ກອງພັນທີ 7 ກອງພົນທີ 4 ເປີດຊຸດອົບຮົມ-ຫັດແອບ
ເວລາອອກຂ່າວ: 2021-02-26 09:05:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 451 | ຄວາມນິຍົມ:
ໃນວັນທີ 19 ກຸມພາ 2021
ນີ້, ຢູ່ທີ່ກອງພັນທີ 7 ທີ່ຂຶ້ນກັບ
ກອງພົນທີ 4 ໄດ້ເປີດຊຸດອົບ
ຮົມ-ຫັດແອບ ການເມືອງ, ການ
ທະຫານ ແລະ ພະລາທິການ-
ເຕັກນິກ ແລະ ຊຸດອົບຮົມທະ ຫານໃໝ່ ປະຈຳປີ 2021. ໂດຍ ການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພັນໂທ ບຸນຊົມ
ເຮືອງສະຫວ່າງ ຮອງຫົວໜ້າ
ຫ້ອງ ເສນາທິການກອງພົນທີ 4, ມີຄະນະພັກ-ຄະນະບັນຊາ
ກົມກອງ, ຄູ-ອາຈານ, ພະນັກ
ງານ-ນັກຮົບ, ຕະຫຼອດຮອດ ທະຫານໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ສີສະຫັວນ ເຄນຈັນຫອມ ຄະນະພັກຮາກຖານ ຮອງຫົວໜ້າການທະຫານກອງ
ພັນທີ 7 ໄດ້ຂຶ້ນຜ່ານແຜນການ ອົບຮົມ-ຫັດແອບການເມືອງ, ການທະຫານ ແລະ ພະລາທິ
ການ-ເຕັກນິກ ປະຈຳປີ 2021 ໃຫ້ທະຫານໃໝ່ໄລຍະ 90 ວັນ, ເພື່ອປັບປຸງລະບຽບແບບແຜນ
ເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ, ຕາມແຜນການແມ່ນແບ່ງອອກ ເປັນ 3 ພາກ ຄື: ການເມືອງ,
ທະຫານ ແລະ ພະລາທິການ-
ເຕັກນິກ. ເຊິ່ງໃນນີ້ອົບຮົມການ
ເມືອງ 5 ວັນ, ການທະຫານ 125 ວັນ, ພະລາທິການ-ເຕັກ
ນິກ 10 ວັນ, ຄວາມຮູ້ພື້ນຖານ ກ່ຽວກັບເຫຼົ່າຮົບ 10 ວັນ, ໃນ
ການອົບຮົມ-ຫັດແອບຈະໄດ້
ດຳເນີນໄປເປັນເວລາ 150 ວັນ
ແລະ ແບ່ງອອກເປັນ 2 ໄລຍະ
ຄື: ໄລຍະທີ I ແມ່ນເລີ່ມແຕ່ ເດືອນກຸມພາ ຫາ ເດືອນພຶດ
ສະພາ, ໄລຍະທີ II ເລີ່ມແຕ່
ເດືອນກໍລະກົດ ຫາ ເດືອນພະ
ຈິກ; ສຳລັບການອົບຮົມທະຫານ ໃໝ່: ໃນພາກການເມືອງຈະໄດ້ຮຽນຮູ້ກ່ຽວກັບກຽດສັກສີ ແລະ ຄວາມຮັບຜິດຊອບຂອງນັກຮົບ ໃນກອງທັບປະຊາຊົນລາວ,
ພາກການທະຫານຈະໄດ້ຮຽນຮູ້ກ່ຽວກັບຂໍ້ກຳນົດກົດລະບຽບຂອງກອງທັບ, ຄຳປະຕິຍານ 8 ຂໍ້, ວິໄນ 8 ຂໍ້, ກົດລະບຽບ 12 ຂໍ້ຕໍ່ປະຊາຊົນ, ຫັດກາຍມືເປົ່າ 2 ບົດ 24 ຈັງຫວະ, ຫັດກາຍມີປືນ, ຫັດກາຍແທງກະບີ 4 ທິດ
28 ຈັງຫວະ ລວມໄປເຖິງສິ ປະລະຍຸດ-ຍຸດທະວິທີ ແລະ ການ ຫັດແອບຍິງເປົ້າໝາຍດ້ວຍລູກ ປືນເເທ້ ແລະ ພາກພະລາທິການຈະໄດ້ຮຽນກ່ຽວກັບວຽກງານ 4 ປູກ 4 ລ້ຽງ, ເຕັກນິກການແພດ ແລະ ອື່ນໆ.
ໂດຍ: ໄພວັນ ແທນຄຳມາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ