ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງເສນາທິການກອງພົນທີ 3 ປິດຊຸດອົບຮົມໄລຍະສັ້ນ
ເວລາອອກຂ່າວ: 2021-02-24 08:51:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1627 | ຄວາມນິຍົມ:



ໃນວັນທີ 19 ກຸມພາ 2021 ນີ້, ຫ້ອງເສນາທິການ ກອງພົນທີ 3 ໄດ້ປິດຊຸດອົບຮົມໄລຍະສັ້ນໃຫ້ ແກ່ພະນັກງານຂັ້ນບັນຊາ ແລະ ຜູ້ເຮັດວຽກງານອົບຮົມ, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິ ລາດ ຫົວໜ້າການທະຫານກອງ ພົນທີ 3 , ມີຄະນະພັກ-ຄະນະບັນ ຊາມາຈາກອົງການກົມກອງ ພ້ອມດ້ວຍນັກເຝິກອົບຮົມເຂົ້າ ຮ່ວມ. ສະຫາຍ ພັນໂທ ທອງຂັນ ຫຼ້າສັກວົງ ຫົວໜ້າພະແນກອົບ ຮົມກອງພົນທີ 3 ໄດ້ສະຫຼຸບຕີ ລາຄາການອົບຮົມຕະຫຼອດໄລ ຍະເວລາ 5 ວັນ, ໂດຍຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນ ໄດ້, ສຳລັບການອົບຮົມໄລຍະສັ້ນ ໃນຄັ້ງນີ້ລວມມີພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ໃນນີ້, ພາກລະບຽບບັນລຸໄດ້ 85%, ພາກກີລາການທະຫານ 70%, ພາກສິລະປະຍຸດ 86%, ພາກຍຸດ ທະວິທີ 85%, ວິທີການແຕ່ງບົດ ສອນ 70%, ຫຼັກການສ້າງແຜນ ອົບຮົມ ແລະ ວິທີເຮັດບົດສະ ຫຼຸບ 75%. ໂອກາດນີ້, ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ກໍໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ບັນດາຄູ-ອາຈານ ແລະ ນັກເຝິກ ອົບຮົມທີ່ໄດ້ປະຕິບັດ ແລະ ເຮັດສໍາ ເລັດໜ້າທີ່ໃນການອົບຮົມໃນຄັ້ງ ນີ້. ພ້ອມທັງ, ຮຽກຮ້ອງໃຫ້ບັນນັກ ເຝິກອົບຮົມ ກໍາແໜ້ນບັນດາບົດ ຮຽນທິດສະດີຫຼັກການທີ່ຄູ-ອາ ຈານສິດສອນນໍາໄປຈັດຕັ້ງເຝິກແອບຮໍ່າຮຽນໃຫ້ແກ່ນາຍ ແລະ ພົນທະຫານໃນກົມກອງຂອງຕົນ ໃຫ້ມີຄວາມເຂັ້ມແຂງຂຶ້ນເທື່ອ ລະກ້າວ. ໂດຍ: ພຸດສີດາ ເຖິງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ