ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບເຄື່ອນໄຫວເຮັດວຽກຢູ່ກອງພັນໃຫຍ່ 202
ເວລາອອກຂ່າວ: 2021-02-26 08:58:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ:



ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການ ຄະນະປະ ຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ໄດ້ລົງເຄື່ອນໄຫວຊີ້ນຳ ແລະ ຊຸກຍູ້ຂະບວນການດ້ານ ຕ່າງໆຢູ່ກອງພັນໃຫຍ່ 202 ກອງ ພົນທີ 2 ໃນວັນທີ 20 ກຸມພາ ຜ່ານມານີ້, ໂດຍມີສະຫາຍ ພັນໂທ ວົງເພັດ ເພັງພານິດ ກຳມະການ ຄະນະປະຈຳພັກ ຮອງຫົວໜ້າ ການເມືອງກອງພົນທີ 2, ເຊິ່ງໄດ້ ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 202. ສະຫາຍ ພັນໂທ ສົມໝາຍ ດອນ ພະຈັນ ຄະນະພັກກອງພັນໃຫຍ່ ຮອງຫົວໜ້າການເມືອງກອງພັນ ໃຫຍ່ 202 ໄດ້ລາຍງານສະພາບ ການຈັດຕັ້ງປະຕິບັດຂົງເຂດວຽກ ງານດ້ານຕ່າງໆໃນໄລຍະຜ່ານມາ ແລະ ຍາດໄດ້ຜົນສຳເລັດ ຫຼາຍດ້ານເປັນຕົ້ນແມ່ນຂະບວນ ການປັບປຸງກໍ່ສ້າງກົມກອງ, ການເຝິກແອບຮ່ຳຮຽນການ ເມືອງ-ການທະຫານ, ວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບ ກໍຄືຂົງເຂດວຽກງານລ້ຽງດູທັບ ເຊິ່ງກົມກອງສາມາດກຸ້ມຕົນເອງ ດ້ານຜັກກິນ, ຊີ້ນ-ປາ ໃນລະດັບ ດີ. ໃນໂອກາດດັ່ງກ່າວ, ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ໄດ້ໃຫ້ກຽດໂອ້ລົມເຊິ່ງ ກ່ອນອື່ນໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານທີ່ກອງພັນ ໃຫຍ່ 202 ຍາດມາໄດ້ ພ້ອມທັງ ຍົກໃຫ້ເຫັນຫຼາຍບັນຫາທີ່ສຳຄັນ ໃນຂົງເຂດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະໃໝ່ ແລະ ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາແຕ່ລະ ຂັ້ນເພີ່ມທະວີບົດບາດການນຳ ພາ-ບັນຊາ, ແບບແຜນວິທີເຮັດ ວຽກ, ໃນນັ້ນ, ຕ້ອງຖືເອົາວຽກ ງານສຶກສາອົບຮົມການເມືອງ- ນຳພາແນວຄິດເປັນກົກ, ວຽກ ງານກໍ່ສ້າງພັກ-ພະນັກງານເປັນ ສຳຄັນ, ເພີ່ມທະວີຄວາມສາມັກ ຄີພາຍໃນໃຫ້ແໜ້ນແຟ້ນ ປະຕິບັດ ຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງ ວຽກໃຫ້ບຸກຄົນຮັບຜິດຊອບຢ່າງ ຈະແຈ້ງ, ເອົາໃຈໃສ່ຕໍ່ວຽກງານ ຄຸ້ມຄອງທັບ, ລ້ຽງດູທັບ ແລະ ສຶກສາທັບ ຄຽງຄູ່ກັບການປັບ ປຸງພັດທະນາກົມກອງຕາມທິດ ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ການກໍ່ສ້າງກອງວັດ ທະນະທຳ-ນັກຮົບວັດທະນະທຳ, ກົມກອງ 3 ປອດໃຫ້ໄດ້ ທັງປະລິ ມານ ແລະ ຄຸນນະພາບ. ໂອກາດນີ້, ສະຫາຍຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ ພ້ອມຄະນະຍັງໄດ້ເຄື່ອນໄຫວເບິ່ງ ບາງໂຄງການກໍ່ສ້າງຢູ່ກອງພັນ ໃຫຍ່ 202 ແລະ ກອງພັນ 413 ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ