ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານ ຫຼາຍກົມກອງ ເປີດກອງປະຊຸມໃຫຍ່
ເວລາອອກຂ່າວ: 2018-12-24 10:04:30 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ນັກຂ່າວທະຫານແຂວງຫຼວງ ນໍ້າທາ ລາຍງານໃຫ້ຮູ້ວ່າ: ລະ ຫວ່າງຕົ້ນເດືອນທັນວາ 2018 ຜ່ານມານີ້, ຄະນະພັກຮາກຖານ ຫ້ອງການເມືອງ, ຫ້ອງພະລາ, ຫ້ອງການກອງບັນຊາການ ຫ້ອງເສນາ ແລະ ຫ້ອງເຕັກນີກ ທະຫານແຂວງຫຼວງນໍ້າທາ ໄດ້ ສໍາເລັດການຈັດຕັ້ງດຳເນີນກອງ ປະຊຸມໃຫຍ່ຂັ້ນຂອງຕົນ, ຢູ່ທີ່ສະ ໂມສອນກອງບັນຊາການທະຫານ ແຂວງ ໂດຍການເປັນປະທານ ຂອງຄະນະພັກກອງບັນຊາການ ທະຫານແຂວງ, ມີຄະນະພັກຮາກ ຖານ, ເລຂາໜ່ວຍພັກ, ພະນັກ ງານສະມາຊິກພັກສົມບູນ, ສໍາ ຮອງ, ອົງການ 5 ຫ້ອງເຂົ້າຮ່ວມ. ໃນກອງປະຊຸມ ແຕ່ລະຄະນະ ພັກຮາກຖານໄດ້ຮັບຟັງຮ່າງ ລາຍງານການເມືອງຂອງແຕ່ລະ ກົມກອງ ຕະຫຼອດໄລຍະ 5 ປີ ຜ່ານມາຄະນະພັກຮາກຖານແຕ່ ລະກົມກອງ ໄດ້ເອົາໃຈໃສ່ຊີ້ນໍາ ວຽກງານປັບປຸງກໍ່ສ້າງພັກ ທາງ ດ້ານການເມືອງແນວຄິດ, ການ ຈັດຕັ້ງແບບແຜນນໍາພາ ແລະ ວິ ທີເຮັດວຽກປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕ ແລະ ເນັ້ນການກໍ່ສ້າງພັກຕາມ 5 ຫຼັກ ການ 3 ທິດນໍາ ຖືຄຸນທາດການ ເມືອງເປັນກົກ ຕິດພັນກັບການ ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫ່ຍ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ, ເຮັດ ໃຫ້ພະນັກງານສະມາຊິກພັກ ເຂົ້າໃຈຕໍ່ພາລະບົດບາດສິດ ແລະ ໜ້າທີ່ຂອງຕົນ, ກຳແໜ້ນທາງ ດ້ານທິດສະດີຫຼັກການໃນການ ປັບປຸງກໍ່ສ້າງກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈັດຕັ້ງ ເຊື່ອມຊຶມ ແລະ ຜັນຂະຫຍາຍບັນ ດາແນວທາງນະໂຍບາຍຂອງ ພັກ-ກົດໝາຍຂອງລັດ, ຂໍ້ກຳນົດ ກົດລະບຽບຂອງກອງທັບສາ ມາດເຮັດໃຫ້ພະນັກງານສະມາ ຊິກພັກມີຄວາມຮູ້ຄວາມເຂົ້າ ໃຈຢ່າງເລິກເຊິ່ງຕໍ່ທາດແທ້ຂອງ ພັກ, ມູນເຊື້ອອັນດີງາມຂອງ ຊາດ, ຂອງກອງທັບ,ພະນັກງານ ມີທັດສະນະຫັນປ່ຽນຢ່າງຕັ້ງ ໜ້າ, ມີຄວາມບຸກບືນຕໍ່ໜ້າທີ່ວຽກ ງານ, ຫັນເອົາມະຕິຕ່າງໆຂອງ ຄະນະພັກຂັ້ນເທິງເປັນແຜນ ການ,ໂຄງການ, ແຜນງານຂອງ ກົມກອງກໍຄື ໜ່ວຍພັກ, ເຫັນວ່າ ເປັນລະບົບ, ທ່ວງທັນກັບເວລາແທດເໝາະກັບສະພາບທ່າແຮງຄວາມເປັນຈິງຂອງກົມກອງ. ກອງປະຊຸມແຕ່ລະຄະນະພັກ ຮາກຖານ ຍັງໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ເພື່ອຊີ້ນຳ-ນຳພາວຽກງານຂອງຕົນ ໃນຕໍ່ໜ້າໄດ້ຕາມລະດັບຄາດ ໝາຍທີ່ວາງໄວ້. ໂດຍ: ແສງທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ