ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າຫ້ອງການບໍລິຫານ ກມທ ມອບເຄື່ອງຊ່ວຍເຫຼືອກອງພັນ 413 ທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2021-03-03 08:54:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 117 | ຄວາມນິຍົມ:



ໃນວັນທີ 25 ກຸມພາ 2021 ນີ້, ສະຫາຍ ພັນເອກ ຄໍາປານ ໂພສີຄໍາ ຮອງຫົວໜ້າຫ້ອງການ ບໍລິຫານ ກົມໃຫຍ່ການເມືອງ ກອງທັບ ພ້ອມຄະນະໄດ້ນໍາເອົາ ເຄື່ອງຊ່ວຍເຫຼືອມາມອບໃຫ້ກອງ ພັນ 413 ທະຫານແຂວງຫຼວງພະ ບາງ ເຊິ່ງປະກອບມີຊີມັງ 10 ໂຕນ ແລະ ວັດສະດຸກໍ່ສ້າງຕື່ມ ອີກຈໍານວນໜຶ່ງ ລວມມູນຄ່າ ທັງໝົດ 5.770.000 ກີບ, ພ້ອມ ມີຄໍາເຫັນກ່າວມອບວ່າ: ເພື່ອ ເປັນການປະກອບສ່ວນຊຸກຍູ້ເຂົ້າໃນການປັບປຸງກໍ່ສ້າງພື້ນຖານ ໂຄງລ່າງຄ້າຍຄູກອງພັນດັ່ງກ່າວ ໃຫ້ມີຄວາມແໜ້ນໜາຖາວອນ ກໍຄືການປະກອບສ່ວນເຮັດພາ ລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ໃນໂອກາດດຽວກັນ ສະຫາຍ ພັນໂທ ທອງສຸກ ທຳມະວົງ ເລ ຂາຄະນະພັກຮາກຖານ ຫົວໜ້າ ການເມືອງກອງພັນ 413 ຕາງ ໜ້າຄະນະຂຶ້ນກ່າວຮັບ ແລະ ມອບໃບສົມມະນາບຸນຄຸນ ເພື່ອ ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຕໍ່ສະຫາຍຮອງ ຫົວໜ້າຫ້ອງການບໍລິຫານ ກົມ ໃຫຍ່ການເມືອງພ້ອມດ້ວຍພາກ ສ່ວນກ່ຽວຂ້ອງ ທີ່ຍາມໃດກໍໄດ້ ໃຫ້ຄວາມເປັນຫ່ວງເປັນໄຍ ແລະ ເຫັນໄດ້ຄວາມໝາຍສໍາຄັນຕໍ່ກໍາ ລັງປະກອບອາວຸດໃນທ້ອງຖິ່ນ ຮາກ ຖານ ພ້ອມນັ້ນຍັງໄດ້ສ້າງກິດ ຈະກຳຮ່ວມຫຼິ້ນກີລາເປຕັງດ້ວຍ ບັນຍາກາດເບີກບານມ່ວນຊື່ນ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ