ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 661 ເປີດການເຝິກອົບຮົມ - ຫັດແອບການເມືອງ, ການທະຫານ, ພະລາທິການ, ເຕັກນິກ
ເວລາອອກຂ່າວ: 2021-02-25 10:21:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ວັນທີ 24 ກຸມພາ 2021 ນີ້, ກອງພັນໃຫຍ່ 661 ໄດ້ເປີດການ ເຝິກອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ, ເຕັກ ນິກປະຈໍາປີ 2021 ແລະ ອົບຮົມ ທະຫານໃໝ່ຂຶ້ນ ໂດຍພາຍໃຕ້ການ ເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ກຳມະການຄະ ນະປະຈຳພັກກະຊວງ, ຮອງຫົວ ໜ້າກົມໃຫຍ່ເສນາທິການກອງ ທັບ, ມີບັນດາຄະນະພັກ-ຄະນະ ບັນຊາກົມ, ກອງພັນໃຫຍ່, 5 ພະ ແນກການ, ກອງພັນນ້ອຍທີ່ຂຶ້ນ ກັບຕະຫຼອດຮອດພະນັກງານນັກຮົບ ແລະ ທະຫານໃໝ່ເຂົ້າຮ່ວມ. ສະຫາຍ ພັນໂທ ສົມຊາຍ ຈັນທີຍາວົງ ຫົວໜ້າພະແນກເສ ນາກອງພັນໃຫຍ່ 661 ໄດ້ຂຶ້ນ ຜ່ານແຜນການອົບຮົມ-ຫັດແອບ ໃຫ້ຮູ້ວ່າ: ອີງຕາມຄໍາສັ່ງແນະນໍາ ຂອງກົມອົບຮົມວ່າດ້ວຍການອົບ ຮົມ-ຫັດແອບປັບປຸງລະບຽບ ແບບແຜນເຝິກຝົນກໍາລັງກາຍປະ ຈໍາປີ 2021, ຕາມຄໍາສັ່ງແນະນໍາ ຂອງກົມລົດຕັງ-ຍານເກາະວ່າ ດ້ວຍການອົບຮົມ-ຫັດແອບ ວິ ຊາສະເພາະເຫຼົ່າຮົບ, ປັບປຸງລະ ບຽບແບບແຜນ ແລະ ເຝິກຝົນ ຫຼໍ່ຫຼອມກໍາລັງແຮງກາຍໃຫ້ແກ່ ພະນັກງານ-ນັກຮົບພາຍໃນກົມ ກອງໃຫ້ມີລະດັບຄວາມຮູ້ຄວາມ ສາມາດທາງດ້ານວິຊາສະເພາະ ຂອງເຫຼົ່າຮົບລົດຕັງ-ຍານເກາະ ໃຫ້ນາຍ ແລະ ພົນທະຫານ ໃນກົມ ກອງທັງເປັນການກໍ່ສ້າງປັບປຸງ ລະບຽບແບບແຜນໄປຄຽງຄູ່ກັບ ການເຄື່ອນໄຫວວຽກງານກີລາ ກາຍຍະກໍາໃຫ້ຕໍ່ເນື່ອງເປັນຂະ ບວນການຟົດຟື້ນ ເຊິ່ງໃນການ ເຝິກອົບຮົມ-ຫັດແອບຄັ້ງນີ້ພະ ນັກງານ-ນັກຮົບແຕ່ລະສະຫາຍ ແມ່ນຈະໄດ້ຮຽນຮູ້ທາງດ້ານວິ ຊາສະເພາະຄື: ສິລະປະຍຸດລົດ ຕັງ-ຫຸ້ມເກາະ, ອົບຮົມຍຸດທະວິ ທີລົດຕັງ-ຍານເກາະ, ວິຊາຂັບຂີ່ ລົດສູ້ຮົບ, ສື່ສານລົດສູ້ຮົບ, ເຕັກ ນິກ-ບົວລະບັດລົດສູ້ຮົບ ແລະ ອົບຮົມວິຊາລວມຄື: ລະບຽບຂໍ້ ກໍານົດ ແລະ ຮູບແຖວກີລາການ ທະຫານ, ຍຸດທະສິນທະຫານ ຮາບ, ຍຸດທະວິທີທະຫານຮາບ, ຄວາມຮູ້ພື້ນຖານຂອງບັນດາເຫຼົ່າ ຮົບ, ວິຊາຊ່າງແສງ, ວິຊາເຄມີ, ເຕັກນິກລົດໂອໂຕ, ວິຊາການ ເມືອງ, ວຽກງານພະລາທິການ, ເພື່ອເຮັດໃຫ້ພະນັກງານ-ນັກຮົບ ແຕ່ລະສະຫາຍ ກຳໄດ້ບົດຮຽນ ທິດສະດີຫຼັກການ ແລະ ພາກປະຕິ ບັດຕົວຈິງຂອງແຕ່ລະວິຊາໃຫ້ ມີຄຸນນະພາບສູງ ເຂົ້າໃນພຶດຕິ ກໍາຕົວຈິງໃນການປະຕິບັດຫັດ ແອບຍິງລູກປືນແທ້ເທິງລົດຕັງ-ລົດຫຸ້ມເກາະ ແລະ ປືນລາບໃຫ້ໄດ້ ຮັບຜົນສູງ, ມີຄວາມປອດໄພ 100 %. ເພື່ອຮັບປະກັນໃຫ້ແກ່ ວຽກງານກຽມພ້ອມສູ້ຮົບ ແລະ ເຮັດໜ້າທີ່ເຄື່ອນໄຫວສູ້ຮົບໃຫ້ ໄດ້ດີ, ໃນການເຝິກອົບຮົມ-ຫັດ ແອບຄັ້ງນີ້ແມ່ນໃຊ້ເວລາ 160 ວັນ ໃນນີ້ມີພະນັກງານເຂົ້າອົບຮົມທັງ ໝົດ 849 ສະຫາຍ ແລະ ການ ເຝິກອົບຮົມທະຫານໃໝ່ນັ້ນແມ່ນ ຈະໄດ້ຮຽນຮູ້ກ່ຽວກັບພື້ນຖານ ຫຼັກການຕ່າງໆ ເປັນຕົນແມ່ນ ພາກການທະຫານ, ພາກການ ເມືອງ, ພະລາທິການ ແລະ ເຕັກ ນິກ ເຊິ່ງຈະໃຊ້ເວລາເຝິກອົບຮົມ 90 ວັນ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ