ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການເມືອງກອງພົນທີ 1 ເປີດຂະບວນການແຂ່ງຂັນກີລາຕ້ອນຮັບວັນປະຫວັດສາດສຳຄັນ
ເວລາອອກຂ່າວ: 2021-02-24 08:50:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 727 | ຄວາມນິຍົມ:



ໃນວັນທີ 8 ກຸມພາ 2021 ນີ້, ຫ້ອງການເມືອງ ກອງພົນທີ 1 ໄດ້ເປີດຂະບວນການແຂ່ງ ຂັນກີລາ ແລະ ຂະບວນການອອກ ແຮງງານ ເພື່ອຊຸກຍູ້ປຸກລະດົມຂະບວນການປ່ອນບັດຄັດເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະ ຊາຊົນຂັ້ນແຂວງ ຊຸດທີ II, ຮັບ ຕ້ອນວັນສ້າງຕັ້ງກອງພົນທີ1 ຄົບຮອບ 36 ປີ ແລະ ວັນສ້າງຕັ້ງ ແມ່ຍິງສາກົນ ຄົບຮອບ 111 ປີ, ໂດຍເປັນກຽດເຂົ້າຮ່ວມເປັນ ປະທານຂອງ ສະຫາຍ ພັນໂທ ບຸນເຊິນ ຈັນຍາລາດ ຮອງຫົວ ໜ້າຫ້ອງການເມືອງ, ມີບັນດາ ພະແນກການ ແລະ ນັກກີລາ ທົ່ວອົງການ ການເມືອງເຂົ້າຮ່ວມ ຢ່າງຫຼວງຫຼາຍ. ການແຂ່ງຂັນກີລາໃນຄັ້ງນີ້, ເພື່ອຂ່ຳນັບຮັບຕ້ອນ ເພື່ອຍູ້ແຮງ ຂະບວນການດ້ານຕ່າງໆ ໃນການ ຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມ ຄັ້ງທີ XI ຂອງພັກ, ມະຕິ ກອງປະຊຸມໃຫຍ່ ຄັ້ງທີ V ຂອງ ອົງຄະນະພັກກະຊວງປ້ອງກັນ ປະເທດວາງອອກເວົ້າລວມ, ເວົ້າ ສະເພາະແມ່ນການການຈັດຕັ້ງ ຜັນຂະຫຍາຍເນື້ອໃນມະຕິກອງ ປະຊຸມໃຫຍ່ ຄັ້ງທີ VI ຂອງອົງ ຄະນະພັກກອງພົນວາງອອກໃຫ້ ມີປະສິດທິຜົນສູງ ແລະ ປະກົດ ຜົນເປັນຈິງ. ທັງເປັນການກວດ ກາຢັ້ງຢືນລະດັບຄຸນນະພາບ ຂອງການຈັດຕັ້ງປະຕິບັດ ເພື່ອ ໃຫ້ມີສຸຂະພາບເຂັ້ມແຂງ, ຮັບ ປະກັນໃຫ້ແກ່ການຈັດຕັ້ງປະຕິ ບັດໜ້າທີ່ວຽກງານ. ທັງເປັນການ ເປີດໂອກາດໃຫ້ນາຍ ແລະ ພົນ ທະຫານທີ່ເຂົ້າຮ່ວມການແຂ່ງ ຂັນ ໄດ້ສະແດງທັກສະຄວາມສາ ມາດ; ເຕັກນິກຂອງການຫຼິ້ນກີ ລາ ແລະ ເພື່ອຮັດແໜ້ນຄວາມ ສາມັກຄີ, ໄມຕີຈິດ, ມິດຕະພາບລະ ຫວ່າງພະນັກງານ-ນັກຮົບ ພາຍ ໃນກົມກອງ ເຊິ່ງກີລາທີ່ນໍາມາແຂ່ງຂັນໃນຄັ້ງນີ້ມີ II ປະເພດ ຄື: ກີລາມວນຊົນເຊັ່ນ: ກີລາ ບານສົ່ງ, ກີລາເປຕັງ ແລະ ຂະ ບວນການອອກແຮງງານ, ໂດຍ ມີທີມກີລາຈາກ 4 ໜ່ວຍພັກ ເຂົ້າຮ່ວມ ທັງໝົດ 4 ທີມ. ການ ແຂ່ງຂັນຈະໄດ້ດໍາເນີນເປັນ ເວລາ 15 ວັນ, ນັບແຕ່ວັນທີ 11 ກຸມພາ 2021-26 ກຸມພາ 2021 ນີ້. ສ່ວນຂະບວນການອອກແຮງ ງານແມ່ນກໍານົດເອົາຕອນເຊົ້າ ວັນຈັນຂອງທຸກໆອາທິດຊາວ ໜຸ່ມ, ສະຫະພັນແມ່ຍິງ ຈະໄດ້ອະ ນາໄມອ້ອມຫ້ອງການ, ພ້ອມ ຫົດນຳ້ຕົ້ນດອກໄມ້, ຕົ້ນໄມ້ໃຫ້ ໝາກ ແລະ ຕົ້ນໄມ້ປະດັບທີ່ ປູກແລ້ວ. ສະຫາຍ ພັນໂທ ບຸນເຊິນ ຈັນຍາລາດ ກໍໄດ້ກ່າວຊີ້ນໍາໃຫ້ ຄະນະຮັບຜິດຊອບການແຂ່ງຂັນ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ຊີ້ນໍາ, ຄວບຄຸມການແຂ່ງຂັນໃຫ້ ດໍາເນີນໄປຕາມແຜນການ, ຮັບປະ ກັນຄວາມສາມັກຄີ, ຄວາມເປັນ ລະບຽບຮຽບຮ້ອຍ ແລະ ມີຄວາມ ປອດໄພຮອບດ້ານ, ກໍາມະການ ຕັດສິນຕ້ອງພ້ອມກັນຈັດຕັ້ງປະຕິ ບັດການແຂ່ງຂັນຕາມລະບຽບ, ກະຕິກາ ທີ່ວາງອອກຢ່າງເຂັ້ມ ງວດ, ມີຄວາມບໍລິສຸດ, ມີຄວາມ ຍຸຕິທໍາ; ນັກກີລາກໍຕ້ອງຍົກສູງ ຄວາມຕັດສິນໃຈເຂົ້າຮ່ວມການ ແຂ່ງຂັນຢ່າງສຸດກົກສຸດປາຍ, ປະຕິບັດຕາມຕາຕະລາງ, ເວລາ, ກົດລະບຽບ, ວິໄນວາງອອກຢ່າງ ເຂັ້ມງວດ, ມີນໍ້າໃຈນັກກີລາ, ຖື ເອົາບັນຍາກາດຂະບວນການ ເປັນຈຸດໜັກ, ສ່ວນຜົນການແຂ່ງ ຂັນເປັນສໍາຮອງ, ພ້ອມນັ້ນທຸກສະຫາຍຕ້ອງເປັນເຈົ້າການເຂົ້າ ຮ່ວມໃນຂະບວນການອອກແຮງ ງານຢ່າງເຕັມສ່ວນ ແລະ ສະເໝີ ຕົ້ນສະເໝີປາຍ. ໂດຍ: ກໍ ແດນດອກກ້ຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ