ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໂອ້ລົມພະນັກງານຫຼັກແຫຼ່ງຢູ່ທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2021-02-25 10:26:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 51 | ຄວາມນິຍົມ:



ວັນທີ 23 ກຸມພາ 2021 ນີ້, ສະຫາຍ ພົນໂທ ສຸວອນ ເລືອງ ບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ຫົວໜ້າກົມໃຫຍ່ເສ ນາທິການກອງທັບໄດ້ເຄື່ອນໄຫວ ພົບປະໂອ້ລົມພະນັກງານຫຼັກ ແຫຼ່ງຢູ່ ກອງບັນຊາການທະຫານ ແຂວງໄຊຍະບູລີ , ໂດຍມີສະຫາຍ ພັນເອກ ກູດ ພົມມາ ຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງໄຊຍະບູລີ ມີຄະ ນະພັກ-ຄະນະບັນຊາ 5 ຫ້ອງ, ກົມກອງອ້ອມຂ້າງ, ໂຮງຮຽນ, ໂຮງໝໍ, ນາຍທະຫານ ແລະ ພະ ນັກງານຫຼັກແຫຼ່ງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ໄຊຍະບູລີ ຕະຫຼອດຮອດພະນັກ ງານ-ນັກຮົບ ທີ່ສາມາດເຮັດຫຼ້ອນ ໜ້າທີ່ຫຼາຍດ້ານ ໃນໄລຍະຜ່ານມາ ໂດຍຍຶດໝັ້ນໃນສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດພາຍ ໃຕ້ການຊີ້ນຳເດັດຂາດໂດຍກົງ ຮອບດ້ານຂອງພັກ ການເຄື່ອນ ໄຫວປັບປຸງກໍ່ສ້າງກຳລັງປະກອບ ອາວຸດທ້ອງຖິ່ນໃຫ້ມີຄວາມເຂັ້ມ ແຂງໜັກແໜ້ນກາຍເປັນກຳລັງທີ່ ຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ, ພ້ອມດຽວກັນນີ້ ສະຫາຍຍັງໄດ້ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນ ຊາແຕ່ລະຂັ້ນຈົ່ງຕັ້ງໜ້າປັບປຸງກໍ່ ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນນະ ພາບຮັບປະກັນໃຫ້ແກ່ການປະຕິ ບັດໜ້າທີ່ໃນສະເພາະໜ້າ ແລະ ຍາວນານ, ພ້ອມກັນເຊີດຊູມານະ ຈິດປະຕິວັດ ແລະ ຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການຮັບໃຊ້ຊາດ, ຮັບໃຊ້ປະຊາ ຊົນເສີມຂະຫຍາຍມູນເຊື້ອທາດ ແທ້ຂອງກຳລັງປະກອບອາວຸດ ປະຕິວັດ, ປະຕິບັດຂໍ້ກຳນົດກົດລະ ບຽບຂອງກອງທັບຢ່າງເຂັ້ມງວດ ຍົກສູງຄວາມຮູ້ຄວາມສາມາດໃນ ການນຳພາ-ບັນຊາຕາມທິດຫັນ ກອງທັບກາຍເປັນກອງທັບທີ່ມີ ແບບແຜນທັນສະໄໝ, ພ້ອມທັງ ສືບຕໍ່ຫັນເອົາກຳລັງລົງເຮັດ ໜ້າທີ່ກໍ່ສ້າງຮາກຖານການ ເມືອງຢູ່ແຕ່ລະຈຸດສຸມໃນຂອບ ເຂດຕົນເອງຮັບຜິດຊອບ, ສືບຕໍ່ ວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດຕິດພັນກັບ ການອົບຮົມ-ຫັດແອບຮໍ່າຮຽນ ດ້ານສິລະປະຍຸດ-ຍຸດທະວິທີສູ້ ຮົບໃຫ້ມີຄວາມຄ່ອງແຄ່ວ, ສ້າງ ກຳລັງ ປກຊ-ປກສ ໃຫ້ກາຍເປັນ ວຽກຂອງທົ່ວປວງຊົນ ແລະ ຕັ້ງໜ້າປະຕິບັດ 7 ລະບອບ 18 ວຽກຂອງກອງທັບໃຫ້ເຂັ້ມງວດ ນຳເອົົາກົມກອງກ້າວຂຶ້ນກາຍ ເປັນກົມກອງທີ່ມີລະບຽບແບບ ແຜນທັນສະໄໝຂຶ້ນໄປເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ