ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 2 ເປີດຊຸດອົບຮົມ - ຫັດແອບການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກ
ເວລາອອກຂ່າວ: 2021-02-25 10:22:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ວັນທີ 9 ກຸມພາ 2021 ນີ້, ກອງພົນທີ2 ໄດ້ເປີດອົບຮົມ-ຫັດ ແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະ ເປີດ ຂະບວນການແຂ່ງຂັນສ້າງຜົນ ງານປະຈຳປີ 2021 ຂຶ້ນຢູ່ທີເດີ່ນ ກີລາຂອງກົມກອງ ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ສົມສະຄິດ ຄຳຊົມພູ ຮອງຫົວ ໜ້າຫ້ອງເສນາທິການກອງພົນ ທີ 2, ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ວຽງແກ້ວ ສີສຸ ລາດ ຫົວໜ້າການເມືອງກອງພົນ ທີ 2, ມີບັນດາສະຫາຍຄະນະ ພັກ-ຄະນະບັນຊາກອງພົນຄະນະ ຫ້ອງ, ພະແນກການ, ຄະນະພັກ- ຄະນະບັນຊາກົມກອງຮາກຖານ ຕະຫຼອດຮອດນາຍ ແລະ ພົນທະ ຫານ ທົ່ວກອງພົນທີ 2 ເຂົ້າຮ່ວມ. ໃນພິທີສະຫາຍ ພັນຕີ ສົມລົດ ວິລະວົງ ຫົວໜ້າພະແນກອົບຮົມ ຫ້ອງເສນາທິການກອງພົນທີ2 ໄດ້ຂຶ້ນຜ່ານແຜນການອົບຮົມ-ຫັດແອບການເມືອງ, ການທະ ຫານ, ພະລາທິການ ແລະ ເຕັກ ນິກໃຫ້ຮູ້ວ່າ: ໂດຍອີງຕາມຄຳສັ່ງ ຂອງກົມໃຫຍ່ເສນາທິການກອງ ທັບ ວ່າດ້ວຍ ການອົບຮົມ-ຫັດ ແອບ, ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກໃຫ້ ບັນດາກຳລັງຫຼວງ, ກຳລັງທ້ອງ ຖິ່ນໃນທົ່ວກອງທັບ ສະບັບເລກທີ 2462/ກສນ ລົງວັນທີ 11 ທັນ ວາ 2020 , ຄຳສັ່ງແນະນຳຂອງ ກົມອົບຮົມວ່າດ້ວຍການອົບຮົບ- ຫັດແອບ, ປັບປຸງລະບຽບແບບ ແຜນ, ເຝິກຝົນກຳລັງແຮງກາຍ ແລະ ອີງຕາມການລົງກວດກາ ຊຸກຍູ້, ຊີ້ນໍາ ແລະ ສັງເກດຕີລາຄາ ຜົນໄດ້ຮັບຂອງອົງການ ກົມກອງ ໃນທົ່ວກອງພົນທີ 2 ໃນປີ 2020 ທີ່ຜ່ານມາ ແລະ ເພື່ອຈັດຕັ້ງຜັນ ຂະຫຍາຍຄຳສັ່ງແນະນຳອົບຮົມ- ຫັດແອບ ປະຈຳປີ 2021 ຂອງ ກົມອົບຮົມວາງອອກ ໃຫ້ເປັນຮູບ ປະທຳຕົວຈິງ, ຖືກຕ້ອງຄົບຖ້ວນ ແລະ ມີຄຸນນະພາບສູງທັງເປັນ ການຍົກລະດັບຄວາມຮູ້, ຄວາມ ສາມາດດ້ານສິລະປະຍຸດ-ຍຸດ ທະວິທີໃຫ້ນາຍ ແລະ ພົນທະຫານ ມີຄວາມຊຳນິຊຳນານ ມີພິກໄຫວ ຄ່ອງແຄ້ວສາມາດຮັບປະກັນໃຫ້ ແກ້ການກຽມພ້ອມສູ້ຮົບ ແລະ ແກ້ ໄຂທຸກກໍລະນີທີ່ເກີດຂຶ້ນໃຫ້ທັນ ເວລາການອົບຮົມ-ຫັດແອບການ ເມືອງ , ການທະຫານ, ພະລາທິ ການ ແລະ ເຕັກນິກ ໃນຄັ້ງນີ້ກໍາ ນົດເວລາທັງໝົດ: 160 ວັນ. ໃນ ນັ້ນອົບຮົມວິຊາລະບຽບຮູບແຖວ ແລະ ຂໍ້ກໍານົດ 15 ວັນ, ອົບຮົມ ກີລາການທະຫານ 10 ວັນ, ອົບ ຮົມສິລະປະຍຸດທະຫານຮາບ, ເຫຼົ່າຮົບ 6 ວັນ, ອົບຮົມຍຸດທະວິ ທີທະຫານຮາບ, ເຫຼົ່າຮົບ 8 ວັນ, ອົບຮົມຄວາມຮູ້ຟຶ້ນຖານກ່ຽວ ກັບເຫຼົ່າຮົບ ຫຼື ເຫຼົ່າທັບ 1 ວັນ, ອົບຮົມການເມືອງຮັບໃຊ້ສູ້ຮົບ 10 ວັນ, ອົບຮົມພະລາທິການຮັບ ໃຊ້ສູ້ຮົບ 5 ວັນ, ອົບຮົມເຕັກນິກ ຮັບໃຊ້ສູ້ຮົບ 5 ວັນ ແລະ ອົບຮົມ ວິຊາສະເພາະ 100 ວັນ. ຈາກ ນັ້ນ ສະຫາຍ ພັນໂທ ສີບຸນ ເຮືອງ ທອງປະເສີດ ຫົວໜ້າພະແນກໂຄ ສະນາອົບຮົມຫ້ອງການເມືອງ ກອງພົນທີ 2 ກໍໄດ້ຂຶ້ນຜ່ານເນື້ອໃນຂໍ້ແຂ່ງຂັນສ້າງຜົນງານປະຈໍາ ປີ 2021 ຈາກນັ້ນຄະນະພັກ-ຄະ ນະບັນຊາກອງພົນ ແລະ ພະແນກ ການ, ກົມກອງກໍໄດ້ຂຶ້ນສໍາຜັດມື ແຂ່ງຂັນກັນສ້າງຂະບວນການ ແລະ ຜົນງານຮອບດ້ານໄວ້ເພື່ອ ຂໍ່ານັບຮັບຕ້ອນວັນປະຫວັດສາດ ສຳຄັນຂອງຊາດ, ຂອງພັກ, ຂອງ ກອງທັບ ທີ່ຈະມາເຖິງນີ້ໃຫ້ປະກົດ ຜົນເປັນຈິງ. ໃນຕອນທ້າຍປະທານໃນພິທີ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນຈົ່ງເອົາໃຈ ໃສ່ສຶກສາອົບຮົມການເມືອງ-ນໍາ ພາແນວຄິດໃຫ້ພະນັກງານ, ສະ ມາຊິກພັກ-ນັກຮົບມີແນວຄິດ ການເມືອງໜັກແໜ້ນມີຄວາມ ຕື່ນຕົວປະກອບສ່ວນເຂົ້າໃນ ການອົບຮົມ-ຫັດແອບ ແລະ ຂະ ບວນການຕ່າງໆ ເອົາໃຈໃສ່ປັບ ປຸງລະບຽບແບບແຜນຂອງກົມ ກອງເປັນຕົ້ນແມ່ນຂໍ້ກຳນົດ 7 ລະບອບ1 8 ວຽກຂອງກອງທັບ, ຄຳປະຕິຍານ 8 ຂໍ້, ວິໄນ 8 ຂໍ້ ແລະ ລະບຽບ 12 ຂໍ້ຕໍ່ປະຊົນພ້ອມ ກັນນັ້ນຕ້ອງເອົາໃຈໃສ່ເຝິກຝົນ ຫຼໍ່ຫຼອມກຳລັງແຮງກາຍໃຫ້ມີສຸ ຂະພາບແຂງແຮງທົນທານ ໜ່ຽວ ແໜ້ນເປັນຕົ້ນຫັດແອບກີລາການ ທະຫານ ແລະ ກີລາມວນຊົນສະ ໝັກຫຼິ້ນ ເພື່ອສ້າງຂະບວນການ ດ້ານຕ່າງໆ ຕິດພັນກັບມາດຖານ ເງື່ອນໄຂການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ກົມ ກອງວັດທະນະທຳ, ນັກຮົບວັດ ທະນະທຳ ໄປພ້ອມຂະບວນການ 4 ປູກ 4 ລ້ຽງ, ຂະບວນການ 4 ບຸກຂອງຊາວໜຸ່ມ ແລະ ຂະ ບວນການ 3 ດີ 4 ພັດທະນາ ຂອງ ສະຫະພັນແມ່ຍິງໃຫ້ມີບັນຍາ ກາດຟົດຟື້ນ ເພີ່ມທະວີຄວາມສາ ມັກຄີລະຫວ່າງພະນັກງານ-ນັກ ຮົບພາຍໃນກົມກອງ, ອຳນາດ ການປົກຄອງທ້ອງຖິ່ນ ແລະ ປະ ຊາຊົນບັນດາເຜົ່າໃຫ້ແໜ້ນແຟ້ນ ພ້ອມກັນຈັດຕັ້ງປະຕິບັດແຜນ ການອົບຮົມ-ຫັດແອບ ໃຫ້ໄດ້ຮັບ ຜົນສູງ ແລະ ໄດ້ຮັບຄວາມປອດ ໄພ 100%. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ