ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມ ພະຍາດໂຄວິດ - 19 ຂັ້ນສູນກາງ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງຫົງສາ
ເວລາອອກຂ່າວ: 2021-03-04 08:57:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ວັນທີ 28 ກຸມພາ 2021 ນີ້, ສະຫາຍ ສົມດີ ດວງດີ ຮອງນາ ຍົກລັດຖະມົນຕີລັດຖະມົນຕີກະ ຊວງການເງິນ ຫົວໜ້າຄະນະສະ ເພາະກິດປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດພະຍາດໂຄວິດ- 19 ຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກ ຢູ່ເມືອງຫົງສາ ແຂວງໄຊຍະບູລີ, ໂດຍມີ ສະຫາຍ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໆໄຊຍະບູລີ ຫົວ ໜ້າຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະ ຍາດໂຄວິດ-19 ຂັ້ນແຂວງເຂົ້າ ຮ່ວມ, ເຊິິ່ງໃຫ້ກຽດຕ້ອນຮັບໂດຍ ສະຫາຍ ນາງ ດາວວິນ ລາດສະ ກິດ ຮອງເລຂາພັກເມືອງ ຫົວໜ້າ ຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດ ໂຄວິດ-19 ຂັ້ນເມືອງ ພ້ອມດ້ວຍຄະນະນໍາຂອງເມືອງເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ເພັດພິ ໄຊ ສູນວິໄລ ກໍໄດ້ການລາຍງານ ວຽກງານການຕ້ານ ແລະ ສະກັດ ກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ພາຍໃນແຂວງໄຊ ຍະບູລີ, ພ້ອມດຽວກັນນີ້, ຄະນະສະ ເພາະກິດຂັ້ນສູນກາງໄດ້ລົງຕິດຕາມກວດກາ ເບິ່ງສະຖານທີ່ຕົວ ຈິງສູນກັກກັນຊົ່ວຄາວໂຮງແຮມ ອະນຸເພັດ, ຫ້ອງປິ່ນປົວຄົນເຈັບກໍລະນີກວດພົບເຊື້ອໂຄວິດ-19 ຢູ່ໂຮງໝໍຊຸມຊົນເມືອງຫົງສາ ເພື່ອຮັບປະກັນສາມາດຮອງຮັບ ແຮງງານຈາກຕ່າງປະເທດທີ່ເຂົ້າ ມາສ້ອມແປງໂຮງງານໄຟຟ້າ ຫົງສາ. ໃນໂອກາດດັ່ງກ່າວນີ້ກໍ ໄດ້ມອບອຸປະກອນການແພດຈໍາ ນວນໜຶ່ງໃຫ້ໂຮງໝໍຊຸມຊົນເມືອງ ຫົງສາ ເພື່ອນຳໃຊ້ເຂົ້າໃນວຽກ ງານປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ໄດ້ໄປຢ້ຽມຢາມໂຄງການໄຟຟ້າ ຫົງສາ ໂດຍການໃຫ້ກຽດຕ້ອນ ຮັບຂອງ ສະຫາຍ ຄະທາຍຸດ ຊູ ພູນ ອຳນວຍໃຫຍ່ບໍລິສັດໄຟຟ້າ ຫົງສາຈຳກັດ ພ້ອມດ້ວຍຄະນະ ເຊິ່ງໄດ້ຮັບຟັງການລາຍງານ ກ່ຽວກັບມາດຕະການໃນການ ປ້ອງກັນ ແລະ ຄວບຄຸມການແຜ່ ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນໂຮງງານ, ໂດຍປະຕິບັດ ຕາມແຈ້ງການຂອງລັດຖະບານ ກໍຄືຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ-19 ຂັ້ນສູນ ກາງ, ບໍລິສັດ ກໍໄດ້ປະສານສົມ ທົບກັບເມືອງ, ແຂວງ ແລະ ກະ ຊວງຈັດຕັ້ງປະຕິບັດຕາມແຈ້ງ ການຢ່າງເຂັ້ມງວດ, ເຫັນວ່າໃນ ໄລຍະຜ່ານ ມາເມືອງຫົງສາບໍ່ມີ ການລະບາດຂອງພະຍາດ ໂຄ ວິດ-19. ພ້ອມດຽວກັນນີ້ ຄະນະສະ ເພາະກິດຄວບຄຸມ ແລະ ປ້ອງກັນ ພະຍາດໂຄວິດ-19 ຂັ້ນສູນກາງ ກໍໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ອົງການປົກຄອງເມືອງ ຫົງສາ ກໍຄືບໍລິສັດ ທີ່ສາມາດ ປ້ອງກັນພະຍາດດັ່ງກ່າວນີ້ໄດ້ ພ້ອມນັ້ນ ຍັງໄດ້ໃຫ້ທິດຊີ້ນໍາໃຫ້ບໍ ລິສັດໄຟຟ້າຫົງສາຮ່ວມກັບພະ ແນກສາທາລະນະສຸກແຂວງ ໄຊຍະບູລີ ສ້າງສູນວິເຄາະເພື່ອ ກວດຫາເຊື້ອພະຍາດດັ່ງກ່າວ ໃຫ້ມີຄວາມສະດວກ ແລະ ວ່ອງ ໄວ ຂຶ້ນກວ່າເກົ່າ, ເພື່ອເປັນການອຳ ນວຍຄວາມສະດວກໃຫ້ແກ່ແຮງ ງານຜູ້ຊ່ຽວຊານຈາກຕ່າງປະ ເທດເຂົ້າມາສ້ອມແປງໂຮງງານ ໃຫ້ທ່ວງທັນຕາມກຳນົດເວລາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ