ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະກຳມະການເລືອກຕັ້ງແຂວງຄຳມ່ວນ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນບັ້ນເລືອກຕັ້ງ ສສຊ
ເວລາອອກຂ່າວ: 2021-02-25 10:24:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ຄະນະກຳມະການການເລືອກ ຕັ້ງ ສສຊ ແລະ ສສຂ ແຂວງຄຳ ມ່ວນ ໄດ້ຈັດກອງປະຊຸມສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດວຽກ ງານໃນບັ້ນເລືອກຕັ້ງ ສສຊ ແລະ ສສຂ ຂຶ້ນໃນວັນທີ 23 ກຸມພາ 2021 ທີ່ຫ້ອງວ່າການແຂວງ ຄຳມ່ວນ ໂດຍການເຂົ້າຮ່ວມເປັນ ປະທານຂອງ ທ່ານ ວັນໄຊ ພອງ ສະຫວັນ ເຈົ້າແຂວງໆ ຄຳມ່ວນ, ທັງເປັນປະທານຄະນະກຳມະ ການເລືອກຕັ້ງຂັ້ນແຂວງ, ມີບັນ ດາທ່ານໃນຄະນະກຳມະການ ເລືອກຕັ້ງ, ຕະຫຼອດຮອດພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ອວນມາ ຂັນຕິຍະວົງ ຮອງປະທານສະພາປະຊາຊົນ ແຂວງ, ຫົວໜ້າຄະນະອະນຸກຳ ມະການເລຂານຸການໄດ້ຜ່ານບົດ ສະຫຼຸບຜົນການເລືອກຕັ້ງຄັ້ງນີ້ໃຫ້ ຮູ້ວ່າ: ເຂດເລືອກຕັ້ງທີ 12 ແຂວງ ຄໍາມ່ວນ ມີຜູ້ສະໝັກຮັບເລືອກ ຕັ້ງເປັນ ສສຊ ຊຸດທີ IX ຈໍານວນ 12 ທ່ານ, ຍິງ 2 ທ່ານ ໃນນັ້ນ: ຜູ້ລົງສະໝັກທີີ່ມາຈາກສູນກາງ 4 ທ່ານ ແລະ ຜູ້ລົງສະໝັກຈາກ ແຂວງມີ 8 ທ່ານ, ຜູ້ສະໝັກຮັບ ເລືອກຕັ້ງເປັນ ສສຂ ມີ 50 ທ່ານ, ຍິງ 19 ທ່ານ, ໃນນັ້ນ: ຜູ້ລົງສະ ໝັກຈາກຂັ້ນແຂວງມີ 20 ທ່ານ, ຍິງ 8 ທ່ານ ແລະ ຜູ້ລົງສະໝັກ ຈາກຂັ້ນເມືອງມີ 30 ທ່ານ, ຍິງ 11 ທ່ານ. ການປ່ອນບັດເລືອກ ຕັັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັັ້ນແຂວງ ຊຸດທີ II ແມ່ນໄດ້ເລີີ່ມແຕ່ເວລາ 7:00 ໂມງ ຂອງວັນທີ 21 ກຸມພາ 2021 ຈົນ ຮອດເວລາ 17:00 ໂມງ. ສາ ມາດສໍາເລັດການປ່ອນບັດເລືອກ ຕັ້ງໄດ້ 100%. ໃນທົ່ວແຂວງ ມີໜ່ວຍປ່ອນບັດທັງໝົດ 369 ໜ່ວຍມີຈໍານວນຜູ້ມາໃຊ້ສິດປ່ອນ ບັດເລືອກຕັັ້ງຕົວຈິງທັງໝົດມີ 233.362 ຄົນ, ອັດຕາສະເລ່ຍ ຜູ້ມາໃຊ້ສິດປ່ອນບັດເລືອກຕັັ້ງ ເທົົ່າກັບ 100% ຂອງຈໍານວນຜູ້ ມີໜ້າຕົວຈິງ, ການນັບຄະແນນໃນ ບັນດາໜ່ວຍປ່ອນບັດເລືອກຕັັ້ງ ທັງໜົດ 369 ໜ່ວຍ, ມີ 738 ຫີບປ່ອນບັດ, ມີບັດລົງຄະແນນ ສຽງເລືອກຕັ້ງເອົາສະມາຊິກສະ ພາແຫ່ງຊາດ ຊຸດທີ IX ລວມທັງ ໝົດ 233.362 ບັດ, ບັດຖືກຕ້ອງ 233.362 ບັດ, ເທົົ່າກັບ 100%. ສໍາລັບບັດລົງຄະແນນສຽງເລືອກ ຕັັ້ງເອົາສະມາຊິກສະພາປະຊາ ຊົນແຂວງ ຊຸດທີ II ທົ່ວແຂວງມີ ທັງໝົດ 233.362 ບັດ, ບັດຖືກ ຕ້ອງ 233.362 ບັດ, ເທົົ່າກັບ 100%. ພ້ອມດຽວກັນຍັງໄດ້ ຍົກໃຫ້ເຫັນບັນຫາຂໍ້ສະດວກ, ຂໍ້ ຫຍຸ້ງຍາກ, ບັນຫາຂໍ້ຄົງຄ້າງພ້ອມ ທັງສາຍເຫດ ແລະ ບົດຮຽນທີ່ ຖອດຖອນໄດ້ຈາກການປະຕິບັດ ຕົວຈິງ. ພ້ອມນັ້ນບັນດາທ່ານຕາງ ໜ້າອະນຸກໍາມະການແຕ່ລະພາກ ສ່ວນຍັງໄດ້ປະກອບຄໍາຄິດຄໍາ ເຫັນເຂົ້າໃສ່ເນື້ອໃນບົດສະຫຼຸບ ດັ່ງກ່າວ ເພື່ອແລກປ່ຽນຖອດຖອນ ບົດຮຽນເຊິ່ງກັນ ແລະ ກັນບົນພື້ນ ຖານຄວາມເປັນເອກະພາບ ແລະ ຄວາມຖືກຕ້ອງສອດຄ່ອງຕາມ ເງື່ອນໄຂສະພາບຄວາມເປັນຈິງ. ສ່ວນລາຍລະອຽດຂອງຜົນການ ເລືອກຕັ້ງທາງຄະນະອະນຸກໍາ ມະການເລືອກຕັ້ງຂັ້ນແຂວງຈະໄດ້ຖະແຫຼງຜ່ານສື່ມວນຊົນໃນ ວັນຕໍ່ໄປ. ໂດຍ: ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ