ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຜົນກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ
ເວລາອອກຂ່າວ: 2021-02-26 09:04:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:



ກອງປະຊຸມລັດຖະບານ ຊຸດ ທີ VIII ທ້າຍສະໄໝ ໄດ້ຈັດຂຶ້ນໃນ ວັນທີ 25 ກຸມພາ 2021 ທີ່ ສຳ ນັກງານນາຍົກລັດຖະມົນຕີ, ພາຍ ໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ; ມີທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ, ບັນດາ ທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າ ຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມ ກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 4 ເອກະສານສໍາຄັນ ຄື: 1. ກອງປະຊຸມໄດ້ຮັບຟັງ ການລາຍງານ ກ່ຽວກັບຮ່າງ ແຜນງົບປະມານແຫ່ງຊາດ 5 ປີ (2021-2025) ທີ່ສະເໜີໂດຍ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ເຊິ່ງແຜນງົບປະມານດັ່ງກ່າວ ແມ່ນການຜັນຂະ ຫຍາຍເນື້ອໃນ ຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ IX ໂດຍກຳນົດ ທິດທາງລວມ ຖືເອົາບັນຫາການ ແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ໃນ 5 ປີຕໍ່ໜ້າ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກການຈັດຕັ້ງຂອງພັກ, ລັດ, ພະນັກງານ, ທະຫານ, ຕໍາ ຫຼວດ ແລະ ປະຊາຊົນທົ່ວສັງຄົມ ປະກອບສ່ວນ ເຂົ້າໃນການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ຕາມ ພາລະບົດບາດຂອງຕົນ ແນໃສ່ແກ້ ໄຂສະພາບເສດຖະກິດ-ການເງິນ ທີ່ມີຄວາມສ່ຽງສູງ ໃຫ້ສາມາດ ກ້າວເຂົ້າສູ່ສະພາບປົກກະຕິ. ຜ່ານການປຶກສາຫາລື, ກອງປະ ຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວ ຂ້ອງ ນໍາໄປປັບປຸງຕາມການປະ ກອບຄໍາເຫັນຂອງສະມາຊິກລັດ ຖະບານເປັນຕົ້ນ ກຳນົດແຈ້ງຕື່ມ ກ່ຽວກັບວິທີການ ແລະ ມາດຕະ ການໃນການອັດຊ່ອງວ່າງການ ຮົ່ວໄຫຼ ຂອງງົບປະມານ, ມາດ ຕະການປະຢັດມັດທະຍັດ,ການ ປະຕິບັດວິໄນແຜນການ-ການ ເງິນ, ການກຳນົດຈຸດສຸມ ການນຳ ໃຊ້ງົບປະມານລົງທຶນຂອງລັດ, ການສ້າງຖານລາຍຮັບໃໝ່ ແລະ ອື່ນໆ, ລວມທັງ ຕົວເລກຄາດໝາຍ ຕ່າງໆ ໃຫ້ແທດເໝາະກັບສະພາບ ເງື່ອນໄຂ ແລະ ຄວາມສາມາດຕົວ ຈິງ, ຫຼັງຈາກນັ້ນ ສົ່ງໃຫ້ບັນດາ ທ່ານຮອງນາຍົກລັດຖະມົນຕີ ແລະ ທ່ານ ນາຍົກລັດຖະມົນຕີ ພິ ຈາລະນາ ເປັນຄັ້ງສຸດທ້າຍ ກ່ອນ ຈະນຳໄປສະເໜີຕໍ່ກອງປະຊຸມຄັ້ງ ປະຖົມມະລຶກ ຂອງສະພາແຫ່ງ ຊາດ ຊຸດທີ IX ເພື່ອພິຈາລະນາ ຮັບຮອງ . 2. ກອງປະຊຸມ ໄດ້ຮັບຟັງ ການລາຍງານກ່ຽວກັບການປັບ ປຸງຮ່າງດຳລັດ ວ່າດ້ວຍການຮັບ ຮອງເອົາບັນຊີກິດຈະການຄວບ ຄຸມ ແລະ ກິດຈະການສຳປະທານ ທີ່ສະເໜີໂດຍທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ. ຜ່ານການປຶກສາຫາລື, ກອງປະ ຊຸມເຫັນດີດ້ານຫຼັກການຮັບຮອງ ຮ່າງດຳລັດສະບັບປັບປຸງ ດັ່ງກ່າວ ແລະ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວ ຂ້ອງ ນໍາໄປປັບປຸງຕາມການປະ ກອບຄໍາເຫັນ ຂອງສະມາຊິກລັດ ຖະບານເປັນຕົ້ນການແບ່ງຄວາມ ຮັບຜິດຊອບລະຫວ່າງສູນກາງ ແລະ ທ້ອງຖິ່ນ, ກົນໄກການພິຈາ ລະນາອະນຸມັດກິດຈະການສຳປະ ທານ, ການອຳນວຍຄວາມສະ ດວກດ້ານຕ່າງໆ ໃນການຄຸ້ມ ຄອງການດຳເນີນກິດຈະການ ສຳປະທານ, ລວມທັງ ການກຳ ນົດບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ ໃຫ້ ມີຄວາມເໝາະສົມ, ລະອຽດຈະ ແຈ້ງ ແລະ ຄົບຖ້ວນກວ່າເກົ່າ. 3. ກອງປະຊຸມ ໄດ້ຮັບຟັງ ການລາຍງານກ່ຽວກັບຮ່າງດຳ ລັດວ່າດ້ວຍເຂດສະຫງວນແຮ່ ທາດທີ່ສະເໜີໂດຍທ່ານຮອງລັດ ຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແນໃສ່ຮັບປະກັນຄວາມ ສົມດຸນ ລະຫວ່າງ ການສະຫງວນ ແລະ ການນຳໃຊ້, ປະກອບສ່ວນ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ ຕາມທິດ ສີຂຽວ, ຍືນຍົງ ແລະ ເປັນເຈົ້າ ການ. ຜ່ານການປຶກສາຫາລື, ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດ ດັ່ງກ່າວ ແລະ ຊີ້ນຳໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບຂະແໜງ ການທີ່ກ່ຽວຂ້ອງປັບປຸງເນື້ອ ໃນຮ່າງດຳລັດ ຕາມການປະກອບ ຄໍາເຫັນຂອງສະມາຊິກລັດຖະ ບານ ໂດຍສະເພາະການເສີມຂະ ຫຍາຍບົດຮຽນທີ່ຖອດຖອນໄດ້ ຈາກການຄຸ້ມຄອງແຮ່ທາດ ໃນ ໄລຍະຜ່ານມາ ເພື່ອກຳນົດ ແລະ ປັບປຸງຮ່າງດຳລັດສະບັບນີ້ ໃຫ້ມີ ຄວາມສົມບູນຍິ່ງຂຶ້ນ ເປັນຕົ້ນ ການກຳນົດຈຳນວນເຂດ ແລະ ເນື້ອທີ່ໃຫ້ຊັດເຈນ, ການແຍກ ເຂດ ທີ່ມີອົງປະກອບ ແລະ ເງື່ອນ ໄຂແຕກຕ່າງກັນ; ບ່ອນອີງທາງ ດ້ານກົດໝາຍ ໃນການກຳນົດລະ ບຽບການ ແລະ ມາດຕະການ ໃນ ການຄຸ້ມຄອງ ໃຫ້ລະອຽດ ແລະ ແທດຕົວຈິງກັບແຕ່ລະເຂດ. 4. ກອງປະຊຸມ ໄດ້ຮັບຟັງ ການລາຍງານ ກ່ຽວກັບການຈັດ ຕັ້ງປະຕິບັດວຽກງານຂອງລັດ ຖະບານ ຊຸດທີ VIII ໄລຍະ 5 ປີ (2016-2020) ທີ່ສະເໜີໂດຍ ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງ ວ່າການສຳນັກງານນາຍົກລັດ ຖະມົນຕີ. ຜ່ານການພິຈາລະນາ, ກອງປະຊຸມ ໄດ້ຊີ້ນຳໃຫ້ຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີປັບປຸງຮ່າງບົດລາຍງານ ຕາມການປະກອບຄໍາເຫັນຂອງ ສະມາຊິກລັດຖະບານ ເພື່ອໃຫ້ ມີເນື້ອໃນຄົບຖ້ວນ ເປັນຕົ້ນວຽກ ງານພົ້ນເດັ່ນໃນການແກ້ໄຂປະ ກົດການຫຍໍ້ທໍ້ໃນສັງຄົມ, ການ ບໍລິຫານລັດ ຕິດພັນກັບການແບ່ງ ຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລວມທັງ ຂໍ້ຄົງ ຄ້າງຈຳນວນໜຶ່ງ ເພື່ອເປັນຂໍ້ມູນ ໃຫ້ລັດຖະບານ ຊຸດທີ IX ໃນການ ຈັດຕັ້ງປະຕິບັດວຽກງານຕໍ່ໄປ. ສໍາລັບວຽກຈຸດສຸມ ປະຈໍາ ເດືອນ ມີນາ 2021, ກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງສຸມໃສ່ ຈັດຕັ້ງປະຕິບັດ ດັ່ງນີ້: 1. ສືບຕໍ່ຮັກສາສະຖຽນລະ ພາບທາງດ້ານການເມືອງໃຫ້ມີ ຄວາມສະຫງົບ, ເປັນລະບຽບ ຮຽບຮ້ອຍ, ສະກັດກັ້ນບັນດາປະ ກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍຈໍາກັດ ແລະ ຕີຖອຍ ສິ່ງທີ່ ບໍ່ດີເຫຼົ່ານັ້ນເພື່ອສ້າງຄວາມເຊື່ອ ໝັ້ນ ແລະ ຄວາມປອດໄພໃຫ້ແກ່ ປະຊາຊົນ. ພ້ອມກັນນັ້ນ, ກໍໃຫ້ສືບ ຕໍ່ເອົາໃຈໃສ່ ຕິດຕາມສະພາບການ ນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄ ສະນາໂຈມຕີບິດເບືອນແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ; 2. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາ ກົນ ໂດຍມີການວິເຄາະວິໄຈເລິກ ເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານ ການເມືອງ, ເສດຖະກິດ ແລະ ສັງ ຄົມ ຕໍ່ປະເທດເຮົາ, ສືບຕໍ່ສ້າງ ສະພາບແວດລ້ອມອັນເອື້ອອໍາ ນວຍໃຫ້ແກ່ການຮ່ວມມືກັບພາກ ພື້ນ ແລະ ສາກົນ ເພື່ອຍາດແຍ່ງ ເອົາການສະໜັບສະໜູນ, ການ ຊ່ວຍເຫຼືອ, ການຮ່ວມມືໃຫ້ແກ່ ການສ້າງສາພັດທະນາປະເທດ ເຮົາ. ພ້ອມກັນນີ້ ກໍ່ໃຫ້ສືບຕໍ່ກະ ກຽມຮອບດ້ານແຜນການເຄື່ອນໄຫວຕ່າງປະເທດຂອງການນໍາພັກ-ລັດ ໃນປີ 2021 ໃຫ້ມີເນື້ອ ໃນ ແລະ ບັນຍາກາດທີ່ດີ. 3. ທຸກຂະແໜງການ ແລະ ທ້ອງຖິ່ນ ໃຫ້ສືບຕໍ່ຕິດຕາມການ ຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນ ການ ແລະ ທັນເວລາ ດ້ວຍມາດ ຕະການຕ່າງໆ ຢ່າງຄົບຊຸດ, ໂດຍ ສະເພາະ ແມ່ນເລັ່ງພັດທະນາ ແລະ ນໍາໃຊ້ເຄື່ອງມືທັນສະໄໝໃນການເກັບລາຍຮັບ ແລະ ຮີບຮ້ອນ ສືບຕໍ່ປັບປຸງບັນດາລັດວິສາຫະ ກິດໃຫ້ສໍາເລັດໂດຍໄວ; 4. ສືບຕໍ່ປຸກລະດົມຂົນຂວາຍ ການລົງທຶນດ້ວຍຫຼາຍຮູບການ, ປັບປຸງແກ້ໄຂບັນຫາສິ່ງກີດ ຂວາງຕ່າງໆ ເພື່ອສ້າງເງື່ອນ ໄຂ ສະດວກ ໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິ ການປະຕູດຽວ. ພ້ອມນີ້, ກໍເລັ່ງ ລັດການຈັດຕັ້ງປະຕິບັດ 8 ມາດ ຕະການຊຸກຍູ້ເສດຖະກິດໃຫ້ມີ ປະສິດທິຜົນ ເພື່ອກະຕຸກຊຸກຍູ້ ການສ້າງຖານລາຍຮັບເພີ່ມຂຶ້ນ ພ້ອມທັງຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ ປີ 2021 ໃຫ້ກ້າວເຂົ້າສູ່ ລວງເລິກ ແລະ ນໍາໃຊ້ທຸກທ່າແຮງ ບົ່ມຊ້ອນທີ່ມີ; 5. ສືບຕໍ່ຄຸ້ມຄອງ ແລະ ຮັກ ສາສະຖຽນລະພາບດ້ານເງິນ ຕາໃຫ້ມີຄວາມໝັ້ນທ່ຽງ, ເໜັງ ຕີງ ໃນລະດັບທີ່ກໍານົດໄວ້; ຄຸ້ມ ຄອງການເຄື່ອນໄຫວຂອງທະນາ ຄານທຸລະກິດ ແລະ ເພີ່ມທະວີ ການຕິດຕາມ, ກວດກາສິນເຊື່ອ ຂອງບັນດາສະຖາບັນການເງິນ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດ ໝາຍ ແລະ ລະບຽບການ; ຄົ້ນ ຄວ້າອັດຕາດອກເບ້ຍເງິນກູ້ ເພື່ອ ສົ່ງເສີມຊຸກຍູ້ການຜະລິດ, ການ ລົງທຶນ ແລະ ເພື່ອກະຕຸ້ນເສດຖະ ກິດ ໃຫ້ຂະຫຍາຍຕົວ; 6. ສືບຕໍ່ເອົາໃຈໃສ່ຕິດຕາມ ຄຸ້ມຄອງລາຄາສິນຄ້າ ເພື່ອບໍ່ໃຫ້ ຜູ້ປະກອບການ, ພໍ່ຄ້າຊາວຂາຍ ສວຍໂອກາດຂຶ້ນລາຄາສິນຄ້າ, ພ້ອມທັງເອົາໃຈໃສ່ຕິດຕາມຊຸກ ຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs); ຊຸກຍູ້ບັນດາໂຮງງານປຸງແຕ່ງ ຕ່າງໆໃຫ້ເຄື່ອນໄຫວປົກກະຕິ, ຖືກກົດໝາຍ, ມີປະສິດທິຜົນ ແລະ ການສົ່ງອອກຜະລິດຕະ ພັນໃຫ້ຫຼາຍຂຶ້ນເພື່ອທົດແທນ ການນໍາເຂົ້າສິນຄ້າ ແລະ ເປັນ ການສ້າງຖານການຜະລິດໃຫ້ ເຂັ້ມແຂງ; 7. ຮີບຮ້ອນແກ້ໄຂບັນດາອຸ ປະສັກໃນການຂົນສົ່ງ-ຈໍລະ ຈອນສິນຄ້າ ຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຕ່າງໆ ໂດຍຄົ້ນ ຄວ້າຫຼາຍວິທີແກ້ໄຂແບບປະ ສົມປະສານກັນ ຕາມສະພາບຕົວ ຈິງ ຂອງແຕ່ລະບ່ອນ ເຮັດແນວ ໃດ ບໍ່ໃຫ້ສິນຄ້າອັ່ງອໍ ແລະ ເສຍ ຄຸນນະພາບ ຍ້ອນອຸປະສັກໃນການ ຂົນສົ່ງ. ຄຽງຄູ່ກັນນັ້ນ ກໍຕ້ອງຮັບ ປະກັນບໍ່ໃຫ້ມີຄວາມສ່ຽງໃນ ການຕິດເຊື້ອພະຍາດໂຄວິດ-19 ຢ່າງເດັດຂາດ. 8. ໃຫ້ຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ-19 ແລະ ກະຊວງ ສາທາລະນະສຸກ ເພີ່ມທະວີການ ຄຸ້ມຄອງ, ການຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ມາດຕະການປ້ອງກັນການແຜ່ ເຊື້ອ ແລະ ຕິດເຊື້ອພະຍາດໂຄ ວິດ-19 ກໍຄືພະຍາດຕາມລະດູ ການຕ່າງໆ ແລະ ລາຍງານໃຫ້ ຂັ້ນເທິງຮັບຊາບຢ່າງເປັນປົກ ກະຕິ ແລະ ທັນເວລາ; 9. ສືບຕໍ່ຕິດຕາມເຝົ້າລະວັງ ການປ່ຽນແປງດິນຟ້າອາກາດ ເພື່ອປະຊາສໍາພັນໃຫ້ປະຊາຊົນ ໄດ້ຮັບຮູ້ຂໍ້ມູນຂ່າວສານ ທັງກະ ກຽມຮັບມື ໃຫ້ທັນສະພາບການ ພ້ອມທັງຕິດຕາມເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນດ້ານ ຕ່າງໆ ເພື່ອຕ້ານແລ້ງ-ຕ້ານຖ້ວມ; 10. ໃຫ້ບັນດາກະຊວງ-ອົງ ການ ແລະ ອົງການປົກຄອງທ້ອງ ຖິ່ນເອົາໃຈໃສ່ປະຕິບັດ ຄໍາສັ່ງ ເລກທີ 09/ນຍ ວ່າດ້ວຍການປະ ຢັດລາຍຈ່າຍງົບປະມານຂອງລັດ ຢ່າງເອົາຈິງເອົາຈັງໃນສະພາບ ທີ່ລັດຖະບານມີຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ, ເຊິ່ງຈະ ເອົາການແກ້ໄຂວິກິດເສດຖະກິດ-ການເງິນ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ລວມເຖິງພໍ່ແມ່ພີ່ນ້ອງປະຊາຊົນ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີ ປະສິດທິຜົນ 11. ສືບຕໍ່ກະກຽມເນື້ອໃນເອ ກະສານທີ່ລັດຖະບານຈະໄດ້ລາຍ ງານຕໍ່ກອງປະຊຸມສະພາແຫ່ງ ຊາດ ຄັ້ງປະຖົມມະລຶກ ທີ່ຈະມາ ເຖິງໃຫ້ມີເນື້ອໃນຮັດກຸມ ເພື່ອໃຫ້ ກອງປະຊຸມພິຈາລະນາຮັບຮອງ ໄດ້; ບັນດາສະມາຊິກລັດຖະບານ ເຂົ້າຮ່ວມກອງປະຊຸມຢ່າງພ້ອມ ພຽງ. ໃນຕອນທ້າຍ, ກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພະນັກງານ, ລັດຖະກອນ, ກຳມະ ກອນ, ທະຫານ, ຕຳຫຼວດ, ນັກ ຮຽນ, ນັກສຶກສາ, ປະຊາຊົນລາວ ບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ຄົນຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດ ທີ່ດຳລົງຊີວິດຢູ່ ສປປ ລາວ ກໍຄືພີ່ ນ້ອງເຊື້ອຊາດລາວ ຢູ່ຕ່າງປະ ເທດ ທີ່ໄດ້ສະໜັບສະໜູນ, ເປັນ ກຳລັງແຮງໃຫ້ລັດຖະບານ ຊຸດທີ VIII ຈັດຕັ້ງປະຕິບັດໜ້າທີ່ວຽກ ງານຕະຫຼອດ 5 ປີ ຜ່ານມາ. ພ້ອມກັນນີ້ ສະແດງຄວາມຂອບ ໃຈຕໍ່ບັນດາປະເທດເພື່ອນມິດ, ປະເທດອາຊຽນ, ບັນດາປະເທດ ໃນໂລກ ແລະ ອົງການຈັດຕັ້ງສາ ກົນຕ່າງໆທີ່ໄດ້ໃຫ້ການຊ່ວຍ ເຫຼືອ, ຮ່ວມມື ແລະ ສະໜັບສະ ໜູນລັດຖະບານຊຸດທີ VIII ຕະ ຫຼອດມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ