ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງວ່າການກະຊວງປ້ອງກັນປະເທດເປີດຂະບວນການແຂ່ງຂັນ ປະຈຳປີ 2021
ເວລາອອກຂ່າວ: 2021-02-26 08:56:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ຫ້ອງວ່າການກະຊວງປ້ອງ ກັນປະເທດ ໄດ້ເປີດຂະບວນການ ແຂ່ງຂັນ ປະຈໍາປີ 2021, ມອບ ໃບຢັ້ງຢືນກອງປອດໃສ ປອດໄພ ປອດຄະດີ ແລະ ເຜີຍແຜ່ນິຕິກໍາ ຂອງຂັ້ນເທິງ, ໃນວັນທີ 25 ກຸມ ພາ ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄໍາ ມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນ ປະເທດ, ມີຄະນະພັກ-ຄະນະບັນ ຊາ, ພະນັກງານຫຼັກແຫຼ່ງ ແລະ ບໍລິສັດຂອງກອງທັບ ເຂົ້າຮ່ວມ. ສະຫາຍ ພັນເອກ ສີສະຫວາດ ວັນເພັງ ຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນ ປະເທດ ໄດ້ຂຶ້ນຜ່ານແຜນການ ເປີດຂະບວນການແຂ່ງຂັນທົ່ວ ຫ້ອງວ່າການກະຊວງປ້ອງກັນ ປະເທດ ປະຈໍາປີ 2021 ອີງຕາມ ຄໍາສັ່ງແນະນໍາຂອງກົມໃຫຍ່ ການເມືອງກອງທັບ ວ່າດ້ວຍ ການຈັດຕັ້ງເປີດຂະບວນການ ແຂ່ງຂັນປະຈໍາປີ 2021 ທັງນີ້, ກໍເພື່ອຮັບປະກັນໃຫ້ການຈັດ ຕັ້ງຂະບວນການແຂ່ງຂັນ “ ຮັກ ຊາດ ແລະ ພັດທະນາ “ ທົ່ວຫ້ອງ ວ່າການກະຊວງປ້ອງກັນປະເທດ ປະສົບຜົນສຳເລັດ, ສ້າງຂະບວນ ການຮອບດ້ານ ໃຫ້ມີຜົນງານ ຕົວຈິງ ຂໍ່ານັບຮັບຕ້ອນບັນດາວັນ ປະຫວັດສາດສໍາຄັນຂອງຊາດ, ຂອງພັກ ແລະ ຂອງກອງທັບ ໃຫ້ ຟົດຟື້ນແຂງແຮງ ແລະ ຕໍ່ເນື່ອງ, ເສີມຂະຫຍາຍທາດແທ້ມູນເຊື້ອ ພິລະອາດຫານຂອງກອງທັບໃຫ້ ແລະ ຖືເອົາບັ້ນແຂ່ງຂັນນີ້ເປັນ ການຍູ້ຂະບວນການປັບປຸງກໍ່ ສ້າງກອງທັບໃຫ້ເຕີບໃຫຍ່ ເຂັ້ມ ແຂງ, ສ້າງກອງຈຸດສຸມເປັນຕົວ ແບບ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ, ກອງ ປອດໃສ ປອດໄພ ປອດຄະດີ, ການກໍ່ສ້າງກົມກອງວັດທະນະ ທໍາ-ນັກຮົບວັດທະນະທຳ, ຂະ ບວນການ 4 ປູກ 4 ລ້ຽງ, ຂະບວນ ການ 4 ບຸກຂອງຊາວໜຸ່ມ, ຂະ ບວນການ 3 ດີ 4 ພັດທະນາ ຂອງ ສະຫະພັນແມ່ຍິງ, ຂະບວນການ 2 ດີ 5 ເປັນເຈົ້າ ຂອງກໍາມະບານ ແລະ ຂະບວນການປະຕິບັດ 7 ລະບອບ 18 ວຽກ ຂອງກອງທັບ. ໃນພິທີ ສະຫາຍ ພົນຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ ຍັງໄດ້ ຜ່ານມະຕິກອງປະຊຸມສະພາ ແຫ່ງຊາດ ວ່າດ້ວຍ ການຮັບຮອງ ເອົາບົດສະຫຼຸບການຂອງອົງການ ກວດສອບແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນການ ເຄື່ອນໄຫວວຽກງານປະຈໍາປີ 2021, ຜ່ານແຈ້ງການກ່ຽວກັບ ການສະກັດກັ້ນການນໍາເຂົ້າພາ ຫະນະທີ່ບໍ່ຖືກຕ້ອງຂອງພະນັກ ງານ-ນັກຮົບ ໃນຖັນແຖວກອງ ທັບ, ການຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດ ສະຫຼຸບການເຄື່ອນໄຫວວຽກງານ ຂອງອົງການກວດສອບແຫ່ງລັດ ປະຈໍາປີ 2020 ແລະ ທິດທາງ ແຜນການປະຈໍາປີ 2021 ແລະ ແຈ້ງການໃຫ້ໂຈະການດໍາເນີນ ການແຈ້ງຊັບສິນ-ລາຍຮັບ ຄັ້ງທີ 3 ໃນປີ 2020. ໃນພິທີຍັງໄດ້ມອບໃບຢັ້ງຢືນ ກອງປອດໃສ ປອດໄພ ປອດຄະດີ ໃຫ້ 14 ກົມກອງ ທີ່ຂຶ້ນກັບຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍໃຫ້ກຽດມອບຂອງສະຫາຍ ຮອງຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດ. ໂດຍ: ຄໍາປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ