ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະດັບຫຼຽນກາມິດຕະພາບໃຫ້ຄະນະຊ່ຽວຊານກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2021-02-25 10:29:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 289 | ຄວາມນິຍົມ:



ກອງພັນ 15 ກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະດັບຫຼຽນກາມິດ ຕະພາບ ກອງທັບປະຊາຊົນລາວ ໃຫ້ແກ່ຄະນະຊ່ຽວຊານກອງທັບປະຊາຊົນຫວຽດນາມ ໃນວັນທີ 23 ກຸມພາ 2021 ນີ້, ໂດຍການ ເປັນປະທານປະດັບຫຼຽນຂອງ ສະຫາຍ ພັນເອກ ທຽມ ຫອມຊະ ນະ ຄະນະພັກກົມໃຫຍ່ ຫົວໜ້າ ກົມເຄມີສາດ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີຄະນະພັກ-ຄະນະບັນຊາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ສິງທອງ ແພງ ປະເສີດ ຫົວໜ້າພະແນກຄົ້ນ ຄວ້າ-ສັງລວມ ກົມເຄມີສາດ ກົມ ໃຫຍ່ເສນາທິການກອງທັບ ໄດ້ ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍ ການປະດັບ ຫຼຽນກາມິດຕະພາບກອງທັບປະ ຊາຊົນລາວ ໃຫ້ຄະນະຊ່ຽວຊານ ກອງທັບປະຊາຊົນຫວຽດນາມ ທີ່ມີຜົນງານດີເດັ່ນໃນການຊ່ວຍ ເຫຼືອກົມເຄມີສາດກົມໃຫຍ່ເສ ນາທິການກອງທັບປະຊາຊົນ ລາວ ໃນໄລຍະຜ່ານມາລວມ ທັງໝົດຈຳນວນ 3 ສະຫາຍ. ພ້ອມນີ້ ຄະນະຊ່ຽວຊານກອງທັບ ປະຊາຊົນຫວຽດນາມ ກໍໄດ້ມອບ ໂລໂກ້ກ່ຽວກັບການຕອບໂຕ້ສະ ຖານະການສຸກເສີນທາງເຄມີ ແລະ ສິ່ງແວດລ້ອມ ໃຫ້ຄະນະພັກ ກົມເຄມີສາດ ແລະ ຄະນະພັກກອງ ພັນ 15 ນຳອີກ. ຈາກນັ້ນ, ສະຫາຍ ພັນເອກ ທຽມ ຫອມຊະນະ ໄດ້ມີຄຳເຫັນ ວ່າ: ໃນໄລຍະຜ່ານມາ ຄະນະ ຊ່ຽວຊານກອງທັບປະຊາຊົນ ຫວຽດນາມ ໄດ້ມີຜົນງານດີ ເດັ່ນໃນການຊ່ວຍເຫຼືອ ແລະ ຊ່ວຍ ສ້າງນັກວິຊາການເຄມີກອງທັບ ປະຊາຊົນລາວ ໃຫ້ມີຄວາມຊຳ ນານ ໃນການນຳໃຊ້ເຄື່ອງຈັກວິ ເຄາະທົດລອງໃຫ້ມີປະສິດທິພາບ ສູງກວ່າເກົ່າ, ຜົນງານດັ່ງກ່າວ ເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດ, ສອງກອງທັບ ກໍຄື ສອງເຫຼົ່າຮົບເຄມີສາດໃຫ້ນັບມື້ ຈະເລີນງອກງາມ. ໂດຍ: ນ. ນາລີ ທະວີພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ