ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການ -​ບໍລິຫານ ໂຮງຮຽນທິດສະດີການເມືອງກອງທັບສະຫຼຸບວຽກງານຮອບດ້ານ ປະຈຳປີ 2020
ເວລາອອກຂ່າວ: 2021-03-02 08:31:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ:



ໃນວັນທີ 24 ກຸມພາ ນີ້, ຫ້ອງການ-ບໍລິຫານ ໂຮງຮຽນ ທິດສະດີການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ຮອບດ້ານ ປະຈໍາປີ 2020 ແລະ ວາງທິດທາງແຜນການປີ 2021 ຂຶ້ນ, ໂດຍການເຂົ້າຮ່ວມເປັນປະ ທານຂອງສະຫາຍ ພັນເອກ ປອ ວິໄລ ເພັດມີໄຊ ຄະນະປະຈໍາພັກ ໂຮງຮຽນ ຮອງຫົວໜ້າການ ເມືອງ ຫົວໜ້າຫ້ອງການເມືອງ ໂຮງຮຽນທິດສະດີການເມືອງ ກອງທັບ, ມີ ສະຫາຍ ພັນໂທ ແສງພອນ ສີດວງຈັນ ຄະນະພັກ ໂຮງຮຽນ ຫົວໜ້າຫ້ອງການ-ບໍລິ ຫານໂຮງຮຽນທິດສະດີການ ເມືອງ, ມີຄະນະຫ້ອງ ພ້ອມດ້ວຍ ພະນັກງານ-ນັກຮົບທົ່ວຫ້ອງ ການ-ບໍລິຫານເຂົ້າຮ່ວມ. ສະຫາຍ ພັນໂທ ສາກົນ ດວງສາມາດ ຮອງຫົວໜ້າຫ້ອງ ການ-ບໍລິຫານໂຮງຮຽນ ໄດ້ຜ່ານ ບົດສະຫຼຸບການຈັດຕັ້ງນໍາພາ ວຽກງານຮອບດ້ານໃນ 1 ປີ ຜ່ານມາ, ຍົກໃຫ້ເຫັນຜົນງານ ຫຼາຍດ້ານທີ່ພົ້ນເດັ່ນ ແລະ ບົດ ຮຽນທີ່ຖອດຖອນໄດ້. ໃນນີ້, ຄະ ນະພັກ-ຄະນະບັນຊາຫ້ອງການ- ບໍລິຫານ ໄດ້ຖືສໍາຄັນວຽກງານ ສຶກສາອົບຮົມການເມືອງ-ນໍາ ພາແນວຄິດສອດຫ້ອຍເຂົ້າໃນ ທຸກຂົງເຂດວຽກງານລວມ ຂອງກົມເຮັດໃຫ້ພະນັກງານ- ນັກຮົບມີຄວາມອຸ່ນອຽນທຸ່ນ ທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງ ພັກ, ກົດໝາຍຂອງລັດ ແລະ ຂໍ້ ກໍານົດກົດລະບຽບຂອງກອງ ທັບ ກໍຄືກົມກອງວາງອອກໄປ ພ້ອມກັບການສ້າງຂະບວນ ການດ້ານຕ່າງໆ ເປັນຕົ້ນແມ່ນ ເຂົ້າຮ່ວມເຊື່ອມຊຶມແນວທາງ ແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດທີ່ໂຮງຮຽນ ຈັດຂຶ້ນ, ເຂົ້າຮ່ວມຂະບວນການ ກີລາກາຍະກໍາ, ຈັດຕັ້ງສ້າງ ຂະບວນການອອກແຮງງານປູກ ຕົ້ນໄມ້, ດອກໄມ້ຕາມບໍລິເວນ ຄ້າຍ, ອະນາໄມສະຖານທີ່ຄ້າຍຄູ ໃຫ້ມີຄວາມຈົບງາມ, ຕິດພັນກັບ ວຽກງານເຮັດໃຫ້ສະພາບມີ ຄວາມສະຫງົບໄດ້ຈັດຕັ້ງລະບົບ ປະຈໍາການກຽມພ້ອມສູ້ຮົບແຕ່ ລະຂັ້ນ, ປ້ອງກັນເວນຍາມສະ ຖານທີ່ຄ້າຍຄູ, ແຂກພາຍໃນ ແລະ ຕ່າງປະເທດ ທີ່ມາເຮັດວຽກຢູ່ ໂຮງຮຽນທິດສະດີການເມືອງ ກອງທັບມີຄວາມສະຫງົບ ເຂັ້ມ ງວດ ແລະ ປອດໄພ 100%. ໂອກາດນີ້, ສະຫາຍ ພັນເອກ ປອ ວິໄລ ເພັດມີໄຊ ໄດ້ຍ້ອງຍໍ ຊົມເຊີຍຕໍ່ໝາກຜົນງານທີ່ຍາດ ມາໄດ້ ພ້ອມທັງ ເນັ້ນໜັກໃຫ້ຄະ ນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງເປັນເຈົ້າການສືບຕໍ່ເພີ່ມທະ ວີຄວາມສາມັກຄີພາຍໃນ ພາຍ ນອກໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ເຮັດວຽກງານແນວຄິດໃຫ້ ໜັກແໜ້ນເຂັ້ມແຂງ, ປະຕິບັດ ຂໍ້ກໍານົດ, ກົດລະບຽບຂອງກອງ ທັບ ກໍຄືໂຮງຮຽນວາງອອກຢ່າງ ເຂັ້ມງວດ ມີແບບແຜນວິທີເຮັດ ວຽກທີ່ມີວິທະຍາສາດ ພ້ອມກັນ ສ້າງກົມກອງໃຫ້ກາຍເປັນກອງ 3 ປອດ ແລະ ກົມກອງວັດທະນະ ທໍາ-ນັກຮົບວັດທະນະທໍາເທື່ອລະ ກ້າວ. ໂດຍ: ຄໍາພັດ ມິ່ງມູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ