ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ຢ້ຽມຊົມອະນຸສອນສະຖານຄຸກກັກຂັງທ່ານຜູ້ນຳແນວລາວຮັກຊາດ
ເວລາອອກຂ່າວ: 2021-02-26 08:52:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ເພື່ອເປັນການສ້າງຂະບວນ ການຂ່ຳນັບຮັບຕ້ອນວັນສໍາຄັນ ຂອງຊາດ, ຂອງ ກອງທັບໂດຍ ສະເພາະແມ່ນວັນສ້າງຕັ້ງແມ່ຍິງ ສາກົນ ຄົບຮອບ 111 ປີທີ່ຈະມາ ເຖິງໃນມໍ່ໆນີ້, ໃນວັນທີ 25 ກຸມພາ ນີ້, ຫ້ອງການສະຫະພັນ ແມ່ຍິງກະຊວງປ້ອງ ກັນປະເທດ ນໍາໂດຍ ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງ ການສະຫະພັນແມ່ຍິງກະຊວງ ປ້ອງກັນປະເທດ ພ້ອມຄະນະສະ ຫະພັນແມ່ຍິງບັນດາກົມກອງ ອ້ອມຂ້າງກະຊວງປ້ອງກັນ ປະເທດ ຈໍານວນ 24 ກົມກອງ ເຂົ້າຢ້ຽມຊົມອະນຸສອນສະຖານ ຄຸກກັກຂັງທ່ານຜູ້ນໍາພັກ-ແນວ ລາວຮັກຊາດ ຈໍານວນ 16 ທ່ານ ຂອງລັດຖະບານຫຸ່ນວຽງຈັນ ທີ່ຄ້າຍໂພນເຄັງ. ການຢ້ຽມຊົມຄັ້ງນີ້, ກໍເພື່ອເປັນການລະນຶກວັນວີລະກຳໂຕນຄຸກໂພນເຄັງ ຢ່າງມະຫັດສະຈັນ ຂອງບັນດາທ່ານຜູ້ນຳແນວລາວ ຮັກຊາດ, ຮັບຮູ້ບັນດາເຫດການ ໃນການຕໍ່ສູ້ທາງດ້ານການເມືອງ, ການທະຫານ ແລະ ການຕ່າງ ປະເທດ ອັນຄ່ອງແຄ້ວຂອງບັນ ດາຜູ້ນຳແນວລາວຮັກຊາດ ໃນ ເວລາຖືກຄຸມຂັງ ແລະ ໃນເວລາ ໂຕນອອກຈາກຄຸກໄປສູ່ເຂດທີ່ ໝັ້ນຂອງການປະຕິວັດຢ່າງປອດ ໄພ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ