ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫະພັນກຳມະບານ ບໍລິສັດສະຕາໂທລະຄົມ (ຢູນີເທວ) ຈັດພິທີຮັບສະມາຊິກກຳມະບານໃໝ່
ເວລາອອກຂ່າວ: 2021-03-02 08:23:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ວັນທີ 26 ກຸມພາ 2021 ຢູ່ທີ່ສໍານັກງານໃຫຍ່ບໍລິສັດສະ ຕາໂທລະຄົມ ຈັດພິທີຮັບເອົາມະ ຫາຊົນຜູ້ກ້າວໜ້າເຂົ້າເປັນສະມາ ຊິກກໍາມະບານໃໝ່ ແລະ ມອບ ໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານໃນ ໄລຍະ 3 ປີ ຜ່ານມາ ໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ອຸລະຫາ ທອງວັນທາ ຄະນະພັກຮາກຖານຮອງຜູ້ອໍາ ນວຍການໃຫຍ່ບໍລິສັດສະຕາໂທ ລະຄົມ (ຢູນີເທວ), ມີ ສະຫາຍ ພັນໂທ ບຸນຄ່ອງ ອຸດທະຈັນດີ ຫົວໜ້າຫ້ອງການກໍາມະບານ ກອງທັບ ພ້ອມດ້ວຍສະມາຊິກ ກໍາມະບານພາຍໃນບໍລິສັດສະຕາ ໂທລະຄົມເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ນາງ ເພັດສີດາ ວິໄລດາ ຫົວໜ້າພະ ແນກຈັດຕັ້ງສັງລວມຫ້ອງການ ກໍາມະບານກອງທັບໄດ້ຂຶ້ນຜ່ານ ຂໍ້ຕົກລົງ ວ່າດ້ວຍການ ຮັບມະ ຫາຊົນຜູ້ກ້າວໜ້າເຂົ້າເປັນສະມາ ຊິກກໍາມະບານ ຈໍານວນ 328 ຄົນ, ຍິງ 76 ຄົນ. ພິທີດັ່ງກ່າວຍັງໄດ້ຮັບຟັງຄຳ ເຫັນໂອ້ລົມຈາກ ສະຫາຍ ພັນໂທ ບຸນຄ່ອງ ອຸດທະຈັນດີ ເຊິ່ງສະ ຫາຍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ສະຫະພັນກໍາມະບານ, ຫົວໜ້າພະແນກສະຫະພັນກໍາມະ ບານບໍລິສັດສະຕາໂທລະຄົມ (ຢູ ນີເທວ) ທີ່ສາມາດສຶກສາອົບຮົມ ແລະ ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກກໍາມະ ບານໃໝ່, ນອກນັ້ນສະຫາຍຍັງ ໄດ້ເນັ້ນໜັກຫຼາຍໜ້າວຽກທີ່ກ່ຽວ ຂ້ອງກັບວຽກງງານກໍາມະບານ ເພື່ອເປັນທິດໃຫ້ແກ່ຄະນະສະຫະ ພັນກໍາມະບານດັ່ງກ່າວໄດ້ນໍາໄປ ຈັດຕັ້ງປະຕິບັດ ແລະ ສ້າງຄວາມເຂັ້ມແຂງໃຫ້ກົມກອງຂອງຕົນ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ