ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ສົມສະຫວາດ ເລັ່ງສະຫວັດ ຢ້ຽມຢາມກອງບັນຊາການທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2021-03-03 09:02:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:



ໃນວັນທີ 25 ກຸມພາ 2021 ນີ້, ທ່ານ ສົມສະຫວາດ ເລັ່ງສະ ຫວັດ ອະດີດກຳມະການກົມການ ເມືອງສູນກາງພັກ ປະທານກິຕິ ມະສັກສະຫະພັນບານເຕະແຫ່ງ ຊາດລາວ ພ້ອມຄະນະໄດ້ເຄື່ອນ ໄຫວຢ້ຽມຢາມກອງບັນຊາການ ທະຫານແຂວງໄຊຍະບູລີ, ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເຈົ້າ ແຂວງໆໄຊຍະບູລີ ແລະ ສະຫາຍ ພັນເອກ ກູດ ພົມມາ ຫົວໜ້າການ ທະຫານກອງບັນຊາການທະຫານແຂວງໄຊຍະບູລີ, ພ້ອມຄະນະ ພັກ-ຄະນະບັນຊາໃຫ້ການຕ້ອນ ຮັບ. ໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ມີຄຳເຫັນວ່າ: ການມາຢ້ຽມຢາມໃນຄັ້ງນີ້, ເພື່ອ ຮັດແໜ້ນສາຍພົວພັນ ແລະ ສ້າງ ຄວາມສາມັກຄີຮັກແພງລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ ກັບກອງບັນຊາການທະຫານ ແຂວງໄຊຍະບູລີ ໃຫ້ມີຄວາມ ແໜ້ນແຟ້ນ, ພ້ອມທັງຖືເອົາໂອ ກາດນີ້ມອບເຄື່ອງກີລາເພື່ອຊຸກ ຍູ້ຂະບວນການດ້ານກີລາຂອງ ກອງບັນຊາການທະຫານແຂວງ ໄຊຍະບູລີ ເນື່ອງໃນໂອກາດກະ ກຽມຂໍ່ານັບຮັບຕ້ອນວັນສຳຄັນ ຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບ ໃຫ້ມີບັນຍາກາດ ຟົດຟື້ນ, ສຳລັບເຄື່ອງກີລາທີ່ນຳ ມາມອບໃນຄັ້ງນີ້ປະກອບມີ: ບານ ເຕະ 10 ໜ່ວຍ ແລະ ເຄື່ອງກີລາ ຈຳນວນໜຶ່ງ. ໂດຍການກ່າວ ຮັບຂອງ ສະຫາຍ ພັນເອກ ກູດ ພົມມາ ພ້ອມທັງໄດ້ກ່າວສະແດງ ຄວາມຂອບໃຈຕໍ່ ທ່ານ ສົມສະ ຫວາດ ເລັ່ງສະຫວັດ ພ້ອມຄະ ນະທີ່ໄດ້ມາຢ້ຽມຢາມ ແລະ ມອບ ເຄື່ອງກີລາໃຫ້ກອງບັນຊາການ ທະຫານແຂວງໄຊຍະບູລີ ໃນຄັ້ງ ນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະ ນຳເອົາເຄື່ອງກີລານີ້ໄປໝູນໃຊ້ໃນກົມກອງໃຫ້ເກີດປະໂຫຍດ ສູງສຸດ. ໂດຍ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ