ເປີດຊຸດອົບຮົມ-ຫັດແອບການເມືອງ-ການທະຫານໃຫ້ກອງຮ້ອຍປ້ອງກັນຕົວ
ເວລາອອກຂ່າວ: 2021-03-04 09:01:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 100 | ຄວາມນິຍົມ:
ໃນວັນທີ 23 ກຸມພາ 2021 ນີ້, ກອງບັນຊາການທະຫານ ແຂວງສາລະວັນໄດ້ເປີດບັ້ນອົບ ຮົມຫັດແອບການເມືອງ-ການ
ທະຫານ ໃຫ້ກອງຮ້ອຍປ້ອງກັນ
ຕົວ ເຂື່ອນໄຟຟ້າເຊເສັດ 1 ແລະ
ເຊເສັດ 2 ປະຈຳປີ 2021 ໂດຍ
ການເປັນປະທານຂອງ ສະຫາຍ
ພັນໂທ ໜູກອນ ພົມມະແສງ ຄະນະພັກຮາກຖານ ຮອງຫົວ ໜ້າຫ້ອງເສນາທິການ ທະຫານ
ແຂວງສາລະວັນ, ມີພະແນກ
ການທີ່ກ່ຽວຂ້ອງ, ພ້ອມດ້ວຍ
ຄູ-ອາຈານ ແລະ ນັກເຝິກອົບ ຮົມເຂົ້າຮ່ວມ.
ທ່ານ ພົມມາ ນົນປະສິດ ຄະນະພັກຮາກຖານ ຄະນະອຳ ນວຍການເຂື່ອນໄຟຟ້າເຊເສັດ 1 ແລະ ເຊເສັດ 2 ໄດ້ຂຶ້ນຜ່ານ ແຜນການອົມຮົມ-ຫັດແອບ
ການເມືອງ-ການທະຫານ ປະຈຳ
ປີ 2021 ເຊິ່ງເນື້ອໃນອົບຮົມ ແບ່ງເປັນ 2 ພາກ ຄື: ການເມືອງ ແລະ ການທະຫານ, ພາກການ
ເມືອງປະກອບມີເອກະສານມູນ ເຊື້ອຂອງກອງທັບ, ເອກະສານ ຕ້ານ ແລະ ສະກັດກັ້ນການຫັນ ປ່ຽນໂດຍສັນຕິຂອງສັດຕູ ແລະ
ເອກະສານສິດ ແລະ ໜ້າທີ່ຂອງ ກຳລັງປ້ອງກັນຕົວ ແລະ ພາກ ການທະຫານ ປະກອບມີ 2 ພາກຄື: ພາກສິລະປະຍຸດ ປະ
ກອບມີເອກະສານ ຄຸນຄ່າສະ ມັດຕະພາບສູ້ຮົບ ແລະ ການ ປະກອບສ້າງຂອງປືນ ອາກາ,
ປືນ ເຊກາເຊ ເອກະສານບາດ
ກ້າວເລັງເປົ້າໝາຍ (ບົດເປີດ
ສາກ) ພາກຍຸດທະວິທີປະກອບ
ມີເອກະສານ ຮູບແຖວຂັ້ນໝວດ, ຂັ້ນກອງຮ້ອຍ, ເອກະສານ 7
ຈັງຫວະພື້ນຖານບຸກຄົນອາ
ໄສພູມີປະເທດ, ເອກະສານ ຈຸເຮັດໜ້າທີ່ປ້ອງກັນເວນຍາມ ແລະ ເອກະສານໝວດເຮັດໜ້າ ທີ່ດັກສະກັດ ກຳນົດເວລາອົບ ຮົມທັງໝົດ 7 ວັນ ຈຸດປະສົງ ໃນການເປີດບັ້ນອົບຮົມ-ຫັດແອບ
ໃນຄັ້ງນີ້, ກໍເພື່ອເປັນການປັບປຸງ
ກຳລັງກອງຮ້ອຍປ້ອງກັນຕົວໃຫ້ ມີຄວາມໜັກແໜ້ນ ແລະ ເຂັ້ມ
ແຂງ, ທັງເປັນການຍົກສູງລະ ດັບຄວາມຮູ້ ຄວາມສາມາດ ທາງດ້ານສິລະປະຍຸດ-ຍຸດທະວິ
ທີ ເຮັດໃຫ້ກຳລັງປ້ອງກັນຕົວມີຄວາມຊຳນິຊຳນານໃນການ
ນຳໃຊ້ອາວຸດ ແລະ ມີໄຫວພິກໃນການສູ້ຮົບອາໄສພູມີປະເທດ
ຕົວຈິງ ພ້ອມທັງເຊື່ອມຊຶມກຳ
ແໜ້ນແນວທາງປ່ຽນແປງໃໝ່ ຂອງພັກ ແລະ ກົດໜາຍຂອງລັດ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳລັງປ້ອງກັນຕົວໃຫ້ສູງຂຶ້ນ ສາມາດເຮັດຫຼ້ອນໜ້າຕາມ ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້.
ໂດຍ: ພອນມະນີ ລັດສະໝີວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ