ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນຊ່າງແສງປິດຊຸດບຳລຸງ ຊຸດທີ 3 ສົກປີ 2020 - 2021
ເວລາອອກຂ່າວ: 2021-03-03 08:47:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 48 | ຄວາມນິຍົມ:



ວັນທີ 26 ກຸມພາ 2021 ນີ້, ໂຮງຮຽນຊ່າງແສງໄດ້ປິດຊຸດ ຮຽນບຳລຸງ ຊຸດທີ 3 ສົກປີ 2020-2021 ໂດຍການເຂົ້າຮ່ວມເປັນ ປະທານຂອງ ສະຫາຍ ພົນຈັດ ຕະວາ ສາຍໃຈ ກົມມະສິດ ກຳມະ ການຄະນະປະຈຳພັກ ກະຊວງ ປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ພະນັກງານຄູ-ອາຈານ, ນັກຮຽນ ບຳລຸງ ຊຸດທີ 3 ແລະ ແຂກຖືກ ເຊີນຈາກບັນດາກົມກອງອ້ອມ ຂ້າງເຂົ້າຮ່ວມ. ສະຫາຍ ພັນໂທ ສີບູນ ທຳມະ ວົງ ຫົວໜ້າພະແນກອົບຮົມໂຮງ ຮຽນຊ່າງແສງ ໄດ້ຂຶ້ນຜ່ານບົດ ລາຍງານ ໂດຍໃຫ້ຮູ້ວ່າ: ໂຮງ ຮຽນຊ່າງແສງໄດ້ຮັບການ ຊີ້ນຳ ແລະ ອຳນວຍຄວາມສະ ດວກຮອບດ້ານຈາກກົມໃຫຍ່ ເສນາທິການກອງທັບ, ກົມໂຮງ ຮຽນ ແລະ ກົມຊ່າງແສງຕະຫຼອດ ມາ, ມີໂຄງການຫຼັກສູດການ ຮຽນ-ການສອນ ໄດ້ຜ່ານອະນຸມັດ ຈາກຂັ້ນເທິງ. ຄູ-ອາຈານຫຼາຍສະຫາຍມີວຸດທິການສຶກສາສູງ, ມີປະສົບການຊຳນິຊຳນານຖ່າຍ ທອດບົດຮຽນໃຫ້ນັກຮຽນມາ ຫຼາຍປີ. ມີສະຖານທີ່ພັກເຊົາໃຫ້ ນັກຮຽນ, ມີຫ້ອງຮຽນ, ບ່ອນກິນ ເຂົ້າ ແລະ ມີສະໜາມຫັດແອບພາກ ປະຕິບັດຕົວຈິງຢ່າງກວ້າງຂວາງ ຈຶ່ງເຮັດໃຫ້ການຮຳ່ຮຽນ-ຫັດ ແອບໃນຊຸດນີ້ສຳເລັດຕາມແຜນ ການ. ນັກຮຽນເຂົ້າມາຮຽນຊຸດນີ້ ສ່ວນຫຼາຍແມ່ນໄດ້ຜ່ານການຄັດ ເລືອກຢູ່ບັນດາກົມກອງ ແລະ ມີລະດັບການສຶກສາສູງພໍສົມ ຄວນນອກຈາກການເຝິກແອບ-ຮ່ຳຮຽນເອົາວິຊາຄວາມຮູ້ທັງ ດ້ານບົດຮຽນນຳຄູອາຈານແລ້ວ, ນັກຮຽນທຸກສະຫາຍຍັງໄດ້ຕັ້ງ ໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ ກາຍເປັນນັກຮຽນດີ, ຮຽນເກັ່ງ ແລະ ມີຄຸນສົມບັດດີ, ມີລະບຽບ ວິໄນຢ່າງເຂັ້ມງວດ ເຊິ່ງສະແດງ ອອກໄດ້ເອົາໃຈໃສ່ຄົ້ນຄວ້າຮຳ່ ຮຽນ ແລະ ປະຕິບັດຕາມຂໍ້ກຳນົດ ກົດລະບຽບຂອງກອງທັບ ກໍຄືຂໍ້ ກຳນົດຂອງໂຮງຮຽນຢ່າງເຂັ້ມ ງວດ, ມີຄວາມດຸໝັ່ນຂະຫຍັນ ພຽນໃນການອອກແຮງງານເພີ່ມ ພູນຜະລິດຜົນ ແລະ ໄດ້ທຸ້ມເທ ເຫື່ອແຮງປະກອບສ່ວນສ້າງຂະ ບວນການຕ່າງໆ ທີ່ການຈັດຕັ້ງ ຂັ້ນເທິງວາງອອກ ໄດ້ຕາມລະດັບ ຄາດໝາຍ, ມີຄວາມສາມັກຄີຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ບໍ່ວ່າໃນ ການຮ່ຳຮຽນ ກໍຄືເວລາເຈັບເປັນ ຕ່າງໆ, ພົວພັນຊະນິດແໜ້ນກັບ ອຳນາດການປົກຄອງອ້ອມຂ້າງ ແລະ ໃຫ້ການຊ່ວຍເຫຼືອພໍ່ແມ່ປະ ຊາຊົນບ້ານອ້ອມຂ້າງທາງດ້ານ ເຫື່ອແຮງເຂົ້າໃນການສ້າງສາພັດ ທະນາປະເທດຊາດ, ຜ່ານການ ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານ ການຮຽນ-ການສອນໃນໄລຍະ 6 ເດືອນຜ່ານມາ ສາມາດຕີລາຄາ ຂັ້ນເກັ່ງໄດ້ 7 ສະຫາຍ, ກາງ 52 ສະຫາຍ. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ