ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫະພັນນັກຮົບເກົ່າ ແຂວງ ບໍລິຄຳໄຊ ເປີດບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
ເວລາອອກຂ່າວ: 2018-12-24 10:06:48 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ວັນທີ 17 ທັນວາ 2018 ນີ້. ສະຫະພັນນັກຮົບເກົ່າແຂວງ ບໍລິຄຳໄຊ ເປີດບັ້ນດຳເນີນຊີວິດ ການເມືອງກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2018 ຂຶ້ນຢູ່ທີ່ຫ້ອງ ການຂອງຕົນ ໂດຍພາຍໃຕ້ການ ເປັນປະທານຂອງ ພັນໂທ ດວງ ຕາ ໄຊຍະທຳ ເລຂາໜ່ວຍພັກ, ປະທານສະຫະພັນນັກຮົບເກົ່າ ແຂວງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳຕັນ ສີສົມຈິດ ຄະນະຮັບ ຜິດຊອບບັ້ນດຳເນີນຊີວິດການ ເມືອງກວດກາໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນ ແຂວງ, ມີພະນັກງານສະມາຊິກ ພັກ, ພະນັກງານ-ລັດຖະກອນ ທົ່ວສະຫະພັນນັກຮົບເກົ່າແຂວງ ເຂົ້າຮ່ວມ. ໂອກາດນີ້ຜູ້ເຂົ້າຮ່ວມໄດ້ ພ້ອມກັນເຊື່ອມຊຶມເອກະສານ ຄຳສັ່ງຂອງກົມການເມືອງສູນ ກາງພັກ ເລກທີ 01 ລົງວັນທີ 3 ມັງກອນ 2018, ເອກະສານຄຳ ສັ່ງຂອງຄະນະຈັດຕັ້ງສູນກາງ ພັກ ເລກທີ 291 ລົງວັນທີ 26 ເມສາ 2018 ແລະ ເອກະສານ ຄຳສັ່ງຂອງຄະນະປະຈຳພັກ ແຂວງບໍລິຄຳໄຊ ເລກທີ 827 ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການ ສ້າງ ແລະ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ຈຸດປະສົງ ກໍເພື່ອເສີມຂະຫຍາຍ ມູນເຊື້ອອັນດີງາມ, ຜົນງານອັນ ໂດດເດັ່ນ, ເພື່ອປັບປຸງແກ້ໄຂຂໍ້ ຄົງຄ້າງ ແລະ ສິ່ງທ້າທາຍທີ່ ເປັນອັນຕະລາຍຕໍ່ພັກເຮົາ, ແນ ໃສ່ເຊີດຊູບົດບາດ, ຄວາມສາ ມາດການນຳພາຂອງພັກ ແລະ ຍົກສູງຄວາມເປັນແບບຢ່າງນຳ ໜ້າຂອງຖັນແຖວສະມາຊິກ ພັກ, ຮັບປະກັນຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນຕະຫຼອດ ເວລາ, ເອົາໃຈໃສ່ຍົກສູງຄຸນະ ພາບຂອງໜ່ວຍພັກ, ສະມາຊິກ ພັກໃຫ້ມີການຫັນປ່ຽນດ້ວຍ ບາດກ້າວບຸກທະລຸ, ຮັບປະກັນ ເຮັດໃຫ້ການນຳພາຂອງພັກ ຕອບສະໜອງໄດ້ຄວາມເລັ່ງ ດ່ວນຂອງການພັດທະນາປະ ເທດຊາດ ໃນເງື່ອນໄຂ ແລະ ສະພາບແວດລ້ອມ ອັນໃໝ່ ດັ່ງ ນັ້ນ, ພັກເຮົາແມ່ນມີຄວາມຈຳ ເປັນຕ້ອງສ້າງໜ່ວຍພັກ ແລະ ສະ ມາຊິກພັກໃຫ້ມີຄວາມສາມາດ ນຳພາ ຈັດຕັ້ງປະຕິບັດເຮັດໜ້າທີ່ ການເມືອງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດວາງ ອອກໃຫ້ປາກົດຜົນເປັນຈິງ. ທີ່ປະຊຸມຍັງໄດ້ທາບທາມຕີລາຄາຄຸນະພາບໜ່ວຍພັກ ແລະ ສະມາຊິກພັກຕາມ 5 ເນື້ອໃນຂອງການສຳຫຼວດ ແລະ ພ້ອມທັງໃຫ້ຄະແນນ ແລະ ຕຳ ນິສົ່ງຂ່າວເຊິ່ງກັນ ແລະ ກັນ ດ້ວຍຄວາມຮັບຜິດຊອບສູງ. ຂ່າວ: ກິມາຍ ພຸດທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ