ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 102 ກອງພົນທີ 1 ສະຫຼຸບຕີລາຄາວຽກງານຮອບດ້ານ ປະຈໍາປີ 2020
ເວລາອອກຂ່າວ: 2021-02-26 18:17:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 974 | ຄວາມນິຍົມ:



ໃນວັນທີ 24 ກຸມພາ 2021 ນີ້, ກອງພັນໃຫຍ່ 102 ທີ່ຂຶ້ນ ກັບກອງພົນທີ 1 ໄດ້ເປີດກອງ ປະຊຸມສະຫຼຸບຕີລາຄາວຽກງານ ຮອບດ້ານ ປະຈໍາປີ 2020 ແລະ ວາງທິດທາງແຜນການ ປະຈໍາ ປີ 2021 ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ຄໍາຊາວ ລິນທະກຸນແກ້ວ ຮອງເລຂາຄະ ນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 102, ມີຄະນະ ພັກ-ຄະນະບັນຊາ, ພະແນກ ການ, ກົມກອງ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນໂທ ບຸນປັນ ສີດັນດອນ ຫົວໜ້າພະແນກ ບໍລິຫານ-ສັງລວມ ໄດ້ຂຶ້ນສະຫຼຸບຕີລາຄາໝາກຜົນທີ່ໄດ້ຮັບຕະຫຼອດໄລຍະ 1 ປີທີ່ຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງ ກັນປະເທດວາງອອກ ໃນນີ້ໄດ້ ຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສຸມ ໃສ່ແກ້ໄຂໃນສະເພາະໜ້າ ແລະ ຍາວນານ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ເປັນກົກຍົກສູງຄວາມ ຮັບຜິດຊອບໃນການປ້ອງກັນ ເວນຍາມ ແລະ ປັບປຸງກໍ່ສ້າງກໍາ ລັງເຮັດໃຫ້ສະພາບມີຄວາມສະຫງົບໃນຂອບເຂດກົມກອງຕັ້ງທັບ, ຈັດຕັ້ງເຊື່ອມຊຶມບັນດາເອ ກະສານມະຕິ, ຄໍາສັ່ງຂອງຂັ້ນ ເທິງມອບໝາຍໃຫ້ເປັນຕົ້ນແມ່ນ ເອກະສານຂອງພັກ, ກົດໝາຍ ຂອງລັດ ແລະ ບັນດາກົດລະ ບຽບຕ່າງໆ ໄປຄຽງຄູ່ກັນກັບ ວຽກງານ 4 ປູກ 4 ລ້ຽງ ຂອງ ກົມໃຫຍ່ພະລາທິການກອງທັບ ວາງອອກ ສາມາດປູກພຶດລົ້ມລຸກທຸກຊະນິດຈໍານວນ 4.350 ກິໂລກຣາມ, ປູກຕົ້ນໄມ້ໃຫ້ໝາກ ຈໍານວນ 650 ກວ່າຕົ້ນ, ເກັບ ຜັກປ່າຕາມລະດູການ ຈໍານວນ 1.500 ກິໂລກຣາມ, ລ້ຽງງົວ 25 ໂຕ, ແບ້ 15 ໂຕ, ໝູ 35 ໂຕ, ເປັດໄກ່ 1.000 ໂຕ, ປາ 5.000 ໂຕ, ພ້ອມດຽວກັນນີ້ຄະນະພັກ ກອງພັນໃຫຍ່ 102 ຍັງມີແຜນ ການປຸກສ້າງແບບຖາວອນ 48 ລາຍການ, ສິ່ງປຸກສ້າງເຄິ່ງຖາ ວອນ 45 ລາຍການ, ສິ່ງປຸກ ສ້າງຊົ່ວຄາວ 45 ລາຍການ ໂດຍນໍາໃຊ້ທຶນຂອງຂັ້ນເທິງ ນອກ ຈາກນີ້ຍັງມີລາຍຮັບຈາກ ການປ້ອງກັນບໍລິສັດ ແລະ ການ ປູກ-ການລ້ຽງ ລວມມູນຄ່າ ທັງໜົດ 136.800.000 ກີບ. ໂດຍ: ແພງທອງ ສີດາເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ