ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພິທີເຊັນສັນຍາຮ່ວມທຸລະກິດໂຄງການຮ່ວມມືຊອກຄົ້ນ, ສຳຫຼວດ, ຂຸດຄົ້ນແຮ່ຄຳ ແລະ ແຮ່ເຫຼັກ
ເວລາອອກຂ່າວ: 2021-02-26 19:41:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ:



ວັນທີ 25 ກຸມພາ 2021 ນີ້, ທີ່ໂຮງແຮມແລນມາກ ນະ ຄອນຫຼວງວຽງຈັນ ໄດ້ມີພິທີເຊັນ ສັນຍາຮ່ວມທຸລະກິດ ກ່ຽວກັບ ໂຄງການຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ແລະ ແຮ່ຕິດພັນຢູ່ເຂດບ້ານຫ້ວຍຮູ້, ໂຮງອ້ອຍ, ພຽງໄຊ ແລະ ບ້ານອໍ້ ເມືອງຫົວເມືອງ ແຂວງຫົວພັນ ລະຫວ່າງກົມເສດຖະກິດກະຊວງ ປ້ອງກັນປະເທດ ແລະ ບໍລິສັດ ເອັມໄອ ຟາມາ ເຊຕິໂຄລຈໍາກັດ ແລະ ບໍລິສັດ ພິເອັສການບໍລິການ ແລະ ການລົງທຶນຈໍາກັດຜູ້ດຽວ. ອີງຕາມຄໍາເຫັນຂອງ ທ່ານ ລັດຖະມົນຕີກະຊວງປ້ອງກັນ ປະເທດ ຕໍ່ໜັງສືສະເໜີຂອງ ບໍລິສັດ ພີເອັສພີ ການບໍລິການ ແລະ ການລົງທຶນ ຈໍາກັດຜູ້ດຽວ, ອີງຕາມຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ອະນຸມັດໃຫ້ກົມເສດຖະກິດກະ ຊວງປ້ອງກັນປະເທດ ເຊັນສັນ ຍາຮ່ວມທຸລະກິດກັບ ບໍລິສັດ ເອ ເອັມໄອ ຟາມາ ເຊຕິໂຄລ ຈໍາກັດແລະ ບໍລິສັດ ພີເອັສພີ ການບໍ ລິການ ແລະ ການລົງທຶນ ຈໍາ ກັດຜູ້ດຽວ. ອີງຕາມຄໍາເຫັນ ຂອງທ່ານຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ຫົວໜ້າ ຄະນະປະສານງານບໍລິການ ການລົງທຶນປະຕູດຽວ ກະຊວງ ປ້ອງກັນປະເທດ ຕໍ່ໜັງສືສະເໜີ ຂອງກົມເສດຖະກິດກະຊວງ ປ້ອງກັນປະເທດ ໄດ້ມີການສ້າງ ສັນຍາຮ່ວມ ເຊິ່ງສັນຍາທຸລະ ກິດສະບັບນີ້ ໄດ້ລະບຸວ່າ: ຄູ່ຮ່ວມ ທຸລະກິດທັງສາມຝ່າຍຕົກລົງ ເຫັນດີຮ່ວມກັນສ້າງຕັ້ງບໍລິສັດ ຮ່ວມທຸລະກິດຂຶ້ນ (ເປັນບໍລິສັດ ໂຄງການ) ໃນຊື່ບໍລິສັດ ລາວ-ຈີນ ມາຍນິງ ຈໍາກັດ ເພື່ອດໍາເນີນການ ຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດບ້ານຫ້ວຍຮູ້, ໂຮງອ້ອຍ, ພຽງໄຊ ແລະ ບ້ານອໍ້ ເມືອງ ຫົວເມືອງ ແຂວງຫົວພັນ ໂດຍ ປະຕິບັດຕາມຂັ້ນຕອນ, ກົດໝາຍ ແລະ ລະບຽບການຕ່າງໆທີ່ລັດ ຖະບານວາງອອກ ໂດຍມີເນື້ອ ທີທັງໝົດ 179,44 ກິໂລຕາ ແມັດ. ໂຄງການດັ່ງກ່າວມີທຶນ ທັງໝົດ 9 ລ້ານໂດລາສະຫະ ລັດ, ໃນນັ້ນທຶນຈົດທະບຽນ 3,0 ລ້ານໂດລາສະຫະລັດ ແລະ ມີ ອັດຕາສ່ວນການຖືຮຸ້ນແຕ່ລະ ຝ່າຍຄື: ຝ່າຍກະຊວງປ້ອງກັນ ປະເທດຖືຮຸ້ນບຸລິມະສິດ 16%; ບໍລິສັດ ເອເອັມໄອ ຟາມາ ເຊຕິ ໂຄລ ຈໍາກັດຖືຮຸ້ນ 55% ແລະ ບໍລິສັດ ພີເອັສພີ ການບໍລິການ ແລະ ການລົງທຶນ ຈໍາກັດຜູ້ດຽວ ຖືຮຸ້ນ 29%; ບໍລິສັດລາວ-ຈີນ ມາຍນິງເປັນບໍລິສັດຮ່ວມທຸລະ ກິດ, ມີການບໍລິການຮ່ວມກັນ, ຜົນປະໂຫຍດທີ່ແຕ່ລະຝ່າຍຈະ ໄດ້ຮັບແມ່ນແບ່ງປັນກັນຕາມຜົນ ກໍາໄລສຸດທິໃນແຕ່ລະປີຕາມອັດ ຕາສ່ວນການຖືຮຸ້ນຂອງແຕ່ລະ ຝ່າຍ; ອາຍຸຂອງການຮ່ວມທຸລະ ກິດແມ່ນ 20 ປິີ ແລະ ສາມາດຕໍ່ ໄດ້ເທືຶ່ອລະ 10 ປີ. ຕາງໜ້າພິທີລົງນາມເຊັນສັນ ຍາ ໂດຍ ທ່ານ ພົນຈັດຕະວາ ຄໍາ ມີ ຫຼ້າບຸນທັນ ຫົວໜ້າກົມເສດ ຖະກິດກະຊວງປ້ອງປະເທດ, ທ່ານ ຈຽງ ເມັງຈູນ ຜູ້ອໍານວຍ ການໃຫຍ່ບໍລິສັດ ເອເອັມໄອ ຟາມາ ເຊຕິໂຄລ ຈໍາກັດ; ທ່ານ ພຸດທະພອນ ສົມພາວັນ ຜູ້ອໍາ ນວຍການໃຫຍ່ ບໍລິສັດ ພີເອັສ ພີ ການບໍລິການ ແລະ ການລົງ ທຶນ ຈໍາກັດຜູ້ດຽວ ເຂົ້າຮ່ວມ ເປັນສັກຂິພິຍານໂດຍມີ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຜູ້ຊີ້ນໍາຂົງເຂດເສດຖະກິດກອງ ທັບພ້ອມດ້ວຍພະນັກງານທີ່ກ້ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມເປັນ ສັກຂິພິຍານ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ