ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນນາຍສິບເລກ 2 ແຕ່ງຕັ້ງຄະນະຮັບຜິດຊອບກະກຽມກອງປະຊຸມ ແລະ ຜ່ານແຜນການວຽກງານຈຸດສຸມ
ເວລາອອກຂ່າວ: 2021-03-02 08:22:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ໂຮງ ຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ເປີດກອງປະຊຸມແຕ່ງ ຕັ້ງຄະນະຮັບຜິດຊອບກະກຽມ ກອງປະຊຸມສະຫຼຸບວຽກງານ ການຈັດຕັ້ງປະຕິບັດຂໍ້ກຳນົດ ຂອງກອງທັບ ແລະ ກົດລະບຽບ ຂອງໂຮງຮຽນໄລຍະ 5 ປີ. ພາຍ ໃຕ້ເຂົ້າຮ່ວມຂອງ ສະຫາຍ ພັນໂທ ເຂັມພອນ ຈັນທະມາລາ ຮອງຫົວ ໜ້າການທະຫານໂຮງຮຽນ ຫົວໜ້າຫ້ອງອົບຮົມ, ມີບັນດາສະຫາຍ ຄະນະຮັບຜິດຊອບເຂົ້າຮ່ວມ. ສະຫາຍ ພັນໂທ ບຸນມີ ບຸນ ໜູເງິນ ໄດ້ຜ່ານຂໍ້ຕົກລົງຂອງ ອໍານວຍການໂຮງຮຽນກໍ່ສ້າງ ນາຍສິບເລກ 2 ວຽງໄຊ ວ່າ ດ້ວຍການແຕ່ງຕັ້ງຄະນະຮັບຜິດ ຊອບກະກຽມກອງປະຊຸມສະຫຼຸບ ວຽກງານການຈັດຕັ້ງປະຕິບັດຂໍ້ ກໍານົດຂອງກອງທັບ ແລະ ກົດ ລະບຽບຂອງໂຮງຮຽນໄລຍະ 5 ປີ (2015-2020) ອຳນວຍ ການໂຮງຮຽນຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນ ເປັນຫົວໜ້າຊີ້ນຳ ລວມ, ສະຫາຍ ພັນເອກ ພູເວີນ ວົງຄຳຊາວ ຫົວໜ້າການເມືອງ ໂຮງຮຽນເປັນຮອງ, ສະຫາຍ ພັນໂທ ເຂັມພອນ ຈັນທະມາລາ ຮອງການທະຫານໂຮງຮຽນ ຫົວໜ້າຫ້ອງອົບຮົມ ເປັນຫົວໜ້າ ຄະນະກຳມະການເນື້ອໃນ, ພັນ ໂທ ສົມໃຈ ສຸກປະເສີດ ຮອງ ຫ້ອງອົບຮົມ ເປັນຮອງ, ພັນໂທ ດາວເຮືອງ ຄຳວົງສາ ຫົວໜ້າ ພະແນກລະບຽບ-ກີລາ ເປັນຄະ ນະ, ສະຫາຍ ພັນໂທ ສີອຳພອນ ແກ້ວນະຄອນ ຮອງຫ້ອງອົບຮົມ ເປັນຫົວໜ້າຄະນະຮັບຜິດຊອບ ເຝິກອົບຮົມ-ຫັດແອບ, ສະຫາຍ ພັນໂທ ບຸນມີ ບຸນໜູເງິນ ຮອງ ຫ້ອງການໂຮງຮຽນ ເປັນຫົວ ໜ້າກອງເລຂາ, ພັນໂທ ຄຳສິງ ບຸດຈັນແພງ ຫົວໜ້າພະແນກ ຄົ້ນຄວ້າສັງລວມ ເປັນຮອງ, ສະ ຫາຍ ພັນຕີ ພູເຂົາ ແກ້ວບຸດສີ ຮອງພະແນກຄົ້ນຄວ້າສັງລວມ ເປັນຄະນະ, ພ້ອມນີ້ຍັງໄດ້ຜ່ານ ແຜນການທີ່ເປັນຈຸດສຸມໃນການ ດຳເນີນເອກະພາບ, ວິທີການ ແລະ ມາດຕະການໃນການຈັດຕັ້ງປະ ຕິບັດຂໍ້ກຳນົດກົດລະບຽບຂອງ ກອງທັບແຕ່ປີ 2021-2025. ກອງປະຊຸມໄດ້ແລກປ່ຽນກັນ ປະກອບຄຳເຫັນຢ່າງມີຈຸດສຸມ ເພື່ອຄວາມເປັນເອກະພາບເນື້ອ ໃນ 13 ຫົວຂໍ້ໃຫຍ່ຂອງການ ດຳເນີນກອງປະຊຸມ .ໂອກາດນີ້ ສະຫາຍ ພັນໂທ ເຂັມພອນ ຈັນ ທະມາລາ ປະທານກອງປະຊຸມ ຍັງໄດ້ເນັ້ນໜັກໃຫ້ບັນດາສະຫາຍ ທີ່ຖືກແຕ່ງຕັ້ງມອບໝາຍໜ້າທີ່ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະ ຕິບັດໃຫ້ຖືກຕ້ອງບັນລຸຕາມຄາດ ໝາຍທີ່ວາງໄວ້. ທັງນີ້ກໍເພື່ອແນ ໃສ່ສ້າງໂຮງຮຽນໃຫ້ກາຍເປັນ ໂຮງຮຽນທີ່ປອດໃສ ເຂັ້ມແຂງ ໜັກແໜ້ນ, ເປັນກົມກອງ 3 ປອດ, ເປັນກົມກອງວັດທະນະ ທຳ-ນັກຮົບວັດທະນະທຳ, ສ້າງ ໂຮງຮຽນກາຍເປັນໂຮງຮຽນ ປະຕິວັດມີແບບແຜນທັນສະໄໝ, ເປັນໂຮງຮຽນວັດທະນະທຳ ຂອງກອງທັບທີ່ມີລະບຽບວິໄນ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ