ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຖ້ຳພະເຈົ້າຄຳຕັນ ສະຖານທີ່ສຳຄັນໃນການສ້າງກິດຈະກຳການທ່ອງທ່ຽວ
ເວລາອອກຂ່າວ: 2021-02-26 18:26:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 13073 | ຄວາມນິຍົມ:



ຖໍ້າພະເຈົ້າຄາໍຕັນ ເປັນຖໍ້າແຫ່ງ ໜຶ່ງທີ່ມີຄວາມງົດງາມຂອງທາໍ ມະຊາດ. ຄົ້ນພົບໂດຍຊາວບ້ານ ຊື່ ທ້າວ ເຕາະ ຢູ່ບ້ານຫ້ວຍເປາະ ໃນວັນທີ 11 ກັນຍາ 2009 ເຊິ່ງ ຜູ້ກ່ຽວໄດ້ທາໍມາຫາກິນຢູ່ຕາມ ເຂດນັ້ນບັງເອີນເຫັນໂຕເຈຍຈາໍ ນວນຫຼວງຫຼາຍຢູ່ບໍລິເວນດັ່ງ ກ່າວຈຶ່ງໄດ້ລາຍງານຕໍ່ການຈັດ ຕັ້ງ, ອາໍນາດການປົກຄອງບ້ານ ໄປສໍາຫຼວດໄດ້ພົບຖໍ້າດັ່ງກ່າວ ພາຍໃນຖໍ້າເບື້ອງຂວາມີແຜ່ນ ຫີນ ເປັນຮູບແທ່ນບູຊາທາງ ດ້ານຫຼັງຂອງແທ່ນຫີນມີຮູບ ແມງກະເບື້ອ, ເບື້ອງຊ້າຍເປັນ ເສົາອິນແຂວນທາດກອງເຂົ້າ ກ້ອນເສົ້າລືສີຂາງ ແລະ ອື່ນໆ. ຕາມຄວາມເຊື່ອຖືຂອງຊາວບ້ານ ເຊິ່ງຖ້ໍາແຫ່ງນີ້ຕັ້ງຢູ່ເຂດສັກສິດ ທີ່ຊາວບ້ານເຄີຍເຊື່ອຖືມາເປັນ ເວລາດົນນານ ໂດຍມີນິທານ ເລົ່າສືບກັນມາວ່າເປັນຖ້ໍາພະຍາ ນາກ ແລະ ເປັນບ່ອນຈາໍສິນຂອງ ລືສີ ທີ່ຊາວບ້ານເອີ້ນວ່າ: ຖໍ້າພະ ເຈົ້າຄາໍຕັນໃນອະດີດຢູ່ໃນຖໍ້າມີ ບໍ່ນ້ໍາແຫ່ງໜຶ່ງ ແລະ ໄດ້ມີຊາວ ບ້ານຄົນໜຶ່ງຝັນວ່າລືສີທີ່ເຝົ້າຢູ່ ທີ່ນັ້ນຈົ່ມວ່າ ຜູ້ໃດກໍພາກັນຕັກ ເອົານໍ້າໄປ ພະອົງຫານໍ້າລ້າງໜ້າ ກໍບໍ່ມີ ຫຼັງຈາກນັ້ນນໍ້າກໍໄດ້ແຫ້ງ ລົງເທື່ອລະເລັກລະໜ້ອຍຈົນໝົດ ຍ້ອນຊາວບ້ານເຂົ້າໄປລົບກວນ ສະຖານທີ່ສັກສິດຂອງລືສີຈຶ່ງ ເຮັດໃຫ້ນໍ້າແຫ້ງ. ຖໍ້າພະເຈົ້າຄໍາຕັນ ຕັ້ງຢູ່ບ້ານ ປາກເງີຍ, ເມືອງປາກແບງ, ແຂວງອຸດົມໄຊ ເຊິ່ງຫ່າງຈາກ ເທສະບານເມືອງປາກແບງປະ ມານ 16 ກິໂລແມັດ, ສາມາດ ເຂົ້າຫາໄດ້ສອງເສັ້ນທາງຄື: ທາງລົດຈາກເມືອງແບງຫາ ບ້ານປາກເງີຍ ປະມານ 12 ກິໂລ ແມັດ ແລະ ທາງນໍ້າຂີ່ເຮືອຈາກ ບ້ານປາກເງີຍໄປຫາຖໍ້າປະມານ 20 ນາທີ, ຖໍ້າພະເຈົ້າຄໍາຕັນ ເປັນຖໍ້ານ້ອຍທີ່ມີຄວາມຍາວ ປະມານ 30 ແມັດ, ກວ້າງ 2-15 ແມັດ, ສູງປະມານ 5-10 ແມັດ ເປັນຖ້ໍາທີ່ຄົ້ນພົບໃໝ່ ເຊິ່ງຕັ້ງ ຢູ່ໃນບໍລິເວນແຄມແມ່ນໍ້າຂອງ, ມີທາໍມະຊາດສວຍງາມສາມາດ ສ້າງເປັນແຫຼ່ງທ່ອງທ່ຽວເຊື່ອມ ຕໍ່ກັບແຫຼ່ງທ່ອງທ່ຽວຫຼາຍແຫ່ງ ເຊັ່ນ: ບ້ານປາກເງີຍການຂີ່ເຮືອ ທ່ອງທ່ຽວບ້ານປິ່ງ ແລະ ສວນຊາ ພັນປີ ເຊື່ອມຕໍ່ກັບແຂວງບໍ່ແກ້ວ. ປາກແບງ ເປັນເມືອງນ້ອຍໆ ຂອງແຂວງອຸດົມໄຊ ຕັ້ງຢູ່ໂນນ ພູຈຸດທີ່ແມ່ນໍ້າຂອງ ແລະ ແມ່ນ້ຳ ແບງ ໄຫຼມາບັນຈົບກັນ ເປັນສູນ ກາງຂອງການແລ່ນເຮືອທີ່ສາໍ ຄັນຢູ່ລະຫວ່າງເສັ້ນທາງແລ່ນ ເຮືອຂອງຫຼວງພະບາງ-ຫ້ວຍ ຊາຍ ແຂວງບໍ່ແກ້ວ ແລະ ເສັ້ນ ທາງແລ່ນເຮືອໄປຫາແຂວງອຸ ດົມໄຊ ແລະ ຫຼວງນໍ້າທາ, ປະຊາ ຊົນພາຍໃນເມືອງສ່ວນຫຼາຍອາ ໄສຢູ່ເທິງໂນນພູດໍາລົງຊີວິດແບບ ລຽບງ່າຍ ໃນເມືອງປະກອບມີ ໂຮງແຮມ, ຮ້ານຄ້າ, ຮ້ານອາ ຫານຫຼາຍແຫ່ງໄວ້ຄອຍຖ້າບໍລິ ການນັກທ່ອງທ່ຽວ ແລະ ບໍລິ ການເຮືອໄປຫາແຂວງຫຼວງພະ ບາງ. ປັດຈຸບັນປາກແບງນັບວ່າ ເປັນເມືອງທ່ອງທ່ຽວໃໝ່ຂອງ ລາວທີ່ໄດຮັບຄວາມສົນໃຈ ຈາກນັກທ່ອງທ່ຽວເພາະການ ເດີນທາງໄປຕາມສາຍນໍ້າໄດ້ ຕະຫຼອດປີ ນັບແຕ່ໃນໄລຍະລະ ດູຝົນເຖິງກາງລະດູໜາວ, ລະ ດັບນາໍ້ຂ້ອນຂ້າງສູງ, ສອງຟາກ ຝັ່ງຈະຂຽວງາມໄປດ້ວຍຕົ້ນໄມ້ ນ້ອຍໃຫຍ່, ຖ້າມາໄລຍະທ້າຍ ລະດູໜາວອາກາດຈະເຢັນສະ ບາຍລະດັບນໍ້າ ເລີ່ມຫຼຸດລົງເຮັດ ໃຫ້ເຫັນເກາະແກ້ງຫຼວງຫຼາຍທີ່ ງົດງາມໃຊ້ເວລາເດີນທາງດົນ ກວ່າໄລຍະລະດັບນໍ້າຂຶ້ນສູງ ແຕ່ຈະໄດ້ເຫັນຫາດຊາຍຂອງ ສອງຟາກຝັ່ງທີ່ສວຍງາມບໍລິ ເວນປາກແບງຈະເປັນສູນກາງ ຂອງການທ່ອງທ່ຽວໃນແຂວງ ອຸດົມໄຊ, ນອກນັ້ນ, ຍັງມີສະ ຖານທີ່ທ່ອງທ່ຽວທາງດ້ານ ທໍາມະຊາດ ແລະ ປະຫວັດສາດ ທີ່ຕິດພັນກັບການດໍາລົງຊີວິດ ຂອງພໍ່ແມ່ປະຊາຊົນ ມີທ່າແຮງ ດຶງດູດນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ