ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 621 ເປີດຊຸດອົບຮົມ - ຫັດແອບ ໃຫ້ທະຫານໃໝ່
ເວລາອອກຂ່າວ: 2021-03-02 08:20:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ໃນວັນທີ 25 ກຸມພາ 2021 ນີ້, ກອງພັນໃຫຍ່ 621 ໄດ້ຈັດພິ ທີເປີດຊຸດອົບຮົມ-ຫັດແອບວຽກ ງານການເມືອງ, ການທະຫານ, ພະລາທິການ-ເຕັກນິກໃຫ້ທະ ຫານໃໝ່, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ກຳມະການ ຄະນະພັກກົມໃຫຍ່ເສນາທິການ ກອງທັບ ຫົວໜ້າກົມປືນໃຫຍ່ ໜ້າດິນ, ມີສະຫາຍ ພັນເອກ ປະເສີດ ທ່ຽງທຳ ຫົວໜ້າການ ທະຫານກອງພັນໃຫຍ່ 605 , ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ແຂກທີ່ ຖືກເຊີນເຂົ້າຮ່ວມ. ສະຫາຍ ພັນໂທ ຄຳຫວຽນ ສໍວັນໄມ ຮອງຫົວໜ້າພະແນກເສ ນາທິການກອງພັນໃຫຍ່ 621 ໄດ້ ຂຶ້ນຜ່ານແຜນການອົບຮົມ ປະຈຳ ປີ2021 ເຊິ່ງໄດ້ຍົກໃຫ້ເຫັນຈຸດ ປະສົງຄາດໝາຍ ແລະະ ກຳນົດ ເວລາກ່ອນເຝິກອົບຮົມຫັດແອບ ແຕ່ລະໄລຍະຄື: ອົບຮົມວຽກງານ ການເມືອງກຳນົດ 10 ວັນ, ພາກ ພະລາທິການ-ເຕັກນິກກຳນົດ 10 ວັນ, ພາກສິລະປະຍຸດ-ຍຸດທະວິທີ ວິຊາທະຫານຮາບ 40 ວັນ ແລະ ພາກການນຳໃຊ້ປືນໃຫຍ່ລູກສອນ ໄຟໜ້າດິນ 100 ວັນ, ລວມການ ເຝິກອົບຮົມທັງໝົດ 160 ວັນ ແລະ ແບ່ງອອກເປັນ 2 ໄລຍະ, ໄລຍະທີໜຶ່ງ: ພາກທິດສະດີທົ່ວ ໄປ, ໄລຍະທີສອງ: ພາກປະຕິບັດ ຕົວຈິງຍິງລູກປືນແທ້. ການອົບ ຮົມໃຫ້ທະຫານໃໝ່ແມ່ນໄດ້ສຸມ ໃສ່ເຝິກອົບຮົມວຽກງານການ ເມືອງຄຸນສົມບັດສິນທຳປະຕິວັດ 15 ວັນ, ອົບຮົມວຽກງານການ ທະຫານສິລະປະຍຸດ-ຍຸດທະວິທີ ທະຫານຮາບ 70 ວັນ ແລະ ອົບ ຮົມວຽກງານພະລາທິການ-ເຕັກ ນິກ 5 ວັນ ໄລຍະອົບຮົມ 90 ວັນ ຈິ່ງຈະສຳເລັດ. ຈາກນັ້ນ, ສະຫາຍ ພັນໂທ ໄຊ ພອນ ກັນຍາທອນ ຄະນະພັກ, ຮອງຫົວໜ້າການເມືອງກອງ ພັນໃຫຍ່ 621 ຍັງໄດ້ຂຶ້ນຜ່ານ ເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ປີ 2021 ໂດຍເລັ່ງ ໃສ່ແຕ່ລະຫົວໜ່ວຍ, ກົມກອງ ເຄື່ອນໄຫວຈັດຕັ້ງປະຕິບັດຕາມ ເນື້ອໃນຂໍ້ແຂ່ງຂັນທີ່ຂັ້ນເທິງວາງ ອອກ ເປັນຕົ້ນແມ່ນຕ້ອງສຸມ ໃສ່ເຮັດໃຫ້ສະພາບມີຄວາມສະ ຫງົບ 100% . ເອົາໃຈໃສ່ເຝິກ ແອບປະຈຳປີໃຫ້ສຳເລັດຕາມ ແຜນການ, ຕັ້ງໜ້າກໍ່ສ້າງພັກ, ກໍ່ ສ້າງພະນັກງານໃຫ້ປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຕິບັດຂໍ້ກຳນົດ ກົດລະບຽບຂອງກອງທັບຢ່າງ ເຂັ້ມງວດ. ປັບປຸງຊີວິດການເປັນຢູ່ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງໃນກົມກອງດີຂຶ້ນ, ຍູ້ແຮງຂະ ບວນການຕ່າງໆ ທີ່ປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ ຈາກນັ້ນຕາງໜ້າໃຫ້ ແຕ່ລະກົມກອງໄດ້ຂຶ້ນຈັບມືແຂ່ງ ຂັນກັນຈະສູ້ຊົນປະຕິບັດໃຫ້ໄດ້ ຕາມແຜນການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ