ກອງພັນ 94 ກອງພົນທີ 4 ເປີດອົບຮົມ-ຫັດແອບທະຫານໃໝ່
ເວລາອອກຂ່າວ: 2021-02-24 08:46:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 614 | ຄວາມນິຍົມ:
ໃນວັນທີ 17 ກຸມພາ 2021
ນີ້, ກອງພັນ 94 ທີ່ຂຶ້ນກັບກອງ
ພົນທີ 4 ໄດ້ເປີດຊຸດອົບຮົມທະ ຫານໃໝ່ ປີ 2021 ໂດຍການເປັນ
ປະທານຂອງ ສະຫາຍ ພັນໂທ
ບຸນທັນ ແກ້ວພູວົງ ຄະນະພັກ
ກອງພົນ, ຫົວໜ້າຫ້ອງເສນາທິ
ການກອງພົນທີ 4, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກ
ຮົບ, ຄູອາຈານຕະຫຼອດຮອດທະຫານໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ກອງເງີນ
ພົມວິລະ ຮອງເລຂາຄະນະພັກ ຮາກຖານ, ຫົວໜ້າການທະຫານ ກອງພັນ 94 ທີ່ຂຶ້ນກັບກອງພົນ
ທີ 4 ໄດ້ຂຶ້ນຜ່ານແຜນການອົບ
ຮົມ-ຫັດແອບການເມືອງ, ການ ທະຫານ ແລະ ພະລາທິການ-ເຕັກນິກ ເຊິ່ງແບ່ງອອກເປັນ 3 ພາກ ຄື: ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ. ພາກການເມືອງຈະໄດ້ຮຽນກ່ຽວ
ກັບ ຄຸນສົມບັດສິນທຳປະຕິວັດ
ຂອງປະທານ ໄກສອນ ພົມວິຫານ, ມູນເຊື້ອທາດແທ້ຂອງກອງທັບ
ປະຊາຊົນປະຕິວັດລາວ, ເອກະ
ສານອົບຮົມການເມືອງທະຫານ ໃໝ່, ພາກການທະຫານມີຂໍ້ກຳນົດກົດລະບຽບຂອງກອງທັບ, ລະບຽບງົດງາມ, ຫັດກາຍມືເປົ່າ 2 ບົດ 24 ຈັງຫວະ, ຫັດກາຍມີປືນ 1 ບົດ 24 ຈັງຫວະ, ສິນລະປະ
ຍຸດ-ຍຸດທະວິທີ. ພາກພະລາທິ
ການ-ເຕັກນິກ ມີວຽກງານຄຸ້ມ
ຄອງລ້ຽງດູທັບ, ວຽກງານ 4 ປູກ 4 ລ້ຽງ ແລະ 5 ເຕັກນິກ ການແພດ, ການອົບຮົມ-ຫັດແອບ ຈະດຳເນີນເປັນເວລາ 90 ວັນ ຈຶ່ງຈະສຳເລັດ.
ໂດຍ: ວັນນະລັກ ແກ້ວດວງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ