ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຖະແຫຼງຂ່າວຜົນສຳເລັດການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຢູ່ແຂວງອຸດົມໄຊ
ເວລາອອກຂ່າວ: 2021-02-26 08:55:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ໃນວັນທີ 24 ກຸມພານີ້, ທ່ານ ຄຳເຜີຍ ງອນວັນຄຳ ຫົວໜ້າກອງ ເລຂານຸການ ຄະນະກຳມະການ ເລືອກຕັ້ງຂັ້ນແຂວງອຸດົມໄຊ ໄດ້ ຖະແຫຼງຂ່າວຜົນສໍາເລັດການ ເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຢູ່ແຂວງອຸດົມໄຊ ເຊິ່ງທ່ານກ່າວວ່າ: ໂດຍປະຕິບັດ ຕາມກົດໝາຍ ວ່າດ້ວຍການ ເລືອກຕັ້ງ, ຜ່ານມາຄະນະປະຈໍາ ສະພາແຫ່ງຊາດ ໄດ້ກໍານົດວັນ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະມາຊິກ ສະພາ ປະຊາຊົນຂັ້ນ ແຂວງ ຊຸດທີ II ແລະ ປະທານປະເທດໄດ້ອອກ ລັດຖະດໍາລັດ ປະກາດເປັນທາງ ການຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ໂດຍ ໄດ້ກໍານົດເອົາວັນອາທິດ, ກົງກັບ ວັນທີ 21 ກຸມພາ 2021 ເປັນວັນ ເລືອກຕັ້ງໃນທົ່ວປະເທດ ແລະ ສໍາເລັດການປ່ອນບັດຢ່າງເປັນ ທາງການ ໃນຕອນແລງຂອງ ວັນທີ 21 ກຸມພາ 2021 ໃນທົ່ວ ແຂວງ. ອີງຕາມຫຼັກການກ່ຽວກັບ ການກໍານົດຈໍານວນຜູ້ລົງສະໝັກ ຮັບເລືອກຕັ້ງ ແລະ ຈໍານວນສະ ມາຊິກສະພາແຫ່ງຊາດ, ສະມາ ຊິກສະພາປະຊາຊົນແຂວງໃນແຕ່ ລະແຂວງ, ຄະນະປະຈຳສະພາ ແຫ່ງຊາດ ໄດ້ອອກ ມະຕິຕົກລົງ ວ່າດ້ວຍການກຳນົດຈຳນວນຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ສະມາ ຊິກສະພາປະຊາຊົນແຂວງໃນແຕ່ ລະແຂວງ ແລະ ໄດ້ປະກາດຢ່າງ ເປັນທາງການ. ອີງຕາມມາດຖານເງື່ອນໄຂທີ່ ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການເລືອກຕັ້ງ ກ່ຽວກັບການກຳນົດຈຳນວນຜູ້ສະໝັກຮັບເລືອກຕັ້ງ ແລະ ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ, ບັນດາອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ອົງ ການຈັດຕັ້ງມະຫາຊົນແຕ່ລະຂັ້ນ, ກະຊວງ, ອົງການ, ບັນດາແຂວງ, ເມືອງ ໄດ້ດໍາເນີນການຄັດເລືອກ ຕົວແທນຂອງຕົນອອກສະໝັກ ຮັບເລືອກຕັ້ງ ແລະ ສະເໜີຜ່ານ ຄະນະກຳມະການເລືອກຕັ້ງຂັ້ນ ແຂວງໄປຍັງຄະນະກຳມະການ ເລືອກຕັ້ງລະດັບຊາດ ເພື່ອຄົ້ນ ຄວ້າກວດກາຕາມຂັ້ນຕອນທີ່ ກໍານົດໃນມາດຕາ 13 ຂອງກົດ ໝາຍ ວ່າດ້ວຍ ການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ແລະ ສະ ພາປະຊາຊົນຂັ້ນແຂວງ ( ສະບັບ ປັບປຸງ ປີ 2016 ). ດັ່ງນັ້ນ, ມາຮອດວັນທີ 24 ກຸມ ພາ 2021 ຄະນະກໍາມະການ ເລືອກຕັ້ງຂັ້ນແຂວງ ໄດ້ຕົກເຫັນດີໃຫ້ຖະແຫຼງຜົນຂອງການປ່ອນ ບັດເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ ຊຸດທີ II ດັ່ງນີ້: I. ຜົນຂອງການປ່ອນບັດເລືອກ ຕັ້ງເອົາສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ຊຸດທີ IX ມີດັ່ງ ນີ້: 1. ມີຈໍານວນຜູ້ລົງສະໝັກຮັບ ເລືອກຕັ້ງເປັນສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ ຊຸດທີ IX ທັງ ໝົດ 10 ທ່ານ, ຍິງ 2 ທ່ານ, ເລືອກເອົາ 7 ທ່ານ ແລະ ຜົນການ ປ່ອນບັດໃນທົ່ວແຂວງມີດັ່ງນີ້: 1) ທ່ານ ຄຳດີ ວົງລ້ອມ ກຳມະ ການປະຈຳພັກແຂວງ, ຮອງປະ ທານສະພາປະຊາຊົນແຂວງ, ຫົວ ໜ້າຄະນະຈັດຕັ້ງແຂວງ. 2) ທ່ານ ດຣ ຄໍາຈັນ ໂສຕາປະ ເສີດ ຮອງປະທານກໍາມາທິການ ບັນດາເຜົ່າຂອງ ສະພາແຫ່ງຊາດ. 3) ທ່ານ ນາງ ຄຳພອນ ພິມມະ ຈັນ ຄະນະປະຈຳສະພາປະຊາ ຊົນແຂວງ, ເລຂາທິການສະພາ ປະຊາຊົນແຂວງ ອຸດົມໄຊ. 4) ທ່ານ ນິສິດ ແກ້ວປັນຍາ ຮອງເລຂາພັກກະຊວງ, ຫົວໜ້າ ກົມພັດທະນາການບໍລິຫານລັດ ກະຊວງພາຍໃນ. 5) ທ່ານ ເລື່ອມ ສົມສີວິໄລ ຮອງຫົວໜ້າສູນສະຖິຕິແຫ່ງ ຊາດ, ກະຊວງແຜນການ ແລະ ການລົງທຶນ. 6) ທ່ານ ພັນໂທ ສອນວິໄລ ຕຸລາທອງ ຮອງຫົວໜ້າກອງບັນ ຊາການ ປກສ ແຂວງ. 7) ທ່ານ ຄຳມະນີ ໄຊດວງຕາ ຮອງຫົວໜ້າພະແນກສຶກສາທິ ການ ແລະ ກີລາແຂວງ. II. ຜົນການປ່ອນບັດເລືອກຕັ້ງ ເອົາສະມາຊິກສະພາປະຊາຊົນ ຂັ້ນແຂວງໆອຸດົມໄຊ ຊຸດທີ II ໃນ ທົ່ວແຂວງ ເຊິ່ງມີຜູ້ລົງສະໝັກ ຮັບເລືອກຕັ້ງທັງໝົດ 39 ທ່ານ, ຍິງ 14 ທ່ານ, ໃນນີ້ ເລືອກໄດ້ 25 ທ່ານ ແລະ ໄດ້ແບ່ງອອກເປັນແຕ່ ລະເຂດເລືອກຕັ້ງຂອງເມືອງ ດັ່ງ ມີລາຍຊື່ລຸ່ມນີ້: 1. ຈໍານວນສະມາຊິກສະພາ ປະຊາຊົນແຂວງ ເຂດເລືອກຕັ້ງ ເມືອງໄຊ, ມີຈໍານວນຜູ້ລົງສະໝັກ ທັງໝົດ 6 ທ່ານ, ຍິງ 2 ທ່ານ ແລະ ຜົນການປ່ອນບັດຕົວຈິງເລືອກໄດ້ 4 ທ່ານ, ຍິງ 1 ທ່ານ, ມີລາຍຊື່ ດັ່ງນີ້: 1) ທ່ານ ສົມຈັນ ເທບພາລີ ຮອງເລຂາພັກເມືອງ, ປະທານ ກວດກາພັກ ເມືອງໄຊ. 2) ທ່ານ ນາງ ທຸມມາ ປັນຍາສິດ ຮອງປະທານສະຫະພັນກຳມະ ບານແຂວງ. 3) ທ່ານ ທອງຄຳ ສີຫາລາດ ປະທານສານປະຊາຊົນເຂດ 1 ແຂວງອຸດົມໄຊ 4) ທ່ານ ວິລັດ ໄຊຍະວົງ ປະທານບໍລິສັດກະດິງໄຊ ວິສະ ວະກຳກໍ່ສ້າງ, ສຳຫຼວດອອກ ແບບ. 2. ຈໍານວນສະມາຊິກສະພາ ປະຊາຊົນແຂວງ ເຂດເລືອກຕັ້ງ ເມືອງຫຼາ, ມີຈໍານວນຜູ້ລົງສະ ໝັກທັງໝົດ 6 ທ່ານ, ຍິງ 2 ທ່ານ ແລະ ຜົນການປ່ອນບັດຕົວຈິງ ເລືອກໄດ້ 4 ທ່ານ, ຍິງ 2 ທ່ານ, ມີລາຍຊື່ດັ່ງນີ້: 1) ທ່ານ ນ. ໄລວອນ ຈັນທະ ລາ ຮອງເລຂາພັກເມືອງ, ປະ ທານກວດກາພັກ ເມືອງຫຼາ. 2) ທ່ານ ສີພອນ ອິນຕະວົງ ຮອງເລຂາທິການສະພາປະຊາ ຊົນແຂວງອຸດົມໄຊ. 3) ທ່ານ ນ. ວັນສີ ພວງມາໄລ ຮອງຫົວໜ້າພະແນກຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວແຂວງ 4) ທ່ານ ດຣ ຈືວ່າ ຊາວເຊັງ ຫົວໜ້າຫ້ອງການສາທາລະນະ ສຸກເມືອງຫຼາ 3. ຈໍານວນສະມາຊິກສະພາ ປະຊາຊົນແຂວງ ເຂດເລືອກຕັ້ງ ເມືອງນາໝໍ້, ມີຈໍານວນຜູ້ລົງສະ ໝັກທັງໝົດ 6 ທ່ານ, ຍິງ 2 ທ່ານ ແລະ ຜົນການປ່ອນບັດຕົວຈິງ ເລືອກໄດ້ 4 ທ່ານ, ຍິງ 2 ທ່ານ, ມີລາຍຊື່ດັ່ງນີ້: 1) ທ່ານ ຄຳເຜີຍ ງອນວັນ ຄຳ ຄະນະປະຈຳພັກແຂວງ, ປະ ທານຄະນະກຳມະການເສດຖະ ກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ. 2) ທ່ານ ນາງ ບົວພອນ ແກ້ວ ມະນີ ຮອງເລຂາພັກເມືອງ, ປະ ທານກວດກາພັກເມືອງນາໝໍ້. 3) ທ່ານ ພັນຕີ ເພັດສະຫວັນ ໄຊອຸ່ນຄຳ ຮອງຫົວໜ້າກອງບັນ ຊາການ ປກສ ເມືອງນາໝໍ້. 4) ທ່ານ ນາງ ແສງອາລຸນ ປັນຍາລໍ ເລຂາຄະນະບໍລິຫານ ງານຊາວໜຸ່ມເມືອງນາໝໍ້. 4. ຈໍານວນສະມາຊິກສະພາປະ ຊາຊົນແຂວງ ເຂດເລືອກຕັ້ງເມືອງ ງາ, ມີຈໍານວນຜູ້ລົງສະໝັກທັງ ໝົດ 6 ທ່ານ, ຍິງ 2 ທ່ານ ແລະ ຜົນການປ່ອນບັດຕົວຈິງເລືອກໄດ້ 4 ທ່ານ, ຍິງ 1 ທ່ານ, ມີລາຍ ຊື່ດັ່ງນີ້: 1) ທ່ານ ບຸນທີ ໄຊຍະວົງ ຮອງເລຂາພັກເມືອງ, ປະທານ ກວດກາພັກ ເມືອງງາ. 2) ທ່ານ ດຣ ນາງ ສິດທິວອນ ຫົງສາຄອນ ຮັກສາການຫົວໜ້າ ຂະແໜງ, ພະແນກສາທາລະນະ ສຸກແຂວງ. 3) ທ່ານ ສົມສັກ ຈັນທະວົງສາ ຮອງຫົວໜ້າຫ້ອງການ-ການເງິນ ເມືອງງາ. 4) ທ່ານ ພັນໂທ ຫົງທອງ ໂຍມ ມະນີ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການ ກອງ ບັນຊາການທະຫານແຂວງ. 5. ຈໍານວນສະມາຊິກສະພາ ປະຊາຊົນແຂວງ ເຂດເລືອກຕັ້ງ ເມືອງແບງ, ມີຈໍານວນຜູ້ລົງສະ ໝັກທັງໝົດ 5 ທ່ານ, ຍິງ 2 ທ່ານ ແລະ ຜົນການປ່ອນບັດຕົວຈິງ ເລືອກໄດ້ 3 ທ່ານ, ຍິງ 1 ທ່ານ, ມີລາຍຊື່ດັ່ງນີ້: 1) ທ່ານ ຄຳພອນ ພິມມະລາດ ຮອງເລຂາພັກເມືອງ, ປະທານ ກວດກາພັກ ເມືອງແບງ. 2) ທ່ານ ປອ ນາງ ວຽງມະລີ ສຸລິໄຊ ຮອງປະທານສະຫະພັນ ແມ່ຍິງແຂວງ. 3) ທ່ານ ທອງໄຊ ທໍ່ຈົ່ງເລຍຈື ຫົວໜ້າຫ້ອງການຍຸຕິທຳເມືອງ ແບງ. 6. ຈໍານວນສະມາຊິກສະພາ ປະຊາຊົນແຂວງ ເຂດເລືອກຕັ້ງ ເມືອງຮຸນ, ມີຈໍານວນຜູ້ລົງສະ ໝັກທັງໝົດ 5 ທ່ານ, ຍິງ 2 ທ່ານ ແລະ ຜົນການປ່ອນບັດຕົວຈິງ ເລືອກໄດ້ 3 ທ່ານ, ຍິງ 1 ທ່ານ, ມີລາຍຊື່ດັ່ງນີ້: 1) ທ່ານ ໄລພອນ ລິດຕະວົງ ຮອງເລຂາພັກເມືອງ, ປະທານ ກວດກາພັກ ເມືອງຮຸນ. 2) ທ່ານ ທອງຄານ ວັດສະ ດາກອນ ຮອງຫົວໜ້າອົງການ ໄອຍະການປະຊາຊົນແຂວງ. 3) ທ່ານ ນາງ ສີວັນ ທະວີໄຊ ຮອງປະທານສະຫະພັນນັກຮົບ ເກົ່າເມືອງຮຸນ. 7. ຈໍານວນສະມາຊິກສະພາປະ ຊາຊົນແຂວງ ເຂດເລືອກຕັ້ງເມືອງ ປາກແບງ, ມີຈໍານວນຜູ້ລົງສະ ໝັກທັງໝົດ 5 ທ່ານ, ຍິງ 2 ທ່ານ ແລະ ຜົນການປ່ອນບັດຕົວຈິງ ເລືອກໄດ້ 3 ທ່ານ, ຍິງ 1 ທ່ານ, ມີລາຍຊື່ດັ່ງນີ້: 1) ທ່ານ ອິນແປງ ປັນຍາທອງ ຮອງເລຂາພັກເມືອງ, ປະທານ ກວດກາພັກ ເມືອງປາກແບງ. 2) ທ່ານ ພັນໂທ ສົມເພັດ ເພົ້າສຸ ພັນ ຫົວໜ້າກອງບັນຊາການ ປກສ ເມືອງປາກແບງ 3) ທ່ານ ນາງ ທອງສະໄໝ ສີສຸທອນ ຮອງປະທານສະຫະ ພັນແມ່ຍິງເມືອງປາກແບງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ