ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມພະນັກງານສະຫຼຸບວຽກງານ ປະຈຳປີ 2020 ແລະ ວາງທິດທາງແຜນການປີ 2021
ເວລາອອກຂ່າວ: 2021-03-02 08:25:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ:



ໃນວັນທີ 26 ກຸມພາ 2021 ນີ້, ກົມພະນັກງານ ກົມໃຫຍ່ການ ເມືອງກອງທັບ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານ ປະຈຳປີ 2020 ແລະ ວາງທິດທາງແຜນການ ປີ 2021 ຂຶ້ນ ໂດຍພາຍໃຕ້ການເປັນ ປະທານຂອງ ສະຫາຍ ພົນຈັດຕະ ວາ ພູມີ ດາລາເພັດ ກຳມະການຄະ ນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມພະນັກງານ ກົມໃຫຍ່ ການເມືອງກອງທັບ ມີຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະ ແນກ ພ້ອມດ້ວຍພະນັກງານທົ່ວ ກົມພະນັກງານເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທັນ ສີ ບໍລິບານ ຫົວໜ້າພະແນກແຜນ ການ-ສັງລວມກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ ຜ່ານບົດສະຫຼຸບວຽກງານ ປະຈຳ ປີ 2020 ແລະ ທິດທາງແຜນ ການວຽກງານປະຈຳປີ 2021, ເຊິ່ງໄດ້ຍົກໃຫ້ເຫັນການເຄື່ອນ ໄຫວປະຕິບັດໜ້າທີ່ວຽກງານໃນ 1 ປີ ຜ່ານມາ, ເຊິ່ງຄະນະພັກ- ຄະ ນະກົມພະນັກງານ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳບັນດາພະແນກການ ຈັດຕັ້ງປະຕິບັດແຜນການ. ທັງ ເປັນເຈົ້າການຈັດຕັ້ງເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານຕາມ ພາບະບົດບາດຂອງຕົນ ໃນການ ເປັນເສນາທິການໃຫ້ກົມໃຫຍ່ ການເມືອງກອງທັບ ໂດຍຖືເອົາ ວຽກງານການສຶກສາອົບຮົມ ການເມືອງ-ນຳພາແນວຄິດໃຫ້ ພະນັກງານພາຍໃນກົມເປັນກົກ ແລະ ເປັນເຈົ້າການໃນການປະຕິ ບັດໜ້າທີ່ວິຊາສະເພາະ ເຊິ່ງສະ ແດງໃຫ້ເຫັນຜົນງານດ້ານດີທີ່ກົມ ພະນັກງານຍາດມາໄດ້ ແລະ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ ໂດຍສະເພາະເເມ່ນວຽກງານ ຈັດຕັ້ງການເລື່ອນຊັ້ນ ແລະ ວຽກ ງານການຍົກຍ້າຍນາຍ ແລະ ພົນ ທະຫານແມ່ນສຳເລັດຕາມວຽກ ງານວິຊາສະເພາະ ແລະ ຕາມ ການມອບໝາຍຂອງຂັ້ນເທິງ ໂດຍ ອີງໃສ່ກົດລະບຽບຂອງກອງທັບ ວາງອອກ, ສ່ວນວຽກງານກໍ່ສ້າງ- ບຳລຸງນາຍທະຫານແມ່ນສຳເລັດ ການອະນຸມັດໃຫ້ນາຍ ແລະ ພົນທະ ຫານ ໄປຮຽນລະບົບ ກໍ່ສ້າງ ແລະ ບຳລຸງຢູ່ພາຍໃນ ແລະ ຕ່າງປະ ເທດ ໄດ້ຕາມລະດັບຄາດໝາຍ. ນອກຈາກການປະຕິບັດໜ້າທີ່ ວິຊາສະເພາະແລ້ວກົມພະນັກ ງານຍັງໄດ້ເອົາໃຈໃສ່ສູ້ຊົນວຽກ ງານແກ້ໄຂຊີວິດການເປັນຢູ່ຕາມ ທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ໃນນີ້ໄດ້ລ້ຽງໝູຈຳນວນ 25 ໂຕ ຂາຍແລ້ວຈຳນວນ 15 ໂຕ ຄິດເປັນເງິນໄດ້ 34.750.000 ກີບ, ຂາຍປາໄດ້ 4.486.000 ກີບ, ປັດຈຸບັນຍັງສືບຕໍ່ລ້ຽງໝູ ຈຳນວນ 10 ໂຕ, ປ່ອຍປາຈຳ ນວນ 12.000 ໂຕ. ສັງລວມແລ້ວໃນປີ 2020 ຜ່ານມາຄະນະພັກ-ຄະນະບັນຊາ ກົມພະນັກງານໄດ້ຊີ້ນຳຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີ X ຂອງພັກ ແລະ ບັນ ດາມະຕິຕ່າງໆສະໄໝທີ IV ຂອງ ຄະນະພັກກະຊວງປ້ອງກັນປະ ເທດ ເປັນປີມ້ວນທ້າຍຢ່າງມີຈຸດ ສຸມ ແລະ ແທດເໝາະກັບສະ ພາບຕົວຈິງ ມີຜົນສຳເລັດໃນ ຫຼາຍດ້ານ ໂດຍສະເພາະແມ່ນ ວຽກງານປັບປຸງການຈັດຕັ້ງ, ວຽກງານກໍ່ສ້າງ-ບຳລຸງພະນັກ ງານ, ວຽກງານການເລື່ອນຊັ້ນ ແລະ ວຽກງານອຸດໜູນບຳນານ, ໄປພ້ອມກັບການປັບປຸງພື້ນຖານ ເສດຖະກິດຂອງກົມກອງ. ໃນໂອກາດນີ້, ສະຫາຍ ພົນ ຈັດຕະວາ ພູມີ ດາລາເພັດ ໄດ້ມີ ຄຳເຫັນເນັ້ນໜັກໃຫ້ຄະນະພັກ- ຄະນະບັນຊາກົມ, ພະແນກການ ພ້ອມທັງພະນັກງານວິຊາການ ຈົ່ງເພີ່ມທະວີການເຄື່ອນໄຫວ ວຽກງານວິຊາສະເພາະໃຫ້ໄດ້ດີ, ພ້ອມກັນສືບຕໍ່ຄົ້ນຄວ້າເຊື່ອມຊຶມ ບັນດາມະຕິ, ຂໍ້ກຳນົດ, ກົດໝາຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ, ເປັນພະນັກງານ ຂັ້ນມະຫາພາກຕ້ອງກຳໄດ້ບັນ ຫາດັ່ງກ່າວ ຈຶ່ງຈະຮູ້ຊີ້ນຳໄປ ຕາມແນວທາງ ແລະ ຖືກທິດ ໄປ ພ້ອມກັນນີ້ຕ້ອງຕັ້ງໜ້າເຝິກຝົນຫຼໍ່ ຫຼອມຕົນເອງໃນຮອບດ້ານ, ເພີ່ມ ທະວີຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງທີ່ຕົນໄດ້ຮັບມອບ ໝາຍ, ເຕົ້າໂຮມຄວາມສາມັກຄີ ໃຫ້ເປັນປຶກແຜນພາຍໃນກົມ, ກັບ ການຈັດຕັ້ງຂັ້ນເທິງ ແລະ ຂັ້ນ ລຸ່ມ, ພ້ອມກັນຕ້ານ ແລະ ສະກັດ ກັ້ນປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ ມີສິ່ງທີ່ບໍ່ດີເກີດຂຶ້ນພາຍໃນກົມ ກອງພວກເຮົາ ແລະ ຮຽກຮ້ອງ ມາຍັງພະນັກງານທັງໝົດຈົ່ງ ພ້ອມກັນເປັນຈິດໜຶ່ງໃນດຽວ ສ້າງກົມພະນັກງານກ້າວຂຶ້ນເປັນ ກົມກອງເຂັ້ມແຂງຂຶ້ນໄປ ເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ