ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ພະລາທິການກອງທັບ ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2021-03-03 09:00:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 86 | ຄວາມນິຍົມ:



ໃນວັນທີ 2 ມີນາ 2021 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ພະລາ ທິການກອງທັບ ໄດ້ຈັດພິທີປະ ກາດເລື່ອນຊັ້ນ ແລະ ເລື່ອນທຽບ ຊັ້ນໃຫ້ນາຍທະຫານ ທີ່ຂຶ້ນກັບ ກົມໃຫຍ່ພະລາທິການກອງທັບ ໂດຍເປັນກຽດເຂົ້າຮ່ວມເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ຄຳເພັດ ສີຊານົນ ກຳມະການຄະ ນະປະຈຳພັກ ກະຊວງປ້ອງກັນ ປະເທດ ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບ, ມີບັນດາ ຄະນະພັກ, ຄະນະບັນຊາກົມ, ຫ້ອງ ການ, ກົມກອງທີ່ຂຶ້ນກັບພ້ອມ ດ້ວຍນາຍທະຫານທີ່ໄດ້ຮັບການ ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ເຂົ້າຮ່ວມ. ສະຫາຍ ພັນໂທ ທອງອ້ວນ ຄຳວັນທອງ ຮອງຫົວໜ້າຫ້ອງ ການເມືອງກົມໃຫຍ່ພະລາທິການກອງທັບໄດ້ຂຶ້ນຜ່ານຂໍ້ຕົກລົງວ່າ ດ້ວຍການເລື່ອນຊັ້ນ ແລະ ເລື່ອນ ທຽບຊັ້ນໃຫ້ນາຍທະຫານຢູ່ກົມ ໃຫຍ່ພະລາທິການກອງທັບ ໂດຍ ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບ ປັບປຸງ) ໃນພາກທີ ll ໝວດທີ 3 ມາດຕາທີ 22 ແລະ ມາດຕາທີ 23 ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ ອີງຕາມການຄົ້ນຄວ້ານຳສະເໜີຂອງກົມໃຫຍ່ການເມືອງກອງທັບ ດັ່ງນັ້ນ ກະຊວງປ້ອງກັນປະເທດ ຕົກລົງເລື່ອນຊັ້ນຮ້ອຍເອກ ຂຶ້ນ ຊັ້ນພັນຕີ ຈຳນວນ 47 ສະຫາຍ, ເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນ ທຽບຊັ້ນພັນຕີ 66 ສະຫາຍ, ເລື່ອນຊັ້ນຮ້ອຍໂທຂຶ້ນຊັ້ນຮ້ອຍ ເອກຈຳນວນ 22 ສະຫາຍ, ເລື່ອນ ທຽບຊັ້ນຮ້ອຍໂທຂຶ້ນທຽບຊັ້ນ ຮ້ອຍເອກ 85 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີຂຶ້ນຊັ້ນຮ້ອຍໂທຈໍານວນ 31 ສະຫາຍ ແລະ ເລື່ອນທຽບຊັ້ນ ຮ້ອຍຕີຂຶ້ນທຽບຊັ້ນຮ້ອຍໂທຈໍາ ນວນ 15 ສະຫາຍ. ໂອກາດນີ້ ສະຫາຍ ພົນຈັດ ຕະວາ ຄຳເພັດ ສີຊານົນ ໄດ້ໂອ້ ລົມຕໍ່ພິທີກ່ອນອື່ນສະຫາຍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ຍາດມາໄດ້ ແລະໄດ້ເນັ້ນ ໜັກໃຫ້ຄະນະພັກ, ຄະນະບັນຊາ ເວົ້າລວມ, ເວົ້າສະເພາະຕໍ່ຜູ້ທີ່ໄດ້ ຮັບການເລື່ອນຊັ້ນ ແລະ ເລື່ອນ ທຽບໃໝ່,ຈົ່ງພ້ອມກັນຍົກສູງນໍ້າ ໃຈບຸກບືນ, ຫ້າວຫັນເຂົ້າໃນໜ້າ ທີ່ວຽກງານວິຊາສະເພາະ ກໍຄືໜ້າ ການເມືອງຂອງຕົນ, ໜ້າທີ່ການ ເມືອງຂອງກົມກອງໃຫ້ສູງເດັ່ນ ຂຶ້ນ, ສືບຕໍ່ຈັດຕັ້ງຜັນຂະຫຍາຍ ມູນເຊື້ອ ແລະ ຜົນງານອັນດີງາມ ຂອງຕົນເອງໃຫ້ກວ້າງຂວາງ, ເປັນແບບຢ່າງທີ່ດີໃນທຸກດ້ານ ແລະ ເພີ່ມທະວີຄວາມສາມັກຄີ ພາຍໃນໃຫ້ແໜ້ນແຟ້ນ, ໄປພ້ອມ ກັນກັບການເຝິກຝົນຫຼໍ່ຫຼອມຕົນ ເອງທາງດ້ານຄວາມຮູ້, ຄວາມ ສາມາດ ແລະ ຄຸນສົມບັດສິນທຳ ປະຕິວັດ ເພື່ອພ້ອມກັນພັດທະນາ ກົມກອງຕາມທິດກໍ່ສ້າງກອງທັບ ທີ່ມີແບບແຜນທັນສະໄໝຂຶ້ນເທື່ອລະກ້າວ. ໂດຍ: ຄຳໄພວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ