ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳເດືອນທົ່ວກອງບັນຊາການທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2021-03-04 09:05:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ:



ໃນວັນທີ 25 ກຸມພາ 2021 ນີ້, ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໄດ້ເປີດກອງ ປະຊຸມສ່ອງແສງວຽກງານຮອບ ດ້ານປະຈຳເດືອນ, ໂດຍໃຫ້ກຽດ ເຂົ້າຮ່ວມເປັນປະທານຂອງສະ ຫາຍ ພົນຈັດຕະວາ ສີພອນ ຈັນ ສົມວົງ ຫົວໜ້າການເມືອງກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະ ຫ້ອງ, ຕະຫຼອດຮອດບັນດາພະ ແນກການຈາກອົງການ 5 ຫ້ອງ ພ້ອມດ້ວຍຄະນະບັນຊາຈາກກົມ ກອງອ້ອມຂ້າງທີ່ຂຶ້ນກັບເຂົ້າ ຮ່ວມ. ໂອກາດນີ້ ຄະນະບັນຊາແຕ່ລະ ກົມກອງໄດ້ຜັດປ່ຽນກັນລາຍ ງານຫຍໍ້ກ່ຽວກັບວຽກງານຮອບດ້ານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະ 1 ເດືອນຜ່ານມາຍົກໃຫ້ເຫັນ ດ້ານດີ-ດ້ານອ່ອນ ຂໍ້ຄົງຄ້າງທີ່ຈະ ຕ້ອງໄດ້ປັບປຸງແກ້ໄຂເປັນຕົ້ນ ແມ່ນແຕ່ລະກົມກອງໄດ້ພ້ອມກັນ ຖືເອົາວຽກງານການສຶກສາອົບ ຮົມການເມືອງ-ແນວຄິດພາຍໃນ ກົມກອງເປັນກົກ ໂດຍນຳເອົາບັນ ດາເອກະສານມູນເຊື້ອຕ່າງໆ ຂອງຊາດ, ຂອງພັກ, ຂອງກອງ ທັບ ລົງເຜີຍແຜ່ໃຫ້ບັນດາພະນັກ ງານ-ນັກຮົບພາຍໃນກົມກອງ ຂອງຕົນໄດ້ຮັບຮູ້ເຊື່ອມຊຶມກຳ ແໜ້ນຢ່າງເລິກເຊິ່ງ, ພ້ອມກັນ ນັ້ນ ຍັງໄດ້ຫັນເອົາກຳລັງຂອງ ຕົນລົງກໍ່ສ້າງຮາກຖານການ ເມືອງຢູ່ໃນຂອບເຂດຮັບຜິດຊອບ ຢ່າງເປັນປົກກະຕິ ເພື່ອຕິດຕາມ ກວດກາສະພາບ ແລະ ແກ້ໄຂປະ ກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ມີ ຄວາມສະຫງົບປອດໄພ, ເອົາໃຈ ໃສ່ການອົບຮົມ-ຫັດແອບທາງ ດ້ານສິລະປະຍຸດ-ຍຸດທະວິທີ ເພື່ອ ສ້າງຄວາມຊຳນິຊຳນານໃຫ້ແກ່ ພະນັກງານ-ນັກຮົບຂອງຕົນ ເພື່ອ ຮັບປະກັນມີຄວາມຄ່ອງແຄ້ວໃນ ການປະຕິບັດໜ້າທີ່ ແລະ ສາມາດ ສູ້ຮົບໃນຍາມທີ່ມີປະກົດການເກີດ ຂຶ້ນໄດ້ທຸກເມື່ອ, ພ້ອມກັນນັ້ນກໍ ຍັງໄດ້ສ້າງເງື່ອນໄຂຊອກຫາ ແຫຼ່ງລາຍຮັບໂດຍສຸມໃສ່ການ ປູກ, ການລ້ຽງ ແລະ ການບໍລິ ການຕ່າງໆຕາມທ່າແຮງບົ່ມຊ້ອນ ຂອງກົມກອງ ເພື່ອສ້າງເສດຖະ ກິດແກ້ໄຂຊີວິດການເປັນຢູ່ຂອງ ບັນດາພະນັກງານ-ນັກຮົບໃຫ້ນັບ ມື້ດີຂຶ້ນເທື່ອລະກ້າວ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ