ໂຮງຮຽນການທະຫານທ້ອງຖິ່ນແຂວງຫົວພັນ ສອບເສັງຈົບຊັ້ນໃຫ້ນັກຮຽນບຳລຸງການທະຫານ
ເວລາອອກຂ່າວ: 2021-02-26 09:06:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 438 | ຄວາມນິຍົມ:
ໃນວັນທີ 22-23 ກຸມພາ
2021 ນີ້, ໂຮງຮຽນການທະ ຫານທ້ອງຖິ່ນ ທະຫານແຂວງ
ຫົວພັນ ໄດ້ຈັດຕັ້ງສອບເສັງຈົບ
ຊັ້ນໃຫ້ນັກຮຽນບໍາລຸງການທະ
ຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດທີ II ສົກຮຽນ 2020-2021 ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ຄາເມືອງ ໂຄດວົງຄູນ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງເສນາທິການທະ
ຫານແຂວງຫົວພັນ, ມີຄະນະ
ພັກ-ຄະນະອໍານວຍການ ໂຮງ
ຮຽນ, ຄູ-ອາຈານ, ອານຸກໍາມະ ການສອບເສັງ ແລະ ນັກ ຮຽນເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ຄໍາເຫຼັກ
ດວງບັນດິດ ຫົວໜ້າຂະແໜງ
ອົບຮົມ ໂຮງຮຽນການທະຫານ ທ້ອງຖິ່ນ ທະຫານແຂວງຫົວພັນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ແລະ ກົດ ລະບຽບຂອງການສອບເສັງ ອີງຕາມໂຄງການຫຼັກສູດຂອງ ກົມໂຮງຮຽນ ກົມໃຫຍ່ເສນາທິ ການກອງທັບ ແລະ ແຜນການ ຈັດຕັ້ງການຮຽນ, ການສອນ ລະບົບ 6 ເດືອນຜ່ານມາ ຂອງ ຄູ-ອາຈານ ແລະ ນັກຮຽນ, ຈໍາ
ນວນວິຊາສອບເສັງມີຄື: ລະ
ບຽບກີລາ , ການເມືອງ, ສິລະ
ປະຍຸດ ແລະ ຍຸດທະວິທີ ເຊິ່ງ
ໄດ້ສອບເສັງ ພາກທິດສະດີ ຫຼັກການ ແລະ ພາກປະຕິບັດ ຕົວຈິງ ໄປພ້ອມກັນ, ທັງນີ້ກໍເພື່ອ ເປັນການຢັ້ງຢືນ ແລະ ກວດ ກາຕີລາຄາຄືນ ຄວາມຮູ້, ຄວາມ ສາມາດຂອງນັກຮຽນຕະຫຼອດ ໄລຍະຂອງການຫັດແອບຮໍ່າ ຮຽນ ແລະ ຕີລາຄາຄວາມສາ
ມາດໃນການສິດສອນຂອງຄູ-ອາຈານໃນການສົ່ງຄວາມຮູ້ ໃຫ້ນັກຮຽນ ທັງເປັນການສະ ຫຼຸບຖອດຖອນບົດຮຽນວຽກງານ ຮອບດ້ານອີກດ້ວຍ.
ໂດຍ: ໄຜ່ຄໍາ ແກ້ວສອນພຽນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ