ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 2 ປະກາດທະຫານທີ່ຈົບພັນທະປ້ອງກັນຊາດ
ເວລາອອກຂ່າວ: 2021-02-24 08:47:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 668 | ຄວາມນິຍົມ:



ໃນວັນທີ 17-18 ກຸມພາ 2021 ນີ້, ກອງພົນທີ 2 ໄດ້ຈັດຕັ້ງປະ ກາດທະຫານທີ່ຈົບພັນທະປ້ອງ ກັນຊາດ ປະຈໍາປີ 2018 ສືບ ຕໍ່ເຂົ້າເປັນທະຫານອາຊີບໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ອຸນເຕົ່າ ໄຊຍະຄຸນ ຮອງ ຫົວໜ້າຫ້ອງເສນາທິການກອງ ພົນທີ 2, ມີຄະນະພັກ-ຄະນະບັນ ຊາ ແລະ ພະແນກການທີ່ກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ບຸນເລີດ ແກ້ວອຸດົມ ຫົວໜ້າພະແນກກໍາ ລັງພົນ ກອງພົນທີ 2 ໄດ້ຂຶ້ນຜ່ານ ແຈ້ງການຂອງກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໂດຍອີງຕາມກົດໝາຍ ວ່າດ້ວຍ ພັນທະປ້ອງກັນຊາດ ອີງຕາມຂໍ້ ກໍານົດ ວ່າດ້ວຍ ລະບຽບການ ຂອງນາຍ ແລະ ພົນທະຫານ ໃນກອງທັບປະຊາຊົນລາວ, ອີງ ຕາມຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍ ການອະນຸມັດທະຫານພັນທະສືບ ຕໍ່ ເປັນທະຫານອາຊີບ ກົມກໍາ ລັງພົນ ກົມໃຫຍ່ເສນາທິການ ກອງທັບ ຈຶ່ງແຈ້ງກ່ຽວກັບທະ ຫານພັນທະ ປີ 2018 ຜູ້ທີ່ຄົບ ມາດຖານເງື່ອນໄຂຕໍ່ເຂົ້າເປັນທະ ຫານອາຊີບ ເຊິ່ງໄດ້ຮັບອະນຸມັດ ຂອງກົມໃຫຍ່ເສນາທິການກອງ ທັບ ຈໍານວນ 237 ສະຫາຍ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ