົງຢ້ຽມຢາມ ແລະ ອວຍພອນຂອງຄະນະ ອຳນາດການປົກຄອງແຂວງຈຳ ປາສັກ, ເມືອງ, ພະແນກການ ແລະ ອົງການຈັດຕັ້ງມະຫາຊົນ, ນຳ ໂດຍ ທ່ານ ແກ້ວລັດຕະນະ ສີຫາ ວົງ ຄະນະປະຈຳພັກແຂວງຈຳ ປາສັກ ພ້ອມດ້ວຍອຳນາດການ ປົກຄອງຂັ້ນເມືອງ, ພະແນກ ການ, ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງ. ໂດຍການຕ້ອນຮັບຂອງ ສະ ຫາຍ ພັນໂທ ຄຳເພັດ ຄຳວິໄລ ກຳມະການຄະນະພັກກອງພັນ ໃຫຍ່ ຫົວໜ້າການເມືອງກອງພັນ 13 ພ້ອມດ້ວຍຄະນະ. ໂອກາດ ນີ້, ສະຫາຍຫົວໜ້າການເມືອງ ໄດ້ລາຍງານກ່ຽວກັບການ ເຄື່ອນໄຫວການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຂອງກົມກອງ ຕໍ່ຄະນະຜູ້ແທນ ເປັນຕົ້ນແມ່ນ ໄດ້ຖືເອົາການລົງກໍ່ສ້າງຮາກ ຖານແບບມູນເຊື້ອເປັນກົກ ໂດຍ ປະສານສົບທົບກັບອຳນາດການ ປົກຄອງທ້ອງຖິ່ນ ແລະ ກົມກອງ ອ້ອມຂ້າງເພື່ອສະກັດກັ້ນປະ ກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດ ຂຶ້ນໃຫ້ທັນເວລາ, ໄດ້ຈັດຕັ້ງລະ ບົບປະຈຳການກຽມພ້ອມສູ້ຮົບ ເປັນຕົ້ນແມ່ນປະຈຳການບັນຊາ, ສິດປະຈຳການ, ກຳລັງປະຈຳ ການ ແລະ ພາຫະນະປະຈຳການ, ຕະຫຼອດ 24 ຊົ່ວໂມງ ຢ່າງເປັນ ປົກກະຕິ, ຖືເອົາການສຶກສາອົບ ຮົມການເມືອງ-ນຳພາແນວຄິດ ເປັນບັນຫາສຳຄັນແນໃສ່ເຮັດໃຫ້ ພະນັກງານ-ນັກຮົບໃນກົມກອງ ໄດ້ຮຽນຮູ້ເຊື່ອມຊຶມຕໍ່ແນວທາງ ນະໂຍບາຍຂອງພັກ-ລັດຢ່າງ ໜັກແໜ້ນ, ຍົກສູງການອົບຮົມ- ຫັດແອບສິລະປະຍຸດ-ຍຸດທະວິທີ ຮັບປະກັນຄຸນນະພາບດ້ານການ ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ເພື່ອຕອບສະໜອງໃຫ້ໄດ້ຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນໄລຍະໃໝ່ເປັນປົກ ກະຕິ, ເອົາໃຈໃສ່ຈັດຕັ້ງປະຕິບັດ ລະບຽບແບບແຜນຂອງກອງທັບ ຢ່າງເຂັ້ມງວດ ໂດຍສະເພາະ ແມ່ນການຈັດຕັ້ງ 7 ລະບອບ 18 ວຽກຂອງກອງທັບໃນມື້ໜຶ່ງ. ສ່ວນວຽກງານການແກ້ໄຂຊີວິດ ການເປັນຢູ່ຖືເອົາການປູກ- ການ ລ້ຽງເປັນຕົ້ນຕໍ ເພື່ອແນໃສ່ຮັບ ປະກັນຊີວິດການເປັນຢູ່ຂອງພະ ນັກງານ-ນັກຮົບໃຫ້ນັບມື້ດີຂຶ້ນ. ຈາກນັ້ນ, ທ່ານ ແກ້ວລັດຕະ ນະ ສີຫາວົງ ໄດ້ສະແດງຄວາມ ຢ້ຽມຢາມຖາມຂ່າວ ແລະ ອວຍ ພອນມາຍັງພະນັກງານ-ນັກ ຮົບໃນກົມກອງ ແລະ ໄດ້ຍ້ອງ ຍໍຊົມເຊີຍຕໍ່ຜົນງານທີ່ກົມກອງ ຍາດໄດ້ໃນໄລຍະຜ່ານມາ ພ້ອມ ທັງໄດ້ມອບເຄື່ອງ, ອຸປະກອນ ກີລາ, ອາຫານສຳເລັດຮູບ, ເຄື່ອງຮັບໃຊ້ໃນກົມກອງ ແລະ ເຄື່ອງຮັບໃຊ້ໃນເຮືອນຄົວຈຳ ນວນ 47 ລາຍການ ລວມມູນ ຄ່າປະມານ 8 ລ້ານກວ່າກີບ ເພື່ອ ໝູນໃຊ້ເຂົ້າໃນກົມກອງໃຫ້ເກີດ ດອກອອກຜົນຂຶ້ນເປັນກ້າວໆ. ໂດຍ: ສະຫວັນ ອິນທະພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ